ລາຍລະອຽດຜູ້ເສຍຊີວິດໃໝ່ ວັນທີ 4 ທັນວາ 2021

0
8976

ຕາມການລາຍງານຂອງຄະນະສະເພາະກິດປະຈຳວັນໃຫ້ຮູ້ວ່າ ສປປ ລາວ ມີຜູ້ຕິດເຊຶ້ອໃໝ່ +10 ສະສົມລວມ 201

ລາຍລະອຽດຜູ້ເສຍຊີວິດໃໝ່ 10 ຄົນ ມີດັ່ງນີ້:

ຜູ້ທີ 1). ເພດຍິງ, ອາຍຸ 74 ປີ, ບ້ານທົ່ງຈ່ອງ, ເມືອງຊໍາເໜືອ, ແຂວງຫົວພັນ

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ພະຍາດຫົວໃຈຜິ່ວ
  • ບໍ່ທັນໄດ້ຮັບການສັກຢາວັກຊີນ
  • ວັນທີ 01 ທັນວາ 2021: ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ມາຮອດເວລາ 8:41 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 2). ເພດຍິງ, ອາຍຸ 92  ປີ, ບ້ານໂພນສະຫວາດ, ເມືອງໂພນໂຮງ, ແຂວງວຽງຈັນ

  • ພະຍາດປະຈຳຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
  • ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.
  • ວັນທີ 30 ພະຈິກ 2021:  ຜູ້ກ່ຽວ ໄດ້ໄປກວດເກັບຕົວຢ່າງຢູ່ໂຮງໝໍແຂວງ ເນື່ອງຈາກຄອບຄົວຕິດໂຄວິດຫຼາຍຄົນແລະ ຜົນກວດພົບເຊື້ອ
  • ມາຮອດເວລາ 19:30 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3). ເພດຍິງ, ອາຍຸ 17 ປີ, ບ້ານສຸກສາລາ, ເມືອງທຸລະຄົມ, ແຂວງ ວຽງຈັນ

  • ພະຍາດປະຈໍາຕົວ: ພະຍາດເລືອດ
  • ໄດ້ສັກວັກຊີນປ້ອງກັນໂຄວິດຄົບ
  • ວັນທີ 1 ທັນວາ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ.
  • ມາຮອດເວລາ 16:40 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 4). ເພດຍິງ, ອາຍຸ  74  ປີ, ບ້ານ ພະທາວ, ເມືອງ ທຸລະຄົມ, ແຂວງ ວຽງຈັນ

  • ພະຍາດປະຈໍາຕົວ: ໄຂມັນໃນເລືອດສູງ
  • ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.
  • ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອຫຼາຍຄົນ.
  • ວັນທີ 21 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດ.
  • ມາຮອດເວລາ 11:00 ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 5). ເພດຍີງ, ອາຍຸ  60  ປີ, ບ້ານ ປາກຈັນ, ເມືອງ ໝື່ນ, ແຂວງ ວຽງຈັນ

  • ພະຍາດປະຈຳຕົວ: ພະຍາດເລືອດ
  • ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.
  • ວັນທີ 1 ທັນວ 21: ຜົນກວດພົບເຊື້ອໂຄວິດ-19 ແລະ ນຳສົ່ງມາສູນປີ່ນປົວໂຄວິດ.
  • ມາຮອດເວລາ 13:00 ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 6). ເພດຍິງ, ອາຍຸ 43 ປີ, ບ້ານດອນກອຍ, ເມືອງໄຊເສດຖາ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ພະຍາດພູມຄຸ້ມກັນບົກຜ່ອງ ແລະ ອັກເສບປອດຊໍ້າເຮື້ອ
  • ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19
  • ວັນທີ 29 ພະຈິກ 2021: ຜົນກວດເປັນບວກ ໄດ້ເຂົ້ານອນປີ່ນປົວຢູ່ສູນມາຮອດເວລາ 20:00 ນາທີ ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 7). ເພດຍິງ, ອາຍຸ 38 ປີ, ບ້ານດອນຝ້າຍ, ເມືອງຫາດຊາຍຟອງ, ນະຄອນຫລວງ

  • ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ
  • ວັນທີ 03 ທັນວາ 2021: ຄົນເຈັບໄດ້ມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການບໍ່ຮູ້ສະຕິຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ
  • ມາຮອດເວລາ 17:30 ນາທີ ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 8). ເພດຊາຍ, ອາຍຸ 40 ປີ, ບ້ານຫັດສະດີ, ເມືອງຈັນທະບູລິ, ນະຄອນຫລວງ

  • ວັນທີ 03 ທັນວາ 2021: ຖືກພາມາກວດຢູ່ສຸກເສີນຂອງໂຮງໝໍມະໂຫສົດ ດ້ວຍອາການບໍ່ຮູ້ສະຕິ, ກໍາ
  • ມະຈອນເອົາບໍ່ໄດ້ ແລະ ອົກຊີໃນເລືອດບໍ່ຂື້ນ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ
  • ວັນທີ 03 ທັນວາ 2021: ຄົນເຈັບເສຍຊີວິດ ກ່ອນມາຮອດໂຮງໝໍ

ຜູ້ທີ 9). ເພດຍິງ, ອາຍຸ 77 ປີ, ບ້ານ ດົງໂດກ, ເມືອງໄຊທານີ, ນະຄອນຫລວງ.

  • ພະຍາດປະຈຳຕົວ: ພະຍາດໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ  
  • ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ບໍ່ຄົບເຂັມແນະນຳເທື່ອ
  • ວັນທີ 02 ທັນວາ 2021: ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ຮອດເວລາ 04:30 ນາທີຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

 ຜູ້ທີ 10). ເພດຊາຍ, ອາຍຸ 90 ປີ, ບ້ານຂອນແກ່ນ, ເມືອງຫີນເຫີບ, ແຂວງວຽງຈັນ

  • ພະຍາດປະຈຳຕົວ:  ປະດົງຂໍ່
  • ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ
  • ສະມາຊິກຄົນໃນຄອບຄົວ ມີ 04 ຄົນ ແມ່ນຕິດເຊື້ອໂຄວິດ-19 ທັງໝົດ
  • ວັນທີ 30 ພະຈິກ 2021: ຜົນກວດເປັນບວກ  
  • ຮອດເວລາ 03:00 ໂມງເຊົ້າຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

LEAVE A REPLY

Please enter your comment!
Please enter your name here