ເຈົ້າແຂວງຊຽງຂວາງ ພ້ອມຄະນະລົງກວດກາ ຊຸກຍູ້ການກໍ່ສ້າງພະເຈົ້າອົງຫຼວງ

0
2069

ແຫຼ່ງຂ່າວຈາກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມຄະນະລົງກວດກາ, ຊຸກຍູ້ການກໍ່ສ້າງພະເຈົ້າອົງຫລວງ ໃນວັນທີ 13 ທັນວາ 2021 ໂດຍໄດ້ຮັບການລາຍງານຈາກ ທ່ານ ບຸນມີ ສອນມີໄຊ ປະທານບໍລິສັດຮັບເໝົາກໍ່ສ້າງ ແທ່ນນັ່ງພະເຈົ້າອົງຫລວງ ກ່ຽວກັບວຽກທີ່ຕົນເອງຮັບຜິດຊອບ, ມາປັດຈຸບັນການກໍ່ສ້າງຂັ້ນໃດ, ເດີ່ນຊົມວິວຢູ່ຕໍ່ໜ້າພະເຈົ້າອົງຫລວງ ແລະ ສາລາຊົມວິວ ລວມມູນຄ່າ 2 ຕື້ກ່ວາກີບ ບາງໜ້າວຽກແມ່ນໃກ້ຈະສຳເລັດແລ້ວ, ບາງໜ້າວຽກ ກຳລັງຈັດຕັ້ງປະຕິບັດ ແລະ ຂັ້ນຕອນອອກແບບວຽກງານດັ່ງກ່າວ ເປັນວຽກລະອຽດອ່ອນເພາະຕ້ອງໄດ້ຖາມຊອກຮູ້ ເພື່ອໃຫ້ຖືກຕາມວັດທະນາທຳ.

ໂອກາດນີ້, ທ່ານເຈົ້າແຂວງຊຽງຂວາງ ກໍໄດ້ເນັ້ນໃຫ້ບໍລິສັດຮັບເໝົາ ເອົາໃຈໃສ່ຈັດລຳດັບບັນດາໜ້າວຽກທີ່ຈະປະຕິບັດ ເພື່ອເຮັດໃຫ້ວຽກງານດຳເນີນເປັນປົກກະຕິ ການກໍ່ສ້າງຈິ່ງຈະສຳເລັດຕາມຕາດໝາຍ ໂດຍເນັ້ນຄຸນນະພາບເປັນຫລັກ ແລະ ໃຫ້ປຶກສານຳພາກສ່ວນທກ່ຽວຂ້ອງ ເພື່ອໃຫ້ຖືກຕາມວັດທະນາທຳ, ຫລັກທຳ, ຫລັກການ ແລະ ເຕັກ ນິກໃນການກໍ່ສ້າງໃຫ້ສະຫງ່າ, ຍືນຍາວ ເພື່ອໃຫ້ປະຊາຊົນແຂວງຊຽງຂວາງ ໄດ້ກາບໄຫ້ວສັກກາລະບູຊາຕະຫລອດກາລະນານ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here