ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ໂຮງງານຜະລິດເປັນແປ້ງສໍາເລັດຮູບ ຢູ່ແຂວງເຊກອງ

0
1425

ຕອນບ່າຍວັນທີ 16 ທັນວາ 2021 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ເຫລັກໄຫລ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງເຊກອງ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເມືອງທ່າແຕງ ເພື່ອຕິດຕາມຊຸກຍູ້ສະພາບການພັດທະນາພາຍໃນເມືອງ ໂດຍສະເພາະ ໄດ້ໄປເບິ່ງສະຖານທີ່ໂຮງານຜະລິດມັນຕົ້ນ ຂອງບໍລິສັດຄູນມີໄຊ ຕັ້ງຢູ່ເມືອງທ່າແຕງ.ບໍລິສັດ ຄູນມີໄຊ ໄດ້ທໍາການຜະລິດມັນຕົ້ນສໍາເລັດຮູບ ເພື່ອສົ່ງອອກ, ເຊິ່ງເປັນບໍລິສັດໜຶ່ງ ທີ່ໄດ້ສ້າງອາຊີບ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນພາຍໃນເມືອງທ່າແຕງ ແລະ ເມືອງອ້ອມຂ້າງ ດ້ວຍການເກັບຊື້ຜົນຜະລິດມັນຕົ້ນ ເພື່ອປ້ອນເຂົ້າໂຮງງານຜະລິດເປັນແປ້ງສໍາເລັດຮູບ ສົ່ງອອກຕ່າງປະເທດ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໃຫ້ຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ບໍລິສັດ ຕ້ອງໄດ້ປະສານສົມທົບເຊິ່ງກັນ ແລະ ກັນຢ່າງຮັດກຸມ, ໂດຍນໍາໃຊ້ທ່າແຮງທີ່ມີພາຍໃນເມືອງ ແລະ ແຂວງ. ຄຽງຄູ່ກັນນີ້, ກໍຕ້ອງສົ່ງເສີມອາຊີບ ສ້າງວຽກເຮັດງານທໍາໃຫ້ປະຊາຊົນພາຍໃນເມືອງ ກໍຄື ແຂວງ ດ້ວຍການສົ່ງເສີມໃຫ້ປະຊາຊົນປູກມັນຕົ້ນໃຫ້ຫລາຍ ເພື່ອສະໜອງມັນຕົ້ນດິບປ້ອນເຂົ້າໂຮງານ, ປະກອບສ່ວນມອບພັນທະອາກອນ, ຄ່າທໍານຽມຕ່າງໆ ໃຫ້ຖືກຕ້ອງຕາມລະ ບຽບກົດໝາຍ ເພື່ອພ້ອມກັນປະກອບສ່ວນເຂົ້າການສ້າງສາ ແລະ ພັດທະນາປະເທດຊາດ ກໍຄື ແຂວງເຊກອງ ໃຫ້ມີໃບໜ້າໃໝ່.

ຂໍ້ມູນ: ຂປລ

LEAVE A REPLY

Please enter your comment!
Please enter your name here