ຂົວຂ້າມນໍ້າພີດ ເມືອງຍົມມະລາດ ໃກ້ຈະສ້າງສຳເລັດແລ້ວ

0
2186

ຂົວຂ້າມນໍ້າພີດ ເມືອງຍົມມະລາດ ໃກ້ຈະສ້າງສຳເລັດແລ້ວ ວັນທີ 10 ທັນວາ 2021 ພໍ່ແມ່ປະຊາຊົນ ບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ ແລະ ບັນດາອົງການຈັດຕັ້ງມະຫາຊົນຫ້ອງການອ້ອມຂ້າງເມືອງຍົມມະລາດ ໄດ້ຮ່ວມຂະບວນການສ້າງຂົວຂ້າມນໍ້າພີດ ເຊິ່ງຂົວດັ່ງກ່າວເປັນຂົວຊຸມຊົນ ມີຫຼາຍພາກສ່ວນທີ່ໃຫ້ການປະກອບສ່ວນ ລວມທັງພາກລັດ ແລະ ເອກະຊົນ.

ທ່ານ ບຸນທະໄຫວ ໂດໄລສານ ຮອງເຈົ້າເມືອງຍົມມະລາດ ກ່າວໃຫ້ຮູ້ວ່າ: ພາຍຫຼັງທີ່ຂົວເກົ່າແຫ່ງນີ້ໄດ້ມີ ການເປ່ເພ ເຮັດໃຫ້ການສັນຈອນ ໄປ-ມາ ແລະ ການຂົນສົ່ງສິນຄ້າທີ່ຜະລິດຈາກພໍ່ແມ່ປະຊາຊົນມີຄວາມຫຍຸ້ງຍາກ ໂດຍສະເພາະແມ່ນລູກຫຼານທີ່ເດີນທາງໄປເຂົ້າໂຮງຮຽນ ສະນັ້ນທາງການນຳຂັ້ນເມືອງຈຶ່ງໄດ້ຄົ້ນຄວ້າ ປຶກສາຫາລື ໂດຍໄດ້ສົມທົບກັບອຳນາດການປົກຄອງບ້ານ ເພື່ອນຳສະເໜີຕໍ່ຂັ້ນເທິງ ຄົ້ນຄວ້າພິລາລະນາ ແລະ ໄດ້ຕົກລົງເພື່ອ ທຳການກໍ່ສ້າງ. ທ່ານ ແກ້ວຕາ ອິນທະວົງ ຮອງຫົວໜ້າຂະແໜງຂົວທາງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຄຳມ່ວນ ທັງເປັນຫົວໜ້າກອງເລຂາຊີ້ນຳການກໍ່ສ້າງຂົວນໍ້າພີດ ໄດ້ລາຍງານກ່ຽກັບລາຍລະອຽດໃນການກໍ່ສ້າງ ຂົວນໍ້າພີດວ່າ:

ໂຄງການດັ່ງກ່າວແມ່ນໄດ້ແບ່ງເປັນ 2 ໄລຍະໃນການກໍ່ສ້າງ ຄື: ໄລຍະທີ 1 ແມ່ນເລີ່ມແຕ່ວັນທີ 17-31 ພຶດສະພາ 2021 ເຊິ່ງໃນຊ່ວງໄລຍະດັ່ງກ່າວ ເຂື່ອນໄຟຟ້ານໍ້າເທີນ 2 ແມ່ນໄດ້ປິດການປ່ອຍນໍ້າ ເຮັດໃຫ້ນໍ້າໃນ ສາຍນໍ້າພີດນັ້ນບົກແຫ້ງ ຈຶ່ງສາມາດລົງມືການກໍ່ສ້າງໄດ້ສະດວກ ແລະ ໄລຍະທີ 2 ແມ່ນເລີ່ມແຕ່ ວັນທີ 10 ພະຈິກ ເປັນຕົ້ນມາ ເຊິ່ງຂົວດັ່ງກ່າວແມ່ນເປັນຂົວປະເພດ ເບຕົງປະສົມໄມ້, ມີຄວາມຍາວທັງໝົດ 115 ແມັດ, ກວ້າງ 3,5 ແມັດ, ຕາມການຄິດໄລ່ເບື້ອງຕົ້ນແມ່ນສາມາດຮັບນໍ້າໜັກໄດ້ປະມານ 3,5 ໂຕ່ນ, ມາຮອດປະຈຸບັນ ການກໍ່ສ້າງ ແມ່ນມີຄວາມຄືບໜ້າປະມານ 85% ແລະ ຄາດວ່າຈະໃຫ້ສຳເລັດພາຍໃນເດືອນທັນວາ 2021 ນີ້ ລວມມູຄ່າ ການກໍ່ສ້າງ 1,08 ຕື້ກວ່າກີບ (ໂດຍບໍ່ໄດ້ໄລ່ມູນຄ່າແຮງງານຂອງພໍ່ແມ່ປະຊາຊົນ).

ຂໍ້ມູນ: khammouanenews

LEAVE A REPLY

Please enter your comment!
Please enter your name here