ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິສັດແພນອອສ໌ (ຖືຮຸ້ນໂດຍ ລັດວິສາຫະກິດ ຈີນ ແລະ ເປັນບໍລິສັດ ແມ່ຂອງບໍລິສັດ ພູເບ້ຍ ມາຍນິງ) ເຂົ້າພົບການນໍາລັດຖະບານລາວ

0
5263

ໃນເດືອນ ຕຸລາ, ດຣ ກຸນ ຢາງ ​ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິຫານບໍລິສັດ ແພນອອສ໌ ເຊິ່ງຖືຮຸ້ນໂດຍບໍລິສັດ ກວາງດົງ ຣາຍຊິງ ເອທເຄ (ໂຮນດິງ) ຈໍາກັດ ເຊິ່ງແມ່ນບໍລິສັດໃນເຄືອລັດວິສາຫະກິດ ສປ ຈີນ ແລະ ເປັນເຈົ້າຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ເຂົ້າລາຍງານການນໍາລັດຖະບານລາວຂັ້ນສູງຫຼາຍທ່ານ ໃນໄລຍະການຢ້ຽມຢາມຫວ່າງບໍ່ດົນມານີ້.

ດຣ ຢາງ ໄດ້ເຂົ້າພົບ ພະນະທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ; ພະນະທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ; ພະນະທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່; ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ທ່ານ ຄໍາລຽງ ອຸທະໄກສອນ, ເຈົ້າແຂວງໆ ໄຊສົມບູນ ແລະ ທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງໆ ຊຽງຂວາງ.

ການເດີນທາງມາສປປ ລາວໃນຄັ້ງນີ້ ເປີດໂອກາດໃຫ້ ດຣ ຢາງ ສະແດງຄວາມຮູ້ບຸນຄຸນຕໍ່ລັດຖະບານລາວ ສໍາລັບການສະໜັບສະໜູນອັນຕໍ່ເນື່ອງທີ່ມີຕໍ່ບໍລິສັດ ພູເບ້ຍ ມາຍນິງ ແລະ ບໍລິສັດ ແພນອອສ໌. ດຣ ຢາງ ຍັງໄດ້ລາຍງານການນໍາລັດຖະບານລາວ ຊາບກ່ຽວກັບຄວາມມຸ້ງໝັ້ນຂອງບໍລິສັດ ແພນອອສ໌ໃນການສ້າງຄວາມເຕີບໃຫຍ່ ແລະ ຄວາມມັ້ງຄົງທາງທຸລະກິດໃນປະເທດສືບຕໍ່ໄປຜ່ານການດໍາເນີນງານປະຈຸບັນຂອງບໍລິສັດ ແລະ ບໍລິສັດມີຄວາມສົນໃຈປຶກສາຫາລືໂອກາດໃນການພັດທະນາ ແລະ ການຂະຫຍາຍທຸລະກິດຕໍ່ໜ້າທີ່ບໍລິສັດ ກໍາລັງຈັດຕັ້ງໃນລາວ.

ດຣ ຢາງ ກ່າວວ່າ: “ລັດວິສາຫະກິດ ສປ ຈີນ ຍັງຄົງໃຫ້ການສະໜັບສະໜູນການດໍາເນີນທຸລະກິດໃນລາວຫຼາຍຍິ່ງຂຶ້ນ ແລະ ເປັນວິໄສທັດອັນໜຶ່ງ ເພື່ອສືບຕໍ່ດໍາເນີນທຸລະກິດຢູ່ລາວ ໃນໄລຍະຍາວ ຜ່ານການພັດທະນາໂອກາດໃໝ່ໆເພື່ອຜົນປະໂຫຍດດ້ານການຄ້າຮ່ວມກັນທັງສປປ ລາວ ແລະ ສປ ຈີນ. ນີ້ແມ່ນສິ່ງທີ່ໜ້າຕື່ນເຕັ້ນ ເພາະໂອກາດທີ່ບົ່ມຊ້ອມເຫຼົ່ານີ້ ຈະຊ່ວຍພັດທະນາເສດຖະກິດຂອງລາວ ແລະ ສ້າງໄລຍະໃໝ່ແຫ່ງຄວາມວັດທະນະຖາວອນສໍາລັບປະເທດຊາດ.ໃນຕອນທ້າຍ, ດຣ ຢາງ ຂໍຂອບໃຈມາຍັງລັດຖະບານ ລາວ ສໍາລັບການຕ້ອນຮັບອັນອົບອຸ່ນໃນໄລຍະການຢ້ຽມຢາມລາວຂອງທ່ານຄັ້ງທໍາອິດ ນັບແຕ່ມີສະພາບການລະບາດຂອງໂຄວິດ-19 ແລະ ສ້າງຄວາມເຊື່ອໝັ້ນວ່າບໍລິສັດ ແພນອອສ໌ ແລະ ລັດວິສາຫະກິດສປ ຈີນ ຈະສືບຕໍ່ສະໜັບສະໜູນບໍລິສັດ ພູເບ້ຍ ມາຍນິງ, ລັດຖະບານ ແລະ ປະຊາຊົນລາວໃນໄລຍະການລະບາດຂອງໂຄວິດ-19.

LEAVE A REPLY

Please enter your comment!
Please enter your name here