ມອບ-ຮັບ ໜ້າທີ່ຫົວໜ້າຄະນະຄຸ້ມຄອງ ດ່ານສາກົນບໍ່ເຕ່ນ

0
1719

ວັນທີ 7 ທັນວາ ຜ່ານມາ,ດ່ານສາກົນບໍ່ເຕ່ນ ແຂວງຫຼວງນ້ຳທາ ໄດ້ຈັດພິ ທີມອບ-ຮັບໜ້າທີ່ຫົວ ໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່, ໂດຍມີ ທ່ານ ຈັນທອງ ແກ້ວປະເສີດ ຮອງເຈົ້າແຂວງຫຼວງນ້ຳທາ, ພ້ອມດ້ວຍຄະນະນຳຂັ້ນແຂວງ, ຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ແລະ ພາກສ່ວນທີ່ເຂົ້າຮ່ວມ.

ທ່ານ ຄຳສີ ດັງສະໄຫວ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2121/ປກສ, ລົງວັນທີ 17 ພະຈິກ 2021,ມະຕິຕົກລົງຄະນະປະຈຳພັກແຂວງ ສະບັບເລກທີ 57/ຄປພຂ,ວ່າດ້ວຍການຍົກຍ້າຍ ພັທ ກອງແກ້ວ ສິງມີໄຊ ຈາກຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ( ຜູ້ເກົ່າ) ໄປຮັບໜ້າທີໃໝ່ຢູ່ກອງບັນຊາ ການ ປກສ ແຂວງຫຼວງນໍ້າທາ ແລະ ຍົກຍ້າຍ ພັທ ຄຳຕຸ່ນ ບຸນລຽນຂັນ ຈາກຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ( ຜູ້ໃໝ່) ທັງເປັນເລຂາໜ່ວຍພັກ, ທ່ານ ທອງສີ ກັນທະຈັກ ເປັນຮອງເລຂາໜ່ວຍພັກ, ທ່ານ ວິລະກອນ ເກດຕະວົງ ເປັນກຳມະການໜ່ວຍພັກ ແລະ ປະທານກວດກາໜ່ວຍພັກ, ພັທ ວຽງວິໄລ ສະໄຫວວັນ ແລະ ທ່ານ ຄຳຫຼ້າ ວິສີສົມບັດ ເປັນກຳມະ ການໜ່ວຍພັກ.

ໃນໂອກາດນີ້, ທ່ານ ຈັນທອງ ແກ້ວປະເສີດ ກ່າວວ່າ: ເພື່ອແນໃສ່ຕອບສະ ໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ,ວຽກງານວິຊາສະເພາະໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໜັກແໜ້ນ ແລະ ສອດຄ່ອງກັບສະພາບເງື່ອນໄຂໃໝ່ໃນປັດຈຸບັນ ຮຽກຮ້ອງໃຫ້ຫົວໜ້າຜູ້ໃໝ່ຈົ່ງພ້ອມກັນຮັກສາມູນເຊື້ອຄວາມສາມັກຄີເປັນເອກະພາບໃນໝູ່ຄະນະ, ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ, ມີແບບແຜນການນຳພາ-ບັນຊາວຽກງານໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.

ແຫຼ່ງຂໍ້ມູນ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here