ລາວ ເຂົ້າຮ່ວມກອງປະຊຸມດ້ານການພັດທະນາຂອງກຸ່ມປະເທດ ຈີ 7 ແບບທາງໄກ

0
1517

ວັນທີ 12 ທັນວາ 2021 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີດ້ານການພັດທະນາ ຂອງກຸ່ມປະເທດ ຈີ7 (G7) ເຊິ່ງຈັດຂຶ້ນໃນຮູບແບບປະສົມ ໂດຍມີການເຂົ້າຮ່ວມແບບເຊິ່ງໜ້າທີ່ ລີເວີພູນ, ປະເທດອັງກິດ ແລະ ເຂົ້າຮ່ວມແບບທາງໄກ, ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້, ມີບັນດາລັດຖະມົນຕີຕ່າງ ປະເທດອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ, ບັນດາລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີ ດ້ານການພັດທະນາຂອງກຸ່ມປະເທດ ຈີ7 ແລະ ວິຊາການ ກ່ຽວຂ້ອງຈໍານວນໜຶ່ງ.

ກອງປະຊຸມຄັ້ງນີ້, ເປັນກອງປະຊຸມລັດຖະມົນຕີຄັ້ງທໍາອິດ ລະຫວ່າງ ອາຊຽນ ແລະ ຈີ7 ເຊິ່ງໄດ້ປືກສາຫາລື ແລະ ແລກປ່ຽນບົດຮຽນທີ່ດີນໍາກັນໃນການຮັບມື ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ກໍຄື ການແຈກຢາຍວັກຊິນຕ້ານພະຍາດໂຄວິດ-19 ແລະ ການສຶກສາຄວາມເປັນໄປໄດ້ໃນການຂະຫຍາຍຖານການຜະລິດວັກຊິນ ລວມທັງການແກ້ໄຂຜົນກະທົບທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ເຊິ່ງໃນນີ້ ອາຊຽນ ແລະ ກຸ່ມປະເທດ ຈີ 7 ຈະສຸມໃສ່ຮ່ວມມືກັນໃນການຟື້ນຟູເສດຖະກິດຮອບ ດ້ານ; ການຮັບປະກັນຕ່ອງໂສ້ການຜະລິດ ແລະ ການສະໜອງສິນຄ້າ; ການພັດທະນາແບບຍືນຍົງ ແລະ ການປ່ຽນແປງຂອງດິນຟ້າອາກາດ.ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງບັນດາປະເທດເພື່ອນມິດອາຊຽນ ແລະ ກຸ່ມປະເທດ ຈີ7 ຕໍ່ ສປປ ລາວ ໃນການຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ, ລວມທັງການຊ່ວຍເຫລືອຜ່ານໂຄງການວັກຊິນສາກົນ ຫລື COVAX.

ພ້ອມນີ້, ທ່ານຍັງໄດ້ສະເໜີໃຫ້ກຸ່ມປະເທດ ຈີ7 ສືບຕໍ່ສະໜັບສະໜູນອາຊຽນໃນການຮັບມືກັບການລະບາດຂອງພະຍາດ ໂຄວິດ-19, ແກ້ໄຂຜົນກະທົບ ກໍຄື ຄວາມກຽມ ພ້ອມໃນການຮັບມືກັບພະຍາດລະບາດ ແລະ ສິ່ງທ້າທາຍອື່ນໆ ໃນອະນາຄົດ.

LEAVE A REPLY

Please enter your comment!
Please enter your name here