ລາຍງານໂຄວິດ-19 ໃນ ລາວ ປະຈຳວັນ

0
7516

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 19 ພະຈິກ 2021 ໃຫ້ຮູ້ວ່າ:

ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 76 ປີ, ອາຊີບ: ພະນັກງານບຳນານ, ບ້ານສີຫອມ, ເມືອງຈັນທະບູລິ, ນະຄອນຫລວງ.

  • ພະຍາດປະຈໍາຕົວ: ມະເຮັງລຳໄສ້ ແລະ ຄວາມດັນເລືອດສູງ
  • ຜ່ານມາໄດ້ສັກວັກຊີນກັນໂຄວິດ-19 ຄົບ
  • ວັນທີ 12 ພະຈິກ 2021: ຄົນເຈັບມີອາການໄຂ້, ໄອ, ຫາຍໃຈຝືດ
  • ວັນທີ 14 ພະຈິກ 2021: ໄດ້ມາກວດ ຢູ່ໂຮງໝໍມິດຕະພາບ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19
  • ວັນທີ 15 ພະຈິກ 2021: ຜົນກວດພົບເຊື້ອ ແລະ ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ
  • ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 15-18 ພະຈິກ 2021 ເປັນເວລາ 04 ວັນ
  • ຮອດເວລາ 18:18 ນາທີ ຂອງວັນທີ 18 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 2: ເພດຍິງ, ອາຍຸ 82ປີ, ອາຊີບ: ແມ່ເຮືອນ, ບ້ານພູເຂົາຄຳ, ເມືອງແກ້ວອຸດົມ, ແຂວງວຽງຈັນ

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
  • ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
  • ຜູ້ກ່ຽວຕິດເຊື້ອຈາກສະມາຊິກໃນຄອບຄົວ
  • ວັນທີ 9 ພະຈິກ 2021: ຜົນກວດຢັ້ງຢືນຕິດເຊື້ອ ແລະ ຖືກນຳສົ່ງຈາກໂຮງໝໍເມືອງແກ້ວອຸດົມ ເຂົ້າມາສູນປິ່ນປົວໂຄວິດໂພນໂຮງ ດ້ວຍອາການອິດເມື່ອຍ, ຫາຍໃຈຝືດ, ແໜ້ນໜ້າເອິກ, ໄຂ້ ແລະ ໄອ
  • ນັບແຕ່ວັນທີ 09-18 ພະຈິກ 2021: ໃນຕະຫລອດໄລຍະການປິ່ນປົວ ອາການຂອງຜູ້ກ່ຽວບໍ່ດີຂຶ້ນ
  • ວັນທີ 17 ພະຈິກ 2021: ຄົນເຈັບຫາຍໃຈຫອບ ແພດໝໍ, ພະຍາບານໄດ້ສຸມທຸກກຳລັງເຊີດຊູທັງຢາ ແລະ ອຸປະກອນເຕັມທີ່  ແຕ່ຄົນເຈັບບໍ່ມີອາການຕອບສະໜອງມາຮອດເວລາ 16:30 ໂມງ ຂອງວັນທີ 18 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 3: ເພດຊາຍ, ອາຍຸ 1 ເດືອນ 14 ມື້, ອາຊີບ: ເດັກ, ບ້ານຜາບ່ອງ, ເມືອງຫີນເຫີບ, ແຂວງວຽງຈັນ

  • ຕິດເຊື້ອຈາກສະມາຊິກໃນຄອບຄົວ
  • ວັນທີ 17 ພະຈິກ 2021: ເຂົ້າໄປກວດຢູ່ສຸກເສີນໂຮງຫມໍແຂວງວຽງຈັນ ຍ້ອນອາການໄຂ້, ຮາກ, ຖ່າຍເປັນນໍ້າດູດນົມໄດ້ເລັກນ້ອຍ ຈຶ່ງໄດ້ເກັບຕົວຢ່າງກວດ ຜົນເປັນບວກ  ແລະ ຖືກສົ່ງໂຕມາສູນປິ່ນປົວໂຄວິດໂພນໂຮງ
  • ວັນທີ 18 ພະຈິກ 2021: ເດັກບໍ່ດູດນົມ, ຫາຍໃຈໄວ, ອາການທາງລະບົບຫາຍໃຈຊຸດໂຊມ, ແພດໄດ້ສຸມໃສ່ເຊີດຊູໃຫ້ຢາເຕັມທີ່ ແຕ່ຄົນເຈັບບໍ່ມີການຕອບສະໜອງ –    ມາຮອດເວລາ 4:00 ໂມງ ຂອງວັນທີ 19 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ສຳລັບຜູ້ຕິດເຊື້ອໃໝ່, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,987 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,097 ຄົນ (ຕິດເຊື້ອພາຍໃນ ມີ 1,082 ຄົນ ແລະ ຕິດເຊື້ອນໍາເຂົ້າ15 ຄົນ).  

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,082 ຄົນ ຈາກ 16 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 460 ຄົນ ໃນ 167 ບ້ານ ແລະ 9 ເມືອງ

  • ເມືອງຈັນທະບູລີ 47 ຄົນ ຈາກ 18 ບ້ານ
  • ເມືອງສີໂຄດຕະບອງ 58 ຄົນ ຈາກ 28 ບ້ານ
  • ເມືອງໄຊເສດຖາ 98​ ຄົນ ຈາກ 38 ບ້ານ
  • ເມືອງສີສັດຕະນາກ 67 ຄົນ ຈາກ 20​ ບ້ານ
  • ເມືອງນາຊາຍທອງ 24​ ຄົນ ຈາກ 12 ບ້ານ
  • ເມືອງໄຊທານີ 91​ ຄົນ ຈາກ 31 ບ້ານ
  • ເມືອງຫາດຊາຍຟອງ 49​ ຄົນ ຈາກ 18 ບ້ານ
  • ເມືອງສັງທອງ 5 ຄົນ ຈາກ 2 ບ້ານ ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ
  • ຫຼວງພະບາງ ມີ 137 ຄົນ ໃນ 46 ບ້ານ ແລະ 10 ເມືອງ
  • ແຂວງວຽງຈັນ ມີ 72 ຄົນ ໃນ 31 ບ້ານ ແລະ 9 ເມືອງ
  • ຫຼວງນ້ຳທາ ມີ 12 ຄົນ ໃນ 9 ບ້ານ ແລະ 2 ເມືອງ
  • ຜົ້ງສາລີ ມີ 78 ຄົນ ໃນ 20 ບ້ານ ແລະ 4 ເມືອງ
  • ຈຳປາສັກ ມີ 59 ຄົນ ໃນ 33 ບ້ານ ແລະ 4 ເມືອງ
  • ອຸດົມໄຊ ມີ 18 ຄົນ ໃນ 6 ບ້ານ ແລະ 3 ເມືອງ
  • ຄຳມ່ວນ ມີ 13 ຄົນ ໃນ 6 ບ້ານ ແລະ 4 ເມືອງ
  • ເຊກອງ ມີ 14 ຄົນ ໃນ 9 ບ້ານ ແລະ 2 ເມືອງ
  • ບໍລິຄຳໄຊ ມີ 49 ຄົນ
  • ສະຫວັນນະເຂດ ມີ 27 ຄົນ ໃນ 19 ບ້ານ ແລະ 3 ເມືອງ
  • ບໍ່ແກ້ວ ມີ 65 ຄົນ ໃນ 19 ບ້ານ ແລະ 3 ເມືອງ
  • ສາລະວັນ ມີ 19 ຄົນ ໃນ 5 ບ້ານ ແລະ 2 ເມືອງ
  • ຫົວພັນ ມີ 5 ຄົນ
  • ໄຊຍະບູລີ ມີ 52 ຄົນ ໃນ 15 ບ້ານ ແລະ 1 ເມືອງ
  • ຊຽງຂວາງ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 15 ຄົນ ຈາກ ນະຄອນຫຼວງ 1 ຄົນ, ໄຊຍະບູລີ 12 ຄົນ ແລະ ຈຳປາສັກ 2 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ມາຮອດວັນທີ 19 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 59,895 ຄົນ, ເສຍຊີວິດສະສົມ 119 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 403 ຄົນ, ກໍາລັງປິ່ນປົວ 11,220 ຄົນ.

LEAVE A REPLY

Please enter your comment!
Please enter your name here