ພິທີມອບຮັບການຊ່ວຍເຫຼືອທາງດ້ານອຸປະກອນການແພດຈາກປະເທດໄທ

0
1119

ພິທີມອບຮັບການຊ່ວຍເຫຼືອທາງດ້ານອຸປະກອນການແພດ ແລະ ເຄື່ອງບໍລິໂພກເພື່ອຕອບໂຕພະຍາດໂຄວິດ-19 ຈາກຈິດອາສາຮັກສາພະຍາດໂຄວິດ-19 ປະເທດໄທ ມູນຄ່າ 2,000,000 ບາດ, ເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບດ້ວຍອຸປະກອນການແພດ, ຢາ, ເຄື່ອງປ້ອງກັນໂຄວິດ-19 ແລະ ເຄື່ອງບໍລິໂພກຈຳນວນໝຶ່ງ. ມອບເຄື່ອງຄັ້ງນິ້ໂດຍ ທ່ານ ພິພັດພົນ ສາລາໂນທະຍານ ເຈົ້າຂອງໂຮງໝໍທົນບູລິ ບຳລຸງເມືອງ ແລະ ບໍລິສັດປັດທະມາວັດ ແລະ ກ່າວຮັບໂດຍ ດຮ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການຊ່ວຍເຫຼືອຄັ້ງນິ້ເປັນການຮ່ວມມື ແລະ ການຕໍ່ສູ້ກັບພະຍາດໂຄວິດ-19 ຢ່າງເຂັ້ມແຂງ ແລະ ຖຶກຕາມແຜນຄວາມຕ້ອງການຂອງວຽກງານຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນ.

ຂໍ້ມູນ: ສູນຂ່າວສານການແພດhttps://www.facebook.com/photo?fbid=282852850544317&set=a.228059059357030

LEAVE A REPLY

Please enter your comment!
Please enter your name here