ເອີ້ນມາສອບແລ້ວ! ເຫດຊາຍຢືນຖ່າຍເບົາກາງທາງ

0
15996

ທຳລາມົກ ຈົກອະໄວຍະເພດອອກມາຍ່ຽວກາງສາທາລະນະ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເຫດຊາຍຄົນໜຶ່ງຈົກອະໄວຍະເພດ ອອກມາຍ່ຽວຢູ່ກາງທາງສາລະນະ ຕອນແລງວັນທີ 13 ທັນວາ 2021 ຢູ່ສີ່ແຍກໄຟແດງ

ດັ່ງທີ່ພວກເຮົາໄດ້ເຫັນ, ຮັບຮູ້ໃນສື່ສັງຄົມອອນລາຍ ກອງບັນຊາການ ປກສ ເມືອງນາຊາຍທອງ ຈື່ງຕິດຕາມສືບຄົ້ນຫາ ຊາບຊື່ ທ້າວ ລິວທີຍີ ອາຍຸ 29 ປີ ສັນຊາດຈີນ ມາສອບສວນ. ຜ່ານການສອບສວນ ເບື້ອງຕົ້ນຜູ້ກ່ຽວຮັບສາລະພາບວ່າ: ໃນຂະນະຂັບຂີ່ລົດຢູ່ນັ້ນ ຕົນເອງປວດເບົາຢ່າງແຮງ, ແຕ່ບໍ່ສາມາດອອກໄປຊອກຫາຫ້ອງນໍ້າເພື່ອຍ່ຽວໄດ້ ຍ້ອນສະພາບຖະໜົນ ມີລົດຫຼາຍອັ່ງອໍຈຳນວນຫຼວງຫຼາຍ ຈິ່ງລົງຈາກລົດມາຢືນຍ່ຽວໃສ່ຕີນລົດຂອງຕົນ ທີ່ຂັບຂີ່ມາ ດັ່ງທີ່ພາບວີດີໂອສື່ສັງຄົມອອນລາຍເຜີຍແຜ່ທາງເຟັສບຸກ ແລະ ມີຄົນແຊຣ ເປັນຈຳນວນຫຼາຍ.

ຕໍ່ກັບການກະທໍາຂອງ ທ້າວ ລິວທີຍີ ເຫັນວ່າ ເປັນສ້າງພາບພົດ ຄວາມອັບອາຍ ເປີເປື້ອນ ຕໍ່ສັງຄົມ ແລະ ຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 258 ກຳນົດໄວ້.

LEAVE A REPLY

Please enter your comment!
Please enter your name here