ເຫດການປຸ້ນເຄື່ອງແບນເນມ ຄົນຮ້າຍ 80 ຄົນ ໃນຊານຟຣານຊິສໂກ

0
4214

ຕາມການລາຍງານ ຂອງສື່ທ້ອງຖິ່ນ ໃຫ້ຮູ້ວ່າ: ໃນວັນທີ 20 ພະຈິກຜ່ານມາ ມີກຸ່ມຄົນປະມານ 80 ຄົນ ພ້ອມຖືທ່ອນເຫຼັກໃນມື ລວມທັງອາວຸດອື່ນໆ ບຸກເຂົ້າຮ້ານແບນເນມ Nordstrom, ໃນຊານຟຣານຊິສໂກ.

ກຸ່ມຄົນດັ່ງກ່າວໄດ້ປຸ້ນສະດົມເອົາສິນຄ້າຫຼູພາຍໃນຮ້ານ ກ່ອນຈະເອົາຕົວຫຼົບໜີໄປພ້ອມກັບລົດປະມານ 25 ຄັນ ທີ່ຈອດຂວາງເສັ້ນທາງຢູ່ນອກຮ້ານ ຂະນະທີ່ເຈົ້າໜ້າທີ່ຕຳຫຼວດໄດ້ຮວບຮວມກຳລັງຕິດຕາມຕົວ ແຕ່ສາມາດຈັບກຸມຜູ້ກໍ່ເຫດໄດ້ພຽງ 3 ຄົນ ເຊິ່ງການປຸ້ນຄັ້ງນີ້ເກີດຂຶ້ນທ່າມກາງສາຍຕາຂອງຜູ້ຄົນຈຳນວນຫຼາຍ ແຕ່ບັນດາຜູ້ກໍ່ເຫດຊໍ້າພັດບໍ່ຮູ້ສຶກຢ້ານກົວ ທັງທ້າທາຍຕໍ່ກົດໝາຍບ້ານເມືອງ. ຢ່າງໃດກໍຕາມ, ໂຊກດີບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດຈາກເຫດການຄັ້ງນີ້.

ກົດເຂົ້າເບິ່ງວີດີໂອ: https://www.facebook.com/laothai.org/videos/pcb.3228422450724173/954278185437506

ກ່ອນເກີດເຫດປຸ້ນຮ້ານແບນເນມ Nordstrom ຜ່ານໄປພຽງ 1 ວັນ ກໍຍັງມີຮ້ານຄ້າຫຼູຫຼາຍແຫ່ງ ໃນເຂດຢູນຽນສະແຄວຣ໌ ຂອງຊານຟຣານຊິສໂກ ເຊິ່ງເປັນຈຸດຊັອບປິ້ງຍອດນິຍົມ ກໍຖືກກຸ່ມຄົນບໍ່ດີພາກັບທຸບແວ່ນແກ້ວ ພ້ອມລັກເອົາສິນຄ້າ ກ່ອນຈະເອົາຕົບຫຼົບໜີໄປ.

LEAVE A REPLY

Please enter your comment!
Please enter your name here