ຫຼວງພະບາງ​ແຈ້ງ! ຜູ້ຕິດເຊື້ອໂຄວິດທີ່ປິ່ນປົວຕ້ອງໄດ້ຮັບຜິດຊອບຄ່າກິນຢູ່ເອງ

0
3120

 ແຂວງຫຼວງພະບາງ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ອອກແຈ້ງການ ເລື່ອງ: ການຈັດຕັ້ງປະຕິບັດ ໃນການຮັບຜິດຊອບພັນທະດ້ວຍຕົນເອງ ຂອງພາກສ່ວນທີ່ຕິດເຊື້ອໂຄວິດ-19 ຢູ່

ແຂວງຫຼວງພະບາງ ອີງຕາມ: ແຈ້ງການຂອງ ອົງການກາແດງລາວ, ສະບັບເລກທີ 1105/ ກດລ, ລົງວັນທີ 16 ພະຈິກ (1) 2021 ວ່າດ້ວຍເລື້ອງການໂຈະສະຫນອງ ອາຫານ, ນ້ໍາດື່ມ ແລະ ເຄື່ອງໃຊ້ພື້ນຖານໃຫ້ແກ່ ໂຮງຫມໍພາກສະຫນາມ ປິ່ນປົວ ພະຍາດໂຄວິດ-19 ຢູ່ ແຂວງຫຼວງພະບາງ. ອິງຕາມ: ຜົນກອງປະຊຸມຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດ ຂອງພະຍາດໂຄ ວິດ-19, ຄັ້ງວັນທີ 19 ພະຈິກ () 2021.

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19, ຂໍຖືເປັນກຽດ ແຈ້ງມາຍັງ ທ່ານ ຊາບດັ່ງນີ້:

ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະ ການຕ່າງໆ ຕາມທີ່ລະບຸ ໄວ້ໃນແຈ້ງການ ແລະ ມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດ ໂຄວິດ-19 ຂັ້ນແຂວງ, ນະຄອນ ແລະ ຂັ້ນເມືອງ ໄດ້ວາງອອກ ເຫັນວ່າແຂວງຂອງພວກເຮົາ ໄດ້ຮັບຜົນສໍາເລັດເປັນກ້າວໆ ເຊີ່ງສະແດງອອກບາງດ້ານ ທີ່ພົ້ນ ເດັ່ນ ຄື:

ການສັກວັກຊີນ ເຂັມທີ 01 ໄດ້ 250,018 ຄົນ, ກວມ 53,1%, ສັກດົບໂດສ 196.160 ຄົນ, ກວມ 4 1,7%, ເຊິ່ງປະຈຸບັນນີ້ແມ່ນຍັງມີຜູ້ທີ່ຕິດເຊື້ອເປັນຈໍານວນຫຼວງຫຼາຍຢູ່, ມາຮອດປະຈຸບັນມີຜູ້ຕິດເຊື້ອທັງຫມົດ 5,865 ຄົນ, ປິ່ນປົວ ຫາຍດີ 3,1 10 ຄົນ, ກວມ 53% ຂອງຈໍານວນຜູ້ຕິດເຊື້ອ; ອົງການປົກຄອງ ກໍ່ຄືຄະນະສະເພາະກິດ ທຸກຂັ້ນຕະຫຼອດ ຮອດພະນັກ ງານແພດຫມໍ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງທຸກພາກສ່ວນໃນທົ່ວແຂວງ ສືບຕໍ່ປະຕິບັດຫນ້າທີ່ ທີ່ການຈັດຕັ້ງມອບ

ຫມາຍ ໃຫ້ດ້ວຍຄວາມອົດທົນ ແລະ ຜ່ານຜ່າ ການຈັດຕັ້ງກໍ່ຄືຄອບຄົວ-ບຸກຄົນ ທຸກພາກສ່ວນໃນສັງຄົມ ໃນບັນດາເມືອງ ແລະ ນະຄອນ ສືບຕໍ່ໃຫ້ການສະຫນັບສະຫນູນ ແລະ ປະກອບ ເຂົ້າໃນວຽກງານຄວບຄຸມພະຍາດໂຄວິດ-19 ທັງທາງດ້ານ ວັດຖຸ ແລະ ທຶນຮອນຢ່າງເປັນຂະບວນ. ເຖິງຢ່າງໃດກໍ່ຕາມ ສະພາບການລະບາດຂອງພະຍາດ ຍັງບໍ່ມີທ່າອ່ຽງວ່າຈະລຸດ ລົງ ຍັງກວດພົບຜູ້ຕິດເຊື້ອໃນແຕ່ລະວັນ, ການຕິດເຊື້ອດັ່ງກ່າວ ສ່ວນຫຼາຍແມ່ນເກີດຢູ່ຕາມສະຖານທີ່ທີ່ມີ ຊຸມຊົນແອອັດ ລວມທັງຢູ່ໃນງານປະເພນີຕ່າງໆ, ສໍານັກງານ-ອົງການ, ຫົວຫນ່ວຍທຸລະກິດ, ໂຄງການກໍ່ສ້າງຕ່າງໆ ແລະ ລາມໄປຮອດການຕິດເຊື້ອກັນໃນຄອບຄົວນັບມື້ຫຼາຍຂຶ້ນ.

ສາເຫດການແຜ່ລະບາດ ຍ້ອນປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ ຕໍາຫຼວດ, ຜູ້ປະກອບການ ຈໍານວນຫນຶ່ງ ຍັງບໍ່ທັນປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມ ງວດ. ໄລຍະຜ່ານມາທາງພາກລັດ ແລະ ອົງການຈັດຕັ້ງສາກົນ ກໍ່ໃຫ້ການສະຫນັບສະຫນູນ ດ້ານງົບປະມານເຂົ້າໃນ ວຽກ ງານຄວບຄຸມ ແລະ ແກ້ໄຂສະພາບການລະບາດ, ເຊັ່ນ:

ທາງອົງການກາແດງສະວິສ ໄດ້ສະຫນັບສະຫນູນຄ່າອາຫານສໍາລັບ ແຮງງານເຄື່ອນຍ້າຍ ຢູ່ໃນສູນກັກກັນ ແລະ ຄ່າອາຫານສໍາລັບຜູ້ຕິດເຊື້ອໃນໂຮງຫມໍພາກສະຫນາມມາຕະຫຼອດ ແຕ່ ມາຮອດ ປະຈຸບັນທາງອົງການກາແດງໄດ້ຢຸດ ສະຫນັບສະຫນູນຕາມແຈ້ງການ ສະບັບເລກທີ 05/ ກລ, ລົງວັນທີ 16 ພະຈິກ (11) 2021.

ວ່າດ້ວຍເລື່ອງການໂຈະສະຫນອງ ອາຫານ, ນ້ໍາດື່ມ ແລະ ເຄື່ອງໃຊ້ພື້ນຖານໃຫ້ແກ່ ໂຮງຫມໍພາກສະຫນາມ ປິ່ນປົວພະຍາດໂຄວິດ-19 ຢູ່ ແຂວງຫຼວງພະບາງ, ສະນັ້ນ ຈິ່ງມີຄວາມຈໍາເປັນ ຕ້ອງໄດ້ຮຽກຮ້ອງມາຍັງ ຜູ້ທີ່ຕິດເຊື້ອ ພະບາດໂຄວິດ-19 ທີ່ຈະມາປິ່ນປົວຢູ່ໂຮງຫມໍແຂວງ ແລະ ໂຮງຫມໍພາກສະຫນາມ ປະກອບສ່ວນຊ່ວຍຄ່າອາຫານ, ການ ກິນຢູ, ທີ່ພັກເຊົາ, ເຊິ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ ວັນທີ 23 ພະຈິກ (11) 2021 ເປັນຕົ້ນໄປ, ເຊີ່ງມີລາຍ ລະອຽດ ຄືດັ່ງນີ້:

1. ຈະໄດ້ເລີ່ມເກັບຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ໍາດື່ມຂອງພາກສ່ວນທີ່ຕິດເຊື້ອ ເພື່ອຈະຈັດຊື້ ແລະ ອໍານວຍ ຄວາມສະດວກ ໃນການສະຫນອງອາຫານ ໃຫ້ແກ່ພາກສ່ວນທີ່ເຂົ້ານອນປິ່ນປົວຢູ່ໂຮງຫມໍພາກສະຫນາມ ໃນແຫ່ງ ຕ່າງໆ ພາຍໃນແຂວງຫຼວງພະບາງເວົ້າລວມ, ເວົ້າສະເພາະ ກໍແມ່ນຜູ້ໃດຕິດເຊື້ອ ແມ່ນຈະໄດ້ຮັບຜິດຊອບ ຄ່າໃຊ້ຈ່າຍເປັນຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ໍາດື່ມ ດວ້ຍຕົນເອງ ..

2. ສໍາລັບພາກສ່ວນພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍທົ່ວໄປ ແມ່ນຈະໄດ້ຈ່າຍຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ໍາດື່ມດ້ວຍຕົນເອງ.

ໂດຍກໍານົດ ຄ່າອາຫານ 30.000 ກີບ/ຄົນ/ມື້ (ອາຫານສາມຄາບ),ຄ່ານ້ໍາດື່ມ 10.000ກີບ/ຄົນ/ມື້ ໄລຍະ ນອນປິ່ນປົວຜູ້ທີ່ມີອາການປົກກະຕິແມ່ນ 14 ວັນ ຄ່າໃຊ້ຈ່າຍສໍາລັບອາຫານ ລວມມູນຄ່າ 560.000 ກີບ/ ຄົນ.ກໍລະນີ້ຜູ້ທີ່ຕິດເຊື້ອຫາກມີອາການແມ່ນຈະໄດ້ສືບຕໍ່ປິ່ນປົວແມ່ນຈະໄດ້ຈ່າຍເພີ້ມອີກຕາມວັນທີ່ນອນປີ່ນປົວຕົວຈິງ, ສ່ວນຄ່າໃຊ້ຈ່າຍເຄື່ອງ ໃຊ້ສອຍສ່ວນຕົວ ແມ່ນຜູ້ກ່ຽວຮັບຜິດຊອບເອງ.

3. ສໍາລັບພາກສ່ວນ ໂຮງຈັກ, ໂຮງງານ ຫຼື ສະຖານທີ່ຕ່າງໆ ທີ່ມີສະມາຊິກ, ກໍາມະກອນ ຕັ້ງ 50 ຄົນຂື້ນໄປ ແມ່ນກໍລະນີເກີດລະບາດແມ່ນໃຫ້ພົວພັນທາງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ເພື່ອຈັດຕັ້ງໂຮງພາກສະຫນາມເພື່ອປິ່ນປົວຢູ່ກັບທີ່ ສ່ວນຄ່າໃຊ້ຈ່າຍຕ່າງໆແມ່ນມອບໃຫພາກສ່ວນກ່ຽວຂ້ອງເປັນຜູ້ຮັບຜິດຊອບເອງ.

4. ສໍາລັບບັນດາສໍານັກງານ, ອົງການ, ພະແນກການ, ກົມກອງ, ລັດວິສາຫະກິດ, ບັນດາຫົວຫນ່ວຍຖູລະກິດຕ່າງໆ

ໃຫ້ມີມາດຕະການປ້ອງກັນຕົນເອງ, ຖ້າຫາກພະນັກງານທີ່ສັງກັດຢູ່ໃນຄວາມຮັບຜິດຊອບຂອງຕົນ ຫາກມີກໍ ລະນີຜູ້ຕິດເຊື້ອ ແມ່ນຈະໄດ້ມອບໃຫ້ພາກສ່ວນດັ່ງກ່າວ ເປັນຜູ້ຮັບຜິດຊອບຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ໍາດື່ມດ້ວຍຕົນເອງ.

5. ທາງພາກລັດແມ່ນຈະໄດ້ຮັບຜິດຊອບແຕ່ ສະຖານທີ່ປິ່ນປົວ, ຢາປົວພະຍາດ ແລະ ອໍານວຍຄວາມສະດວກຕ່າງໆ ໃນການຮັບເຂົ້າສູນ, ໂຮງຫມໍພາກສະຫນາມ ແລະ ສະຖານທີ່ຮອງຮັບປິ່ນປົວ.

6. ສໍາລັບຜູ້ທີ່ມີເງື່ອນໄຂ ຫຼື ບໍ່ສະດວກທີ່ຈະເຂົ້າໄປປິ່ນປົວຢູ່ໂຮງຫມໍແຂວງ ໂຮງຫມໍຊຸມຊົນ ແລະ ໂຮງຫມໍພາກສະຫມາມ, ທາງຄະນະສະເພາະກິດແຂວງ ໄດ້ກໍານົດໂຮງແຮມເປັນສະຖານທີ່ປິ່ນປົວ ສະເພາະຜູ້ມີ ເງື່ອນໄຂດ້ານ ເສດຖະກິດ ໂດຍມີວິຊາການແພດປິ່ນປົວປະຈໍາ, ແຕ່ທາງພາກສ່ວນກ່ຽວຂ້ອງຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍພັກເຊົາ ຕາມ ລາຄາທີ່ທາງໂຮງແຮມໄດ້ ກໍານົດໄວ້.

7. ວິທິການຈັດຕັ້ງປະຕິບັດແມ່ນຈະໄດ້ປະຕິບັດດັ່ງນີ້: – ມອບໃຫ້ ໂຮງຫມໍປະກອບບຸກຄະລາກອນການແພດຈັດຕັ້ງທິມງານເພື່ອຮັບການປິ່ນປົວໃນແຕ່ລະບ່ອນທີ່ໄດ້ກໍານົດໄວ້ ( ຮັບຜິດຊອບວຽກງານປິ່ນປົວໂດຍກົງ ).

LEAVE A REPLY

Please enter your comment!
Please enter your name here