ລາຍລະອຽດຜູ້ເສຍຊີວິດໃໝ່ ແລະ ຜູ້ຕິດເຊື້ອໃໝ່ 14 ພະຈິກ 2021

0
1032

ຕາມການລາຍງານ ຈາກຄະນະສະເພາະກິດປະຈຳວັນໃຫ້ຮູ້ວ່າ:

-ນະຄອນຫຼວງ 489 ຄົນ: ມາຈາກ 145 ບ້ານ, ໃນ 7 ເມືອງ

  • ເມືອງຈັນທະບູລີ ມີ 18 ບ້ານ (55 ຄົນ)
  • ເມືອງສີໂຄດຕະບອງ ມີ 31 ບ້ານ (64 ຄົນ)
  • ເມືອງໄຊເສດຖາ ມີ 27 ບ້ານ (64 ຄົນ)
  • ເມືອງສີສັດຕະນາກມີ 15 ບ້ານ (40 ຄົນ)
  • ເມືອງ ນາຊາຍທອງ ມີ 09 ບ້ານ (13 ຄົນ)
  • ເມືອງໄຊທານີ ມີ 28 ບ້ານ (208 ຄົນ)
  • ເມືອງຫາດຊາຍຟອງ ມີ 17 ບ້ານ (36 ຄົນ)
  • ຕ່າງແຂວງ (01 ຄົນ)
  • ສືບຕໍ່ເອົາຂໍ້ມູນ 08 ຄົນ

-ຫຼວງພະບາງ ມີ 126 ຄົນ ໃນ 21 ບ້ານ ແລະ 3 ເມືອງ

-ຈຳປາສັກ ມີ 70 ຄົນ ໃນ 33 ບ້ານ ແລະ 8 ເມືອງ

-ໄຊຍະບູລີ ມີ 66 ຄົນ ໃນ 15 ບ້ານ ແລະ 1 ເມືອງ

-ອຸດົມໄຊ ມີ 57 ຄົນ ໃນ 17 ບ້ານ ແລະ 4 ເມືອງ

-ຫຼວງນ້ຳທາ ມີ 45 ຄົນ ໃນ 15 ບ້ານ ແລະ 3 ເມືອງ

-ວຽງຈັນ ມີ 45 ຄົນ ໃນ 18 ບ້ານ ແລະ 8 ເມືອງ

-ບໍ່ແກ້ວ ມີ 32 ຄົນ ໃນ 8 ບ້ານ ແລະ 1 ເມືອງ

-ຜົ້ງສາລີ ມີ 16 ຄົນ ໃນ 2 ບ້ານ ແລະ 2 ເມືອງ

-ບໍລິຄຳໄຊ ມີ 11 ຄົນ ໃນ 4 ບ້ານ ແລະ 2 ເມືອງ

-ເຊກອງ ມີ 10 ຄົນ ໃນ 6 ບ້ານ ແລະ 2 ເມືອງ

-ສະຫວັນນະເຂດ ມີ 09 ຄົນ ໃນ 7 ບ້ານ ແລະ 2 ເມືອງ

-ຄຳມ່ວນ ມີ 03 ຄົນ ໃນ 8 ບ້ານ ແລະ 1 ເມືອງ

-ສາລະວັນ ມີ 02 ຄົນ ໃນ 2 ບ້ານ ແລະ 1 ເມືອງ

ສຳລັບ ຄົນເຈັບເສຍຊີວີດ 3 ຄົນ,​ ລາຍລະອຽດ ດັ່ງນີ້:

ຜູ້ທີ 1. ເພດຍິງ, ອາຍຸ 74 ປີ, ອາຊີບ: ແມ່ເຮືອນ, ບ້ານຢູ່ປະຈຸບັນບ້ານວັງວຽງ, ເມືອງວັງວຽງ, ແຂວງວຽງຈັນ

  • ພະຍາດປະຈໍາຕົວ: HTA ກິນຢາປະຈຳ ປິ່ນປົວບັນຫາທາງຈິດໄດ້ຫລາຍປີ ຂາດຢາໄດ້10ປາຍມື້
  • ຄົນເຈັບໄດ້ຮັບການສັກຢາວັກຊີນ Johnson & Johnson
  • ຕິດເຊື້ອຈາກສະມາຊິກຄົນໃນຄອບຄົວ
  • ຜົນກວດຢືນຢັນ 07 ພະຈິກ 2021
  • ເວລາ 10:20ໂມງ ຂອງວັນທີ່ 08 ພະຈິກ 2021: ຜູ້ກ່ຽວ ເຂົ້າມາສູນປິ່ນປົວໂຄວິດໂພນໂຮງ ດ້ວຍອາການສະຕິບໍ່ດີ, ປ່ວງໃບ່, ສື່ສານບໍ່ຮູ້ເລື່ອງ, ບໍ່ຫລັບບໍ່ນອນ ເປັນມາໄດ້ 4 ວັນ, ໄຂ້ ໄດ້ 2 ວັນ ກ່ອນເຂົ້າມາສູນປິ່ນປົວ, GCS: 3-4-4
  • ວັນທີ 08-13 ພະຈິກ 2021: ໄລຍະການປິ່ນປົວ ຊື່ງການຕອບສະໜອງຂອງຄົນເຈັບ ຕໍ່ການປິ່ນປົວບໍ່ດີ, ຄົນເຈັບມີອາການຊຸດໂຊມລົງເລື້ອຍຯ, ກິນດື່ມບໍ່ໄດ້ ປ້ອນອາຫານຜ່ານທໍ່ ແລະ ບໍ່ຮູ້ສະຕິ
  • ມາຮອດເວລາ 22:00 ໂມງ ຂອງວັນທີ 13 ພະຈິກ 2021: ຄົນເຈັບມີພາວະ shock, ຄວາມດັນ ເລືອດຕໍ່າ, ຫາຍໃຈຕຶ້ນ, ແພດໄດ້ສຸມໃສ່ເຊີດຊູເຕັມທີ່, ແຕ່ຄົນເຈັບບໍ່ມີການຕອບສະໜອງ
  • ມາຮອດເວລາ 22:40 ໂມງຂອງວັນທີ 13 ພະຈິກ 2021: ຄົນເຈັບເສຍຊີວິດ

ຜູ້ທີ 2. ເພດຍີງ, ອາຍຸ 77 ປີ, ອາຊີບ: ຜູ້ເຖົ້າ, ບ້ານຢູ່ປະຈຸບັນ ບ້ານວຽງຄຳ , ເມືອງປາກກະດິງ, ແຂວງບໍລິຄຳໄຊ

  • ພະຍາດປະຈໍາຕົວ: ເບົາຫວານ+ໄຂ້ຫຼັງຊຸດໂຊມ ເປັນມາໄດ້ 2 ປີ ມີປະຫວັດຂາດເລືອດ ແລະ ເຄີຍໃສເລືອດ
  • ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນ
  • ຄອບຄົວມີສະມາຊິກ 6 ຄົນ
  • ວັນທີ 13 ພະຈິກ 2021: ເຂົ້າໂຮງໝໍ ຊູມຊົນປາກກະດິງ ດ້ວຍອາການອິດເມືອອ່ອນເພຍ ກີນບໍ່ໄດ້  ເວລາ13:47 ໂມງ ທີມແພດເອົາອາການຊິວິດ ແລ້ວນຳສົ່ງໂຮງໝໍແຂວງ
  • ເວລາ 14:30 ໂມງ ມາຮອດໂຮງໝໍແຂວງ TA 112/68 , RR 30, P 113 Spo 280% ທີມແພດ ເຫັນວ່າມາແຕ່ເຂດສ່ຽງ ເລີຍ ກວດ RDT ຜົນອອກມາ ພົບເຊື້ອ COVI-19
  • ເວລາ 15:00 ໂມງ: ໄດ້ຍ້າຍໄປສູນປີ່ນປົວໂຄວິດຫຼັກ 6
  • ເວລາ 17:30 ໂມງ: ຜູ້ກ່ຽວໄດ້ເສຍຊິວິດ

ຜູ້ທີ 3. ເພດຍິງ, ອາຍຸ 50 ປີ, ອາຊີບ: ປະຊາຊົນ, ບ້ານສີໄຄ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ຄົນເຈັບມີບັນຫາສຸຂະພາບຈິດ
  • ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນ
  • ເວາລາ 21:00 ໂມງ ຂອງວັນທີ 13 ພະຈິກ 2021 ເຂົ້າມາໂຮງໝໍເສດຖາທິລາດ ດ້ວຍອາການບໍ່ຮູ້ສະຕິ (ຢຸດຫາຍໃຈ) ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແມ່ນພົບເຊື້ອ ແລະ ມື່ດຽວກັນນັ້ນ ຄົນເຈັບໄດ້ເສຍຊີວິດ.

LEAVE A REPLY

Please enter your comment!
Please enter your name here