ຜູ້ຕິດເຊື້ອໃໝ່ແຕ່ລະແຂວງທົ່ວປະເທດ +960

0
2015

ຕາມການລາຍງານຂອງຄະນະສະເພາະກິດປະຈຳວັນທີ 6 ພະຈິກ 2021 ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,233 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 960 ຄົນ (ຕິດເຊື້ອພາຍໃນ ມີ 955 ຄົນ ແລະ ຕິດເຊື້ອນໍາເຂົ້າ05 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 955 ຄົນ ຈາກ 15 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

1.ນະຄອນຫຼວງ 449 ຄົນ: ມາຈາກ 166 ບ້ານ, ໃນ 9 ເມືອງ

  • ເມືອງຈັນທະບູລີ ມີ 22 ບ້ານ (57 ຄົນ)
  • ເມືອງສີໂຄດຕະບອງ ມີ 36 ບ້ານ (68 ຄົນ)
  • ເມືອງໄຊເສດຖາ ມີ 28 ບ້ານ (71 ຄົນ)
  • ເມືອງສີສັດຕະນາກມີ 16 ບ້ານ (37 ຄົນ)
  • ເມືອງ ນາຊາຍທອງ ມີ 08 ບ້ານ (48 ຄົນ)
  • ເມືອງໄຊທານີ ມີ 32 ບ້ານ (122 ຄົນ)
  • ເມືອງຫາດຊາຍຟອງ ມີ 19 ບ້ານ (35 ຄົນ)
  • ເມືອງສັງທອງ ມີ 02 ບ້ານ (2 ຄົນ)
  • ເມືອງ ປາກງື່ມ ມີ 03 ບ້ານ (06 ຄົນ)
  • ສືບຕໍ່ເອົາຂໍ້ມູນ 03 ຄົນ

2.ຫຼວງນ້ຳທາ ມີ 153 ຄົນ ໃນ ບ້ານ 30 ແລະ 4 ເມືອງ

3.ຫຼວງພະບາງ, ມີ 123 ຄົນ ໃນ 25 ບ້ານ ແລະ 6 ເມືອງ

4.ແຂວງວຽງຈັນ ມີ 46 ຄົນ ໃນ 23 ບ້ານ ແລະ 4 ເມືອງ

5.ຈຳປາສັກ ມີ 38 ຄົນ ໃນ 19 ບ້ານ ແລະ 4 ເມືອງ

6.ອຸດົມໄຊ ມີ 37 ຄົນ ໃນ 17 ບ້ານ ແລະ 2 ເມືອງ

7.ບໍ່ແກ້ວ ມີ 28 ຄົນ ໃນ 11 ບ້ານ ແລະ 3 ເມືອງ

8.ສະຫວັນນະເຂດ ມີ 20 ຄົນ ໃນ 7 ບ້ານ ແລະ 4 ເມືອງ

9.ຄຳມ່ວນ ມີ 17 ຄົນ ໃນ ບ້ານ 12 ແລະ 2 ເມືອງ

10.ໄຊຍະບູລີ ມີ 13 ຄົນ ໃນ 2 ບ້ານ ແລະ 1 ເມືອງ

11.ເຊກອງ ມີ 13 ຄົນ ໃນ 8 ບ້ານ ແລະ 1 ເມືອງ

12.ຜົ້ງສາລີ ມີ 8 ຄົນ ໃນ 3 ບ້ານ ແລະ 2 ເມືອງ

13.ບໍລິຄຳໄຊ ມີ 6 ຄົນ ໃນ 4 ບ້ານ ແລະ 2 ເມືອງ

14.ໄຊສົມບູນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

15.ສາລະວັນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ ຈາກ ແຂວງສະຫວັນນະເຂດ 3 ຄົນ ແລະ ແຂວງບໍ່ແກ້ວ 2 ​ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 5 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 45,980 ຄົນ, ເສຍຊີວິດສະສົມ 81 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 502 ຄົນ, ກໍາລັງປິ່ນປົວ 8,443 ຄົນ.

LEAVE A REPLY

Please enter your comment!
Please enter your name here