ເຈົ້າເມືອງແກ່ນທ້າວ ກຳນົດເອົາ 3 ເຂດ ຂອງເມືອງເປັນເຂດແດງ

0
1335

ເມືອງແກ່ນທ້າວ ກໍານົດເອົາດ່ານສາກົນຂົວມິດຕະພາບນໍ້າເຫືອງ, ຫໍພັກພະນັກງານພາສີປະຈໍາດ່ານ ແລະ ບ້ານຈອມເພັດ ເປັນເຂດສີແດງ.

ໃນວັນທີ 14 ພະຈິກ 2021 ນີ້, ເຈົ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ອອກແຈ້ງການເລກທີ 1006/ຈມ.ກທ ວ່າດ້ວຍການຍົກລະດັບມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ນັບແຕ່ວັນທີ 15 – 19 ພະຈິກ 2021 ໂດຍແຈ້ງໃຫ້ຊາບວ່າ: ປັດຈຸບັນຢູ່ເມືອງແກ່ນທ້າວ ແມ່ນມີຄວາມສ່ຽງສູງ ທີ່ຈະເກີດການ ແຜ່ລະບາດຂອງພະຍາດໂຄວິດ-19 ອອກເປັນວົງກ້ວາງໃນຊຸມຊົນ ເນື່ອງຈາກວ່າ 4 ກໍລະນີ ຜູ້ຕິດເຊື້ອ ຢູ່ແຂວງໄຊຍະບູລີ ຄື:

-ກໍລະນີທີ່ 86, 188, 221 ແລະ ຫຼ້າສຸດແມ່ນກໍລະນີ 342 ແມ່ນການ ຕິດເຊື້ອຊຸມຊົນ ພາຍໃນເມືອງແກ່ນທ້າວ ເຊິ່ງທັງ 4 ກໍລະນີດັ່ງກ່າວ ໄດ້ມີການເຄື່ອນໄຫວ ຢູ່ຫຼາຍສະຖານທີ່ ພາຍໃນ ເມືອງ ທີ່ມີຜູ້ສໍາພັດໃກ້ຊິດເປັນຈໍານວນຫຼາຍ. ເຈົ້າເມືອງແກ່ນທ້າວ ໄດ້ອອກແຈ້ງການໃຫ້ສືບຕໍ່ ປະຕິບັດ ຕາມແຈ້ງການ ຂອງ ເຈົ້າເມືອງ ສະບັບເລກທີ 980 ແລະ 996 ຢ່າງເຂັ້ມງວດ.

-ເກັບກໍາເປົ້າໝາຍ ຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ທີ່ໄດ້ຮັບວັກຊີນ ແລະ ຍັງບໍ່ທັນໄດ້ຮັບວັກຊີນ, ພ້ອມທັງກໍານົດເປົ້າໝາຍ ອາຍຸແຕ່ 12-17 ປີ ໃຫ້ຮູ້ລາຍຊື່ ແລະ ຈໍານວນພົນລະອຽດ, ຊັດເຈນ ເພື່ອລາຍງານຄະນະສະເພາະກິດຂັ້ນເມືອງ ໃຫ້ສໍາເລັດໃນທ້າຍເດືອນພະຈິກ 2021. ຈາກນັ້ນ, ມອບໃຫ້ຄະນະສະເພາະກິດຂັ້ນເມືອງ ຂຶ້ນແຜນຄວາມຕ້ອງການວັກຊີນ ສະເໜີຕໍ່ຄະນະສະເພາະກິດຂັ້ນແຂວງ ເພື່ອມາສັກກຸ່ມເປົ້າໝາຍຢູ່ພາຍໃນເມືອງໃຫ້ທົ່ວເຖິງ.

-ສໍາລັບລົດສົ່ງສິນຄ້າເຂົ້າ-ອອກແຂວງ ໂດຍຜ່ານເມືອງແກ່ນທ້າວ ຈາກທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງແລ້ວ (ຜູ້ປະກອບການຕ້ອງສົ່ງແຜນການຂົນສົ່ງ, ລາຍຊື່ໂຊເຟີລົດ,ຜູ້ຕິດຕາມ,ທະບຽນລົດ ແລະ ຈຸດໝາຍການເດີນທາງ) ໃຫ້ຄະນະນະສະເພາະກິດກ່ອນການເດີນທາງຢ່າງໜ້ອຍ 3 ວັນ ເພື່ອຈະໄດ້ອອກໜັງສືຢັ້ງຢືນຮັບອະນຸຍາດການເຂົ້າມາໃຫ້ຖືກຕ້ອງ, ສໍາລັບໂຊເຟີລົດພ້ອມຜູ້ຕິດຕາມທີ່ເປັນຄົນພາຍໃນເມືອງ ກັບຈາກບ່ອນທີ່ມີຄວາມສ່ຽງ ຈະໄດ້ກວດກາຫາເຊື້ອພະຍາດໂຄວິດ-19 ຖ້າຜົນກວດເປັນບວກແມ່ນຈະໄດ້ປິ່ນປົວຕາມຂັ້ນຕອນ ແລະ ຖ້າເປັນລົບຈຶ່ງສາມາດນໍາສົ່ງສິນຄ້າໄປຈຸດໝາຍໄດ້.

-ໃນໄລຍະການເດີນທາງແມ່ນຫ້າມຈອດລົດໃນເຂດຊຸມຊົນ ແລະ ເຂດທີ່ມີຄວາມສ່ຽງ ການຕິດເຊື້ອພະຍາດໂຄວິດ-19 ຢ່ງເດັດຂາດ.

-ສືບຕໍ່ປິດການເຂົ້າ-ອອກເມືອງ, ບໍລິເວນດ່ານສາກົນຂົວມິດຕະພາບນໍ້າເຫືອງ, ເຂດຫໍພັກພະນັກງານພາສີປະຈໍາດ່ານ ແລະ ບ້ານຈອມເພັດ ໂດຍສະເພາະແມ່ຮ່ອມເຮືອນຂອງຜູ້ຕິດເຊື້ອ ຊົ່ວຄາວ ຈົນກວ່າຈະມີແຈ້ງການປ່ຽນແປງໃໝ່ (ຍົກເວັ້ນໄປທໍາການຜະລິດກະສິກໍາ), ຖ້າກໍລະນີຈໍາເປັນຈະເດີນທາງເຂົ້າ-ອອກເມືອງ ຕ້ອງໄດ້ຮັບວັກຊິນຄົບໂດສ ແລະໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນເມືອງ, ຂັ້ນແຂວງ.

-ສໍາລັບຈຸດຜ່ານດ່ານທ່າເຮືອບັກເວີນຄໍາ ແມ່ນໃຫ້ເອົາໃຈໃສ່ຕິດຕາມການນໍາເຂົ້າຈາກຕ່າງແຂວງຢ່າງເຂັ້ມງວດ, ອະນຸຍາດເຂົ້າອອກແຕ່ກໍລະນີຈໍາເປັນ ເຊັ່ນ:ລົດພະນັກງານແພດໝໍ, ລົດສົ່ງຄົນເຈັບ, ລົດຄະນະສະເພາະກິດ. ສໍາລັບລົດຂົນສົ່ງສິນຄ້າ ແມ່ນໃຫ້ຄ່ຽນຖ່າຍສິນຄ້າ,ກໍລະນີບໍ່ສາມາດຄ່ຽນຖ່າຍສິນຄ້າ ແມ່ນໃຫ້ປ່ຽນຫົວລາກ ຫຼືປ່ຽນຄົນຂັບລົດ.

-ມອບໃຫ້ຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ດ່ານສາກົນ ແລະ ນາຍບ້ານພາຍໃນເທດສະບານເມືອງ ກວດກາການເຄື່ອນໄຫວຂອງພະນັກງານ ແລະ ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຖ້າຫາກມີການພົວພັນກັບກຸ່ມສ່ຽງ ແມ່ນໃຫ້ຈໍາກັດບໍລິເວນຕົນເອງ ແລະ ກວດຫາເຊື້ອພະຍາດໂຄວິດ-19, ຜູ້ໃດໄດ້ພົວພັນໃກ້ຊິດກັບຜູ້ຕິດເຊື້ອ(ຜູ້ສໍາຜັດ C1 ບໍ່ໃຫ້ມາປະຈໍາການ). ສໍາລັບພະນັກງານທີ່ບໍ່ນອນໃນກຸ່ມສ່ຽງ ແມ່ນໃຫ້ແຕ່ງຕັ້ງຜັດປ່ຽນກັນມາປະຈໍາການ.

-ກໍານົດເອົາບ້ານພາຍໃນເທດສະບານເມືອງ ແລະ ບ້ານຫ້ວຍບູຮາ ເປັນເຂດເຫຼືອງ, ກໍານົດເອົາດ່ານສາກົນຂົວມິດຕະພາບນໍ້າເຫືອງ, ເຂດຫໍພັກພະນັກງານພາສີປະຈໍາດ່ານ ແລະ ບ້ານຈອມເພັດ ເປັນເຂດແດງ.

-ໃຫ້ສືບຕໍ່ປິດການຮຽນ-ການສອນ ທຸກຊັ້ນຮຽນ ຢູ່ພາຍໃນເທດສະບານເມືອງຊົ່ວຄາວ ຈົນກ່ວາຈະມີແຈ້ງການປ່ຽນແປງ ສ່ວນໂຮງຮຽນຢູ່ນອກເທດສະບານ (ນອກຈາກເຂດເຫຼືອງ) ແມ່ນອະນຸຍາດເປີດຮຽນໄດ້ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.

-ສືບຕໍ່ປິດຮ້ານອາຫານ,ເດີ່ນເຕະບານ, ຮ້ານຕັດຜົມ, ຮ້ານເສີມສວຍ, ຮ້ານນວດ, ຮ້ານສະນຸກເກີ, ສັງວຽນຕີໄກ່,ແຫຼ່ງທ່ອງທ່ຽວ ຢູ່ພາຍໃນເມືອງ. ສໍາລັບຮ້ານປີ້ງ, ຮ້ານຊີ້ນດາດ, ຮ້ານຕິ່ມຊໍາ ແລະ ຮ້ານອາຫານສຸກ ແມ່ນບໍ່ໃຫ້ນັ່ງກິນ ໃຫ້ຊື້ໄປກິນຢູ່ເຮືອນ, ສໍາລັບຕະຫຼາດແມ່ນໃຫ້ມີການຊື້-ຂາຍ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເຊັ່ນ: ການຮັກສາໄລຍະຫ່າງ,ໃສ່ຜ້າອັດປາກ-ດັງ ແລະໝັ່ນລ້າງມືດ້ວຍນໍ້າສະອາດ,ໃສ່ສະບູ ຫຼື ເຈວ ລ້າງມື.

-ຫ້າມຊຸມແຊວແລະໃຊ້ສຽງດັງຢູ່ທຸກສະຖານທີ່ພາຍໃນເມືອງຢ່າງເດັດຂາດ.

-ປິດການຂົນສົ່ງໂດຍສານ ລະຫວ່າງ ບ້ານເຂດຊານເມືອງ ຫາເທດສະບານເມືອງແກ່ນທ້າວ ແລະ ປິດການຂົນສົ່ງລະຫວ່າງ ເມືອງແກ່ນທ້າວ ຫາຕ່າງເມືອງພາຍໃນແຂວງ ແລະ ຕ່າງແຂວງ ຍົກເວັ້ນລົດຂົນສົ່ງສິນຄ້າທີ່ຈໍາເປັນເຊັ່ນ: ນໍ້າມັນເຊື້ອໄຟ,ສິນຄ້າກະສິກໍາ,ອາຫານ ແລະ ອຸປະກອນການແພດ ແຕ່ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນເມືອງ ແລະ ຂັ້ນແຂວງ.

-ຫ້າມຈັດກອງປະຊຸມໃນລະດັບຕ່າງໆ ທີ່ມີຈໍານວນຜູ້ເຂົ້າຮ່ວມເກີນ 10 ທ່ານ ຢູ່ພາຍໃນເມືອງ,ຖ້າກໍລະນີມີຄວາມຈໍາເປັນຕ້ອງ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນເມືອງ.

-ມອບໃຫ້ຄະນະສະເພາະກິດຂັ້ນເມືອງ ສົບທົບກັບຫ້ອງການສາທາລະນະສຸກຂັ້ນເມືອງ ຊອກຫາຜູ້ສໍາພັດໃກ້ຊິດ ກັບຜູ້ຕິດເຊື້ອ C1 ເພື່ອເກັບກໍາຕົວຢ່າງ ແລະ ຈໍາກັດບໍລິເວນຕົນເອງ ພ້ອມທັງກະກຽມໂຮງໝໍພາກສະໝາມ ແລະ ສູນກັກກັນເພີ່ມ ເພື່ອຮັບຮອງຜູ້ຕິດເຊື້ອ ແລະ ຜູ້ສໍາພັດໃກ້ຊິດ (C1) ກັບຜູ້ຕິດເຊື້ອ.

-ມອບໃຫ້ກອງບັນຊາການທະຫານເມືອງ, ກອງບັນຊາການ ປກສ ເມືອງ, ກອງຮ້ອຍຊາຍແດນ ຄ 158 ນໍາໃຊ້ກໍາລັງຂອງຕົນໃນການປະຕິບັດໜ້າທີ່ຮ່ມກັບຄະນະສະເພາະກິດ ເພື່ອປະຈໍາຢູ່ຈຸດກວດກາຂອງເມືອງແຕ່ລະຈຸດເຊັ່ນ: ຈຸດໂຄກກະເປົາ, ຈຸດສາລານໍ້າວັງຫຼວງ, ຈຸດບ້ານເມືອງໝໍ ແລະ ຈຸດທ່ານບັກບ້ານເວີນຄໍາ.

-ສ່ວນຈຸດບ້ານເມືອງໝໍ ແມ່ນໃຫ້ຕິດຕາມການສັນຈອນ ພາຍໃນເມືອງ ແລະ ບ່ອນທີ່ມີກາຊຸມແຊວ ແລະ ໃຊສຽງນັນ.

-ໃນຊ່ວງໄລຍະນີ ແມ່ນໄລຍະການເກັບກູ້ຜົນຜະລິດ ໂດຍສະເພາະແມ່ນເຂົ້ານາປີ ຈຶ່ງໃຫາການຈັດຕັ້ງບ້ານເຂັ້ມງວດ ຕິດຕາມກວດກາປະຊາຊົນຂອງຕົນ ຕໍ່ກັບການໄປອອກແຮງງານຢູ່ບ້ານອື່ນ ແລະ ປະຊາຊົນບ້ານອື່ນມາອອກແຮງງານ ຫຼື ເຈວລ້າງມື ແລະ ເວລາກິກເຂົ້າຮ່ວມກັນຮັກສາໄລຍະຫ່າງ.

-ປິດການສັນຈອນເດີນທາງ ຢູ່ພາຍໃນເມືອງ ນັບແຕ່ເວລາ 21:30 ຫາ 05:00 ເຊົ້າຂອງມື້ຖັດໄປ.

ຂໍ້ມູນ: ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງແກ່ນທ້າວ

LEAVE A REPLY

Please enter your comment!
Please enter your name here