ລາຍລະອຽດຜູ້ເສຍຊີວິດໃໝ່ ແລະ ຜູ້ຕິດເຊື້ອໃໝ່

0
2998

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນ ວັນທີ 17 ພະຈິກ 2021 ມີຜູ້ເສຍຊີວິດໃໝ່ເພີ່ມອີກ 2 ຄົນ

ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຍິງ, ອາຍຸ 40 ປີ, ບ້ານໂພນຄໍ້, ເມືອງໄຊທານີ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
  • ຜ່ານມາຍັງບໍ່ໄດ້ສັກວັກຊີນກັນໂຄວິດ-19
  • ວັນທີ 11 ພະຈິກ 2021: ມາຮອດໂຮງໝໍດ້ວຍອາການອິດເມື່ອຍ, ຫາຍໃຈຝືດ ແລະ ນອນພຽງບໍ່ໄດ້, ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ຢູ່ໂຮງໝໍມິດຕະພາບ ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ເຂົ້ານອນປິ່ນປົວຢູ່ໂຮງຫມໍມິດຕະພາບ
  • ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 11-16 ພະຈິກ 2021, ເປັນເວລາ 06 ວັນ
  • ຮອດເວລາ 07:25 ໂມງ ຂອງວັນທີ 16 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2: ເພດຊາຍ, ອາຍຸ 25 ປີ, ບ້ານເມືອງນ້ອຍ, ເມືອງໄຊເສດຖາ, ນະຄອນຫລວງ

  • ຜູ້ກ່ຽວເປັນຄົນຕຸ້ຍ ນໍ້າໜັກ 110 ກິໂລ
  • ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
  • ວັນທີ 07 ພະຈິກ 2021: ຢັ້ງຢືນພົບເຊື້ອພະຍາດໂຄວິດ-19 ແລ້ວ ໄດ້ເຂົ້າປິ່ນປົວຢູ່ສູນ ມຊ ດົງໂດກ
  • ວັນທີ 15 ພະຈິກ 2021: ໄດ້ຍ້າຍຈາກສູນ ມຊ ດົງໂດກ ເຂົ້າມາປີ່ນປົວຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄອ ແລະ ຫາຍໃຈຝຶດ
  • ມາຮອດເວລາ 13:45 ໂມງ ຂອງວັນທີ 16 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.

ນະຄອນຫຼວງ 534 ຄົນ: ມາຈາກ 191 ບ້ານ ໃນ 9 ເມືອງ

  • ເມືອງຈັນທະບູລີ ມີ 16 ບ້ານ (44 ຄົນ )
  • ເມືອງສີໂຄດຕະບອງ ມີ 28 ບ້ານ (72 ຄົນ )
  • ເມືອງໄຊເສດຖາ ມີ 38 ບ້ານ (108 ຄົນ )
  • ເມືອງສີສັດຕະນາກມີ 20 ບ້ານ (61 ຄົນ )
  • ເມືອງ ນາຊາຍທອງ ມີ 16 ບ້ານ (40 ຄົນ )
  • ເມືອງໄຊທານີ ມີ 32 ບ້ານ (97 ຄົນ )
  • ເມືອງຫາດຊາຍຟອງ ມີ 27 ບ້ານ (64 ຄົນ )
  • ເມືອງ ສັງທອງ ມີ 04 ບ້ານ (08 ຄົນ )
  • ເມືອງປາກງື່ມ ມີ 08 ບ້ານ ( 37 ຄົນ )

ຍັງສືບຕໍ່ເອົາຂໍ້ມູນ 03 ຄົນ  

ຫຼວງພະບາງ ມີ 112 ຄົນ ໃນ 36 ບ້ານ ແລະ 9 ເມືອງ

-ແຂວງວຽງຈັນ ມີ 106 ຄົນ ໃນ 31 ບ້ານ ແລະ 7 ເມືອງ

ຫຼວງນ້ຳທາ ມີ 4 ຄົນ ໃນ 3 ບ້ານ ແລະ 1 ເມືອງ

ຜົ້ງສາລີ ມີ 38 ຄົນ ໃນ 9 ບ້ານ ແລະ 2 ເມືອງ

ຈຳປາສັກ ມີ 71 ຄົນ ໃນ 32 ບ້ານ ແລະ 8 ເມືອງ

ອຸດົມໄຊ ມີ 41 ຄົນ ໃນ 2 ບ້ານ ແລະ 1 ເມືອງ

-ເຊກອງ ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ

ບໍລິຄຳໄຊ ມີ 20 ຄົນ ໃນ 9 ບ້ານ ແລະ 3 ເມືອງ

ຄຳມ່ວນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສະຫວັນນະເຂດ ມີ 8 ຄົນ ໃນ 7 ບ້ານ ແລະ 1 ເມືອງ

ບໍ່ແກ້ວ ມີ 66 ຄົນ ໃນ 20 ບ້ານ ແລະ 2 ເມືອງ

ສາລະວັນ ມີ 11 ຄົນ ໃນ 6 ບ້ານ ແລະ 2 ເມືອງ

ຫົວພັນ ມີ 6 ຄົນ ໃນ 3 ບ້ານ ແລະ 2 ເມືອງ

ອັດຕະປື ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ

-ໄຊຍະບູລີ ມີ 37 ຄົນ ໃນ 15 ບ້ານ ແລະ 1 ເມືອງ

-ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

-ໄຊສົມບູນ ມີ 5 ຄົນ ໃນ 3 ບ້ານ ແລະ 2 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 1 ຄົນ ຈາກ ສະຫວັນນະເຂດ ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ມາຮອດວັນທີ 17 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 57,397 ຄົນ, ເສຍຊີວິດສະສົມ 112 ຄົນ (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 717 ຄົນ, ກໍາລັງປິ່ນປົວ 10,691 ຄົນ.

LEAVE A REPLY

Please enter your comment!
Please enter your name here