ດີໃຈນຳ! ເມືອງນ້ຳບາກ ປິ່ນປົວຫາຍດີອີກ 332 ຄົນ

0
1364

ເມືອງນ້ຳບາກ ປິ່ນປົວຫາຍດີອີກ 332 ຄົນ

ຕາມການລາຍງານ ຂອງຂ່າວສານຫຼວງພະບາງ ໃຫ້ຮູ້ວ່າ: ຄະນະສະເພາະກິດເພື່ອປ້ອງກກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນກັນຍາມາຮອດຕົ້ນເດືອນພະຈິກ 2021 ນີ້ ເມືອງນໍ້າບາກ ມີຜູ້ທີ່ຕິດເຊື້ອສະສົມທັງໝົດ 396 ຄົນ, ໃນນັ້ນໄດ້ປີ່ນປົວຫາຍດີແລ້ວ 332 ຄົນ.

ໂດຍໄດ້ແບ່ງອອກເປັນ 2 ຊຸດຄື: ຊຸດທີ1 ແມ່ນໄດ້ອອກໃນວັນທີ 18 ຕຸລາ 2021 ປິ່ນປົວດີ ຈຳນວນ 140ຄົນ ແລະຊຸດທີ2 ອອກວັນທີ 1 ພະຈິກ 2021 ປິ່ນປົວຫາຍດີ 192 ຄົນ ແລະຍັງສືບຕໍ່ປີ່ນປົວ 64 ຄົນ, ບໍ່ມີກໍລະນີເສຍຊີວິດ. ພ້ອມນັ້ນເພີ່ນຍັງແນະນຳໃຫ້ຜູ້ທີ່ອອກຈາກໂຮງໝໍພາກສະໜາມແລ້ວ ແຕ່ຕ້ອງສືບຕໍ່ໃຊ້ຊີວິດແບບໃຫມ່, ກໍ່ຄືຕ້ອງໃສ່ຜ້າອັດປາກ-ອັດດັງ ໃນເວລາອອກຈາກເຮືອນເມື່ອມີຄວາມຈຳເປັນ, ຮັກສາໄລຍະຫ່າງຈາກຄົນອື່ນ 2 ແມັດ, ຫມັ່ນລ້າງມືໃສ່ສະບູ, ນ້ຳສະອາດ ຫຼື ເຈວລ້າງມືທີ່ມີສວ່ນປະສົມຂອງເຫຼົ້າ 70% – 90 % ເວລາຈັບສິ່ງຂອງຕ່າງໆ ພ້ອມທັງພັກຜ່ອນໃຫ້ພຽງພໍ ແລະກິນອາຫານໃຫ້ຄົບ5ໝູ່.

ຂ່າວ: ພອນສັກ ສິງດາລັກ ເມືອງນ້ຳບາກ

LEAVE A REPLY

Please enter your comment!
Please enter your name here