ລາຍລະອຽດຜູ້ເສຍຊີວິດໃໝ່ 3 ຄົນ ຈາກນະຄອນຫຼວງ ແລະ ແຂວງວຽງຈັນ

0
2804

ຕາມດານລາຍງານ ຂອງວັນທີ 2 ພະຈິກ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມ 3 ຄົນ ສະສົມລວມແລ້ວ 70 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 23 ປີ, ສັນຊາດ: ລາວ, ບ້ານໂນນແຕ້, ເມືອງໄຊທານີ, ນະຄອນຫລວງວຽງຈັນ

  • ຢູ່ສະຖານທີຄຸມຂັງຊົ່ວຄາວ ເມືອງໄຊເສດຖາ
  • ວັນທີ 29 ຕຸລາ 2021: ຜູ້ກ່ຽວມີອາການລ່ອຍ, ຈ່ອຍຜ່ອມ ແລະ ຈືດມ້ານ ໄດ້ເກັບຕົວຢ່າງ ແລະ ຜົນກວດພົບເຊື້ອພະຍາດໂຄວິດ-19
  • ໄລຍະເວລາປີ່ນປົວ: ນັບແຕ່ວັນທີ 29 ຕຸລາ – 01 ພະຈິກ 2021 ເປັນເວລາ 04 ມື້
  • ວັນທີ 01 ພະຈິກ 2021 ເວລາ 16:00 ໂມງ ຜູ້ກ່ຽວ ໄດ້ເສຍຊີິວິດ

ຜູ້ທີ 2: ເພດຊາຍ, ອາຍຸ 73 ປີ, ບ້ານພູຄຳ, ເມືອງກາສີ, ແຂວງວຽງຈັນ

  • ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ (ເຄີຍເສັ້ນເລືອດໃນສະໝອງແຕກ ຫາກໍ່ພັກຟຶ້ນ ແລະ ເລີ່ມຊ່ວຍເຫລືອຕົນເອງໄດ້ 3 ເດືອນ)
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
  • ວັນທີ 01 ພະຈິກ 2021: ຜູ້ກ່ຽວມາໂຮງຫມໍເມືອງກາສີ ດ້ວຍອາການ ອິດເມື່ອຍ, ແຂນຂາອ່ອນແຮງ ເປັນໄດ້ 3 ມື້ ແລະ ໄອເລັກນ້ອຍ ຈຶ່ງໄດ້ກວດຊອດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19. ເວລາ 21:00 ໂມງ ຄົນເຈັບມີອາການຊ໋ອກ, ແພດໝໍພະຍາບານໄດ້ເຊີດຊູຄົນເຈັບ ແລະ ນຳສົ່ງໄປຍັງສູນໂຄວິດໂພນໂຮງ. ໃນໄລຍະເຄື່ອນຍ້າຍຄົນເຈັບຂື້ນລົດ ໄດ້ເຊີດຊູອີກ 1 ຄັ້ງ ໃນລົດ. ເວລາ 23:45 ໂມງ ມາຮອດສູນໂຄວິດໂພນໂຮງ ຄົນເຈັບໄດ້ເສຍຊີວິດລົງ.

ຜູ້ທີ 3: ເພດຊາຍ, ອາຍຸ 82 ປີ, ອາຊີບ: ປະຊາຊົນ, ບ້ານດົງປ່າແຫລບ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ

–    ວັນທີ 2 ພະຈິກ 2021: ຜູ້ກ່ຽວ ເຂົ້າມາກວດໂຮງໝໍມິດຕະພາບ ດ້ວຍອາການບໍ່ໄດ້ສະຕິ ພ້ອມທັງ ເກັບຕົວຢ່າງມາກວດພະຍາດໂຄວິດ-19 ແລະ ໃຫ້ຜົນບວກ. ເວລາ 1:30 ໂມງເຊົ້າ ຂອງວັນທີ 02 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ (ຜູ້ກ່ຽວເສຍຊີວິດ ກ່ອນມາໂຮງໝໍ)

LEAVE A REPLY

Please enter your comment!
Please enter your name here