ຜົນສຳເລັດການພິຈາລະນາວຽກງານຂອງສະພາແຫ່ງຊາດ

0
959

ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 8-9 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ນະຄອນຫລວງວຽງຈັນ.

ສະມາຊິກສະພາແຫ່ງຊາດ ໄດ້ສໍາເລັດການຄົ້ນຄ້ວາ ແລະ ປະກອບຄໍາເຫັນໃສ່ບົດລາຍງານຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022.

ທ່ານ ນາງ ສຸນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຖະແຫລງຕໍ່ສື່ມວນຊົນວ່າ: ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວາລະການພິຈາລະນາຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້ ໂດຍສາມາດສັງລວມວຽກງານພົ້ນເດັ່ນ ດັ່ງນີ້:

ຜົນສໍາເລັດການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ປະຈໍາປີ 2021 ເຖິງວ່າໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂກວິດ-19, ແຕ່ດ້ວຍຄວາມພະຍາຍາມຂອງ ຄະນະປະຈຳສະພາແຫ່ງຊາດ ແລະ ການນຳຂອງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ ເຮັດໃຫ້ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໄດ້ຮັບຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ສັງລວມໄດ້ ດັ່ງນີ້:

– ການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດ ສາມາດສ້າງ ແລະ ປັບປປຸງກົດໝາຍໄດ້ 13 ສະບັບ; ຈັດຕັ້ງການສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ໄດ້ດໍາເນີນໄປຢ່າງຄຶກຄື້ນ, ສົມກຽດ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ເຊີ່ງເປັນການໂຄສະນາເຜີຍແຜ່ມູນເຊື້ອໃນການນໍາພາຂອງພັກ ໃນການສ້າງລັດປະຊາທິປະໄຕປະຊາຊົນ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ.

– ການຈັດຕັ້ງປະຕິບັດພາລະບົດບາດ ດ້ານຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ພວກເຮົາໄດ້ດໍາເນີນກອງປະຊຸມສະພາແຫ່ງຊາດ ປະຈໍາປີ 2021 ຕາມກົດໝາຍກໍານົດ, ອັນພົ້ນເດັ່ນ ແມ່ນ ສະພາແຫ່ງຊາດ ຊຸດທີIX ເຄື່ອນໄຫວປະຕິບັດໜ້າທີ່ມາໄດ້ພຽງ 4 ເດືອນ ພວກເຮົາໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາວາລະແຫ່ງຊາດ 2 ສະບັບ ຊຶ່ງເປັນບັນຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ມີຄວາມເຄັ່ງຮ້ອນ ແລະ ຮີບດ່ວນ; ນັ້ນຄືການແກ້ໄຂບັນຫາຄວາມຍຸ້ງຍາກດ້ານເສດຖະກິດ-ການເງີນ ແລະ ການແກ້ໄຂບັນຫາຢາເສບຕິດ; ຄະນະປະຈໍາສະພາແຫ່ງຊາດ ໃນຖານະເປັນອົງການປະຈໍາການຂອງສະພາແຫ່ງຊາດ ໃນເວລາທີ່ສະພາແຫ່ງຊາດ ບໍ່ໄດ້ດໍາເນີນກອງປະຊຸມ ກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງາຂອງຕົນ ໂດຍຜ່ານການດໍາເນີນກອງປະຊຸມແຕ່ລະເດືອນ ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ.

– ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ, ເຖີງການລະບາດຂອງພະຍາດໂຄວິດ 19 ໄດ້ສົ່ງຜົນກະທົບຕໍ່ການເຄື່ອນໄຫວຕິດຕາມກວດກາ ກໍຕາມ ແຕ່ໃນປີ 2021 ສະພາແຫ່ງຊາດ ຊຸດທີ IX ເຄື່ອນໄຫວຕິດຕາມກວດກາໂດຍຜ່ານການດໍາເນີນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ກັບພາກສ່ວນຕ່າງໆ ເພື່ອຮັບຟັງການລາຍງານກ່ຽວກັບບັນຫາທີ່ພົ້ນເດັ່ນ ແລະ ສັງຄົມມີຄວາມສົນໃຈຫລາຍ. ຄະນະປະຈໍາສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມຮ່ວມກັບ ລັດຖະ ບານ; ກອງປະຊຸມຮ່ວມກັບ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ; ກອງປະຊຸມຮ່ວມກັບ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ; ກອງປະຊຸມຮ່ວມກັບ ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.

– ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ກໍໄດ້ດໍາເນີນໃຫ້ສອດຄ່ອງກັບສະພາບແວດລ້ອມໃໝ່ ໂດຍໄດ້ເຄື່ອນໄຫວເປັນປົກກະຕິ ທັງການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນຮູບແບບກອງປະຊຸມທາງໄກ ແລະ ປົກກະຕິ. – ການສ້າງຄວາມເຂັ້ມແຂງໃຫ້ແກ່ ສະພາແຫ່ງຊາດ, ການປະສານສົມທົບວຽກງານກັບພາກສ່ວນກ່ຽວຂ້ອງ ກໍໄດ້ດໍາເນີນເປັນປົກກະຕິ.

ແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ປະຈໍາປີ 2022 ປີ 2022 ເປັນປີທີສອງຂອງການເຄື່ອນໄຫວວຽກງານຂອງ ສະພາແຫ່ງຊາດ ຊຸດທີ IX ສະພາແຫ່ງຊາດ ຈະຕ້ອງໄດ້ບຸກທະລຸຢ່າງ ຮອບດ້ານ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ ໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ ຊຶ່ງໄດ້ວາງແຜນການ ດັ່ງນີ້:

– ການປະຕິບັດພາລະບົດບາດດ້ານນິຕິບັນຍັດ ໃນປີ 2022 ຈະສ້າງ ແລະ ປັບປຸງກົດໝາຍ ຈໍານວນ 30, ໃນນີ້ ມີກົດໝາຍສ້າງໃໝ່ 12ສະບັບ ແລະ ກົດໝາຍປັບປຸງ 18 ສະບັບ, ຖືວ່າເປັນການວາງແຜນທີ່ຈະຕ້ອງໄດ້ບຸກບືນສົມຄວນ ຈຶ່່ງຈະບັນລຸຕາມແຜນການໄດ້.

– ການປະຕິບັດພາລະບົດບາດດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຈະກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ເປັນຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ, ວຽກງານກວດກາແຫ່ງລັດ, ວຽກງານກວດສອບແຫ່ງລັດ, ວຽກງານຂອງສານປະຊາຊົນສູງສຸດ, ວຽກງານອົງການໄອຍະການປະຊາຊົນສຸງສຸດ; ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ 2 ສະບັບ ແລະ ວຽກງານອື່ນຈໍານວນໜຶ່ງ.

ພ້ອມກັນນັ້ນ, ໃນໄລຍະທີ່ສະພາແຫ່ງຊາດ ບໍ່ໄດ້ດໍາເນີນກອງປະຊຸມຂອງຕົນ ຄະນະປະຈໍາສະພາແຫ່ງຊາດ ກໍຈະໄດ້ປະຕິດບັດໜ້າທີ່ແທນ ໃນການພິຈາລະນາຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງປະເທດຊາດ ເພື່ອເຮັດໃຫ້ການຄຸ້ມຄອງບໍລິຫານລັດ ດໍາເນີນໄປເປັນປົກກະຕິດ.

– ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ ກໍໄດ້ກໍານົດບັນດາວຽກງານຈໍານວນໜຶ່ງ ໂດຍສະເພາະ ການຕິດຕາມກວດກາ ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ ແລະ ວຽກງານອື່ນໆຈໍານວນໜຶ່ງ.

– ການເຄື່ອນໄຫວວຽກງານການຕ່າງປະເທດ, ການສ້າງຄວາມເຂັ້ມແຂງ ແລະ ວຽກງານອື່ນ ກໍໄດ້ມີການກໍານົດແຜນການຢ່າງລະອຽດແລ້ວ. ສ່ວນ ການປະກອບຄໍາເຫັນຂອງ ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ທ່ານ ນາງ ສຸນທອນ ໄຊຍະຈັກ ໄດ້ຍົກໃຫ້ເຫັນວ່າ: ສູນກາງແນວລາວສ້າງຊາດ ໄດ້ສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ບາງວຽກງານ ດັ່ງນີ້:

– ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະພາແຫ່ງຊາດ ທີ່ໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນ ລັດຖະທໍາມະນູນ, ກົດໝາຍ ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ: ການປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ, ການສ້າງຄວາມເຂັ້ມແຂງ, ການເຄື່ອນໄຫວວຽກງານການຕ່າງປະເທດ ເຮັດໃຫ້ການຄຸ້ມຄອງບໍລິຫານລັດ ມີຄວາມໜັກແໜ້ນ, ເຂັ້ມ ແຂງ.

– ສະເໜີໃຫ້ສະມາຊິກສະພາແຫ່ງຊາດ ເພີ່ມທະວີການລົງພົບປະກັບປະຊາຊົນໃຫ້ກວ້າງຂວາງ ແລະ ທົ່ວເຖິງ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫຼີກ ເພື່ອຮັບຟັງຄວາມຄິດເຫັນຂອງປະຊາຊົນ ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ

-ສັງຄົມ, ນໍາເອົາຄວາມຄິດເຫັນດັ່ງກ່າວ ມາສົມທົບກັບລັດຖະບານແກ້ໄຂ.

– ເພີ່ມທະວີການຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທໍາມະນູນ, ກົດໝາຍຂອງ ອົງການຈັດຕັ້ງລັດຂັ້ນຕ່າງໆ, ຕິດຕາມຊຸກຍູ້ການແກ້ໄຂຜົນກະທົບ ຈາກໂຄງການລົງທຶນ ໃຫ້ວ່ອງໄວ ແລະ ຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດິຂຶ້ນກວ່າເກົ່າ ແລະ ບັນຫາອື່ນອີກຈໍານວນໜຶ່ງ ຊຶ່ງຄະນະປະຈໍາສະພາແຫ່ງຊາດ ຈະໄດ້ມອບໝາຍໃຫ້ບັນດາທ່ານ ສະມາຊິກສະພາແຫ່ງຊາດ ນໍາໄປສົມທົບກັບອໍານາດການປົກຄອງທີ່ກ່ຽວຂ້ອງພ້ອມກັນແກ້ໄຂ.

ຂໍ້ມູນ Lao National Radio

LEAVE A REPLY

Please enter your comment!
Please enter your name here