6 ສິ່ງຄວນຮູ້ກ່ອນໄປໃຊ້ບໍລິການລົດໄຟລາວ-ຈີນ

0
4475

ອີງຕາມແຈ້ງການຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ລົງວັນທີ 30 ພະຈິກ 2021 ເລື່ອງ: ລະບຽບ 6 ຂໍ້ທີ່ສໍາຄັນມີທັງຂໍ້ຫ້າມ ແລະຄໍາແນະນໍາກ່ອນຂຶ້ນ-ລົງລົດ ເພື່ອ ເຮັດໃຫ້ການບໍລິການຂອງທຸກຄົນມີຄວາມປອດ ເຊິ່ງມີລາຍລະອຽດດັ່ງນີ້:

1.ຫ້າມພົກພາສິ່ງຂອງມີຄົມ ຫຼືວັດຖຸອັນຕະລາຍທີ່ໄວໄຟ, ມີພິດ ຫຼືກໍາມັນຕະລັງສີຂຶ້ນລົດໄຟຢ່າງເດັດຂາດ.

2.ຜູ້ໂດຍສານຕ້ອງຕິດຕາມການປະກາດເວລາກວດປີ້, ກະລຸນາຂຶ້ນລົດໄປກ່ອນລ່ວງຫນ້າ ຫຼືລໍຖ້າໃນເສັ້ນຂີດແດນຄວາມປອດໄພເທິງແທ່ນ ຂື້ນລົງລົດໄຟ

3.ເວລາຂຶ້ນ-ລົງລົດໄຟ ກະລຸນາລຽນແຖວໃຫ້ເປັນລະບຽບ, ຫ້າມບຽດແຫຍ້ກັນ ໃຫ້ ຜູ້ໂດຍສານທີ່ຈະລົງລົງໄປກ່ອນ ແລ້ວຈິ່ງຢ່າງຂຶ້ນລົດໄຟ. ຫ້າມໂດດລົງທາງລົດໄຟ, ຫ້າມເຂົ້າໄປໃນແລວທາງລົດໄຟ ແລະອື່ນໆທີ່ເປັນອັນຕະລາຍ, ຫ້າມແລ່ນໃນເວລາລົດໄຟຍັງບໍ່ຈອດຢຸດນິ່ງ.

4.ຫ້າມຢືນຕິດ ຫຼືຕັນປະຕູ. ຫ້າມດຶງ ຫຼືກົດປຸ່ມສຸກເສີນຕ່າງໆທີ່ຢູ່ເທິງຂະບວນລົດໄຟເຊັ່ນ ປຸ່ມເບກສຸກເສີນ, ປຸ່ມຢຸດລົດສຸກເສີນ ແລະອຸປະກອນຄວາມປອດໄພຕ່າງໆເດັດຂາດ.

5.ເວລາເກີດເຫດມີສະພາບຄວາມສ່ຽງຕໍ່ຄວາມປອດໄພຂອງຜູ້ໂດຍສານ ແລະຂະບວນ ລົດໄຟ, ຕ້ອງຟັງຄໍາແນະນໍາຈາກພະນັກງານເທິງລົດໄຟ, ຮັກສາຄວາມເປັນລະບຽບໃຫ້ດີ ບໍ່ຟ້າວເອົາເຄື່ອງ. ຕ້ອງຊ່ວຍເຫຼືອຜູ້ຕ້ອງການຄວາມຊ່ວຍເຫຼືອເຊັ່ນ: ຜູ້ເຖົ້າ, ເດັກນ້ອຍ, ຄົນປ່ວຍ, ຄົນພິການ ແລະຜູ້ຖືພາກ່ອນ. ກໍລະນີມີເຫດອັນຕະລາຍ, ກະລຸນາແຈ້ງໃຫ້ພະນັກງານເທິງຂະບວນຮັບຊາບທັນທີ.

6.ໃນສະຖານະການສຸກເສີນຕ້ອງອອກຈາກຕູ້ຂະບວນລົດໄຟ, ສາມາດອອກຫຼັງຈາກ ຂະບວນລົດໄຟຢຸດຈອດນິ່ງ ແລ້ວໃຊ້ຄ້ອນຕີທຸບກະຈົກເພື່ອອອກ, ສາມາດກົດປຸ່ມ (ລາວ)ຢຸດລົດສຸກ ເສີນໃນຂະບວນລົດໄຟດ່ວນ.

ແຫຼ່ງຂ່າວ: CRI

LEAVE A REPLY

Please enter your comment!
Please enter your name here