ສາລະວັນກວດພົບລົດທີ່ນຳໃຊ້ແບບບໍ່ຖືກໝາຍ ຫຼາຍກວ່າ 1000 ຄັນ

0
2402

ແຂວງສາລະວັນ ເລັ່ງເສຍພາສີ-ອາກອນ ພາຫະນະນຳເຂົ້າ ບໍ່ຖືກຕ້ອງທຸກປະເພດ

ທ່ານ ແສງເພັດ ສີສຸລາດ ຫົວໜ້າພາສີ ປະຈຳແຂວງສາລະວັນ ໄດ້ເປີດເຜີຍຕໍ່ສື່ມວນຊົນແຂວງ ເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ແຂວງສາລະວັນ ໄດ້ເລັ່ງຮີບຮ້ອນຈັດຕັ້ງວຽກງານແຈ້ງເສຍພາສີ-ອາກອນ ພາຫະນະທີ່ນຳເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງ ຢ່າງຮີບດ່ວນ, ເຊີ່ງໄດ້ແຕ່ງຕັ້ງຄະນະກຳມະການແກ້ໄຂພາຫະນະ ທຸກປະເພດແບບບໍ່ຖືກຕ້ອງ ຂັ້ນແຂວງ ລົງເຄື່ອນໄຫວໃນແຕ່ລະເມືອງ ທົ່ວແຂວງ ແລະ ຢູ່ຫ້ອງການພາສີ ປະຈຳແຂວງ ນັບແຕ່ນີ້ ຈົນເຖີງວັນທີ 20 ມັງກອນ 2022 ເພື່ອເປີດໂອກາດໃຫ້ຜູ້ທີ່ຄຸ້ມຄອງພາຫະນະ ໃນກໍລະນີດັ່ງກ່າວ ເສຍພາສີ-ອາກອນ ໃຫ້ທ່ວງທັນກັບເວລາ ທີ່ໄດ້ກຳນົດໄວ້, ໃນລະຫວ່າງວັນທີ 9-12 ພະຈິກນີ້ ແມ່ນໄດ້ເຄື່ອນໄຫວປະຕິບັດຢູ່ເມືອງເລົ່າງາມ.

ໃນໄລຍະຜ່ານມາ ໄດ້ມີການເກັບກຳຂໍ້ມູນສະຖິຕິ ແລະ ຂຶ້ນບັນຊີພາຫະນະທີ່ນຳເຂົ້າ, ນໍາໃຊ້ແບບບໍ່ຖືກກົດໝາຍ ໃນທົ່ວແຂວງ ມີທັງໝົດ 1.443 ຄັນ, ໃນນັ້ນປະເພດລົດຈັກ 1.411 ຄັນ, ລົດໃຫຍ່ 32 ຄັນ, ສ່ວນການແຈ້ງເສຍພາສີ-ອາກອນ ຈະໄດ້ປະຕິບັດຕາມແຈ້ງການຂອງກະຊວງການເງິນກຳນົດ ເປັນຕົ້ນ: ຕາມປະເພດພາະນະ, ຄວາມແຮງ, ປີຜະລິດ ແລະ ຫັກຄ່າຫຼຸ້ຍຫ້ຽນອາຍຸການນຳໃຊ້ງານ ຫຼື ການປະເມີນສະພາບຕົວຈິງ ເຊັ່ນ:

1. ພາຫະນະທີ່ຜະລິດ ແຕ່ປີ 2018 ຂຶ້ນໄປ ແມ່ນໃຊ້ລາຄາຊື້ຂາຍຕົວຈິງ ທີ່ກົມພາສີກໍານົດ;

2. ພາຫະນະທີ່ຜະລິດ ແຕ່ປີ 2016-2017 ນໍາໃຊ້ຖານລາຄາໃນການແກ້ໄຂພາຫະນະ ທີ່ນຳເຂົ້າບໍ່ຖືກຕ້ອງ;

3. ຜະລິດແຕ່ປີ 2015 ລົງມາ ແມ່ນຈະໄດ້ປະເມີນຕາມຄວາມເປັນຈິງຂອງພາຫະນະ.

ສຳລັບຮູບແບບການຈັດຕັ້ງປະຕິບັດ ແມ່ນໄດ້ເຄື່ອນໄຫວແຈ້ງເສຍພາສີ ໃນແຕ່ລະເມືອງ ແລະ ຫ້ອງການພາສີ ປະຈຳແຂວງສາລະວັນ, ທັງໄດ້ມອບໃຫ້ເມືອງ ສືບຕໍ່ຈັດຕັ້ງປະຕິບັດ ຈົນເຖີງວັນທີ 20 ມັງກອນ 2022 ຕາມທີ່ໄດ້ກໍານົດໄວ້, ການແກ້ໄຂໃນຄັ້ງນີ້ ເປັນຄັ້ງສຸດທ້າຍ. ຖ້າຫາກກາຍກຳນົດໃນການແຈ້ງເສຍພາສີ-ອາກອນ ໃນຄັ້ງນີ້ ຈະໄດ້ປະຕິບັດຕາມລະບຽບກົດໝາຍ ແລະ ຢຶດມາເປັບຊັບສິນຂອງລັດ.

ທ່ານຫົວໜ້າພາສີ ປະຈຳແຂວງ ຍັງໄດ້ຮຽກຮ້ອງເຖີງບັນດາຜູ້ທີ່ຄຸ້ມຄອງ ແລະ ນຳໃຊ້ພາຫະນະ ແບບບໍ່ຖືກຕ້ອງ ໃນທົ່ວສັງຄົມ ຕື່ນຕົວສະໝັກໃຈ ແລະ ຈິງໃຈເຂົ້າມາແຈ້ງເສຍພາສີ-ອາກອນ ໃຫ້ທ່ວງທັນຕາມກຳນົດເວລາ ແລະ ຈົ່ງໃຫ້ການຮ່ວມມືແກ່ຄະນະກຳມະການ ເພື່ອພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ ກໍ່ຄືເພື່ອເຮັດໃຫ້ທຸກຄົນໃນສັງຄົມ ໄດ້ໃຊ້ພາຫະນະ ແບບຖືກຕ້ອງຕາມລະບຽບກົດໝາຍ.

ຂ່າວ-ພາບ: ວິໄລວອນ ສິດທິໄຊ

LEAVE A REPLY

Please enter your comment!
Please enter your name here