ລາຍລະອຽດຜູ້ເສຍຊີວິດໃໝ່ມື້ນີ້ +5

0
3788

ຕາມການລາຍງານ ຈາກຄະນະສະເພາະກິດປະຈຳວັນທີ 9 ທັນວາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ຈາກໂຄວິດ-19 ລວມ 5 ກໍລະນີ ເຊິ່ງມີການເສຍຊີວິດສະສົມທັງໝົດ 224 ຄົນ ເຊິ່ງລາຍລະອຽດຜູ້ຕິດເຊື້ອໃໝ່ມີດັ່ງນີ້:

ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:

 1). ເພດຊາຍ, ອາຍຸ 55 ປີ,   ບ້ານ ຫ້ວຍຊາຍໃຕ້.  ເມືອງ ຫ້ວຍຊາຍ.  ແຂວງ ບໍ່ແກ້ວ.

  • ພະຍາດປະຈຳຕົວ: ເບົາຫວານ
  •    ບໍ່ໄດ້ສັກຢາກັນພະຍາດໂຄວິດ 19.
  •    ວັນທີ 3 ທັນວາ 2021: ກວດພົບເຊື້ອ covid-19.
  •    ເບື້ອງຕົ້ນໄດ້ນອນຕິດຕາມປິ່ນປົວຢູ່ບ້ານ ຮອດວັນທີ່ 07 ທັນວາ 2021 ເວລາ 4ໂມງເຊົ້າ ໄດ້ເຂົ້າມານອນໂຮງໝໍຍ້ອນມີອາການໄອ, ຫັນໃຈຝືດແຮງ, ນອນພຽງບໍ່ໄດ້ ແລະ ໄດ້ຮັບເຂົ້ານອນຫ້ອງມໍລະສຸມ
  •    ໄລຍະທີ່ນອນປີ່ນປົວຢູ່ໂຮງຫມໍ ວັນທີ່ 07-08 ທັນວາ 2021, ເປັນເວລາ 2 ມື້
  •    ມາຮອດເວລາ 10:30 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

2). ເພດຍິງ ອາຍຸ 67 ປີ, ຢູ່ບ້ານ ດົງ, ເມືອງ ທຸລະຄົມ  ແຂວງ ວຽງຈັນ (ນັບເປັນຄົນເຈັບນະຄອນຫລວງ)

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ, ເບົາຫວານ ແລະ ເກົາ
  •    ໄດ້ສັກຢາກັນພະຍາດໂຄວິດ 19 ຄົບສອງເຂັມ
  •    ເຂົ້າມາໂຮງໝໍມະໂຫສົດ ເວລາ 12:47 ນາທີ ຂອງວັນທີ 06 ທັນວາ 2021 ແລະ ໄດ້ນໍາສົ່ງມາໂຮງໝໍເຊດຖາທິຣາດວັນທີ 07 ທັນວາ 2021 ເວລາ 14:45 ນາທີ ດວ້ຍອາການໜັກ ແລະ ມາຮອດເວລາ 19:20 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີິວິດ.

3). ເພດຍິງ, ອາຍຸ 51 ປີ, ບ້ານຊຽງຍຶນ, ເມືອງຈັນທະບູລີ, ນະຄອນຫລວງ

  • ພະຍາດປະຈຳໂຕ: ຄວາມດັນເລືອດສູງ ແລະ ເບົາຫວານ ມາໄດ້ 5 ປີ ກິນຢາປະຈໍາ
  •    ໄດ້ສັກຢາກັນພະຍາດໂຄວິດ-19ຄົບ
  •    ເວລາ 18:00 ໂມງຂອງວັນທີ 25 ພະຈິກ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ ແລະ ແໜ້ນໜ້າເອີກ ໄດ້ເກັບຕົວຢ່າງມາກວດພະຍາດໂຄວິດ-19 ແມ່ນໃຫ້ຜົນບວກ ແລະ ຮັບຄົນເຈັບເຂົ້ານອນໂຮງໝໍ
  •    ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ທີ່ 25 ພະຈິກ 2021-08 ທັນວາ 2021, ລວມເປັນ 14 ວັນ
  •    ມາຮອດເວລາ 05:10 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

4). ເພດຊາຍ, ອາຍຸ 46 ປີ, ບ້ານໂພນສົມບູນ, ເມືອງສີໂຄດຕະບອງ, ນະຄອນຫລວງ

  •     ພະຍາດປະຈຳໂຕ: ພະຍາດຫົວໃຈ ແຕ່ບໍ່ໄດ້ກວດສຸຂະພາບເປັນປະຈໍາ
  •    ບໍ່ໄດ້ສັກຢາກັນພະຍາດໂຄວິດ-19
  •    ເວລາ 12:00 ໂມງຂອງວັນທີ 27 ພະຈິກ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19 ແມ່ນໃຫ້ຜົນບວກ ແລະ ຮັບຄົນເຈັບເຂົ້ານອນໂຮງໝໍ
  •    ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ທີ່ 27 ພະຈິກ 2021-08 ທັນວາ 2021, ລວມເປັນ 12 ວັນ
  •    ມາຮອດເວລາ 11:00 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

5) ເພດຊາຍ, ອາຍຸ 86 ປີ, ບ້ານສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫລວງ.

  •    ພະຍາດປະຈຳໂຕ: ຄວາມດັນເລືອດສູງແລະ ຄົນເຈັບເປັນອຳມະພາດມາກ່ອນ
  •    ບໍ່ໄດ້ສັກຢາກັນພະຍາດໂຄວິດ-19
  •    ຜົນກວດຢັ້ງຢືນ: ວັນທີ 30 ພະຈິກ 2021
  •  ເວລາ 19:30 ຂອງວັນທີ 01 ທັນວາ 2021 ມາດ້ວຍອາການງ່ວງຊຶມ, ຖ່າຍເປັນເລືອດສີແດງສົດ, ຫາຍໃຈມີການຈ່ອງດຶງ (ກ່ອນໜ້ານີ້ ໄອມາໄດ້ 7 ວັນ, ໄຂ້, ເມື່ອຍ ແລະ ກິນດື່ມໄດ້ໜ້ອຍ)
  •    ໄລຍະເວລາປີ່ນປົວຢູ່ໂຮງໝໍດັ່ງກ່າວ: ວັນທີ 30 ພະຈິກ 2021-08 ທັນວາ 2021, ລວມເປັນ 10 ວັນ
  •    ຮອດເວລາ 13:00 ໂມງ ຂອງວັນທີ່ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

.

LEAVE A REPLY

Please enter your comment!
Please enter your name here