ລາຍລະອຽດຜູ້ເສຍຊີວິດໃໝ່ ວັນທີ 19 ທັນວາ 2021

0
2852

ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາໃນປະຈຸບັນເຫັນວ່າມີການຕົວເລກການຕີດເຊື້ອໃນ ຊຸມຊົນເພີ້ມຂຶ້ນຫຼາຍຢ່າງຕໍ່ເນື່ອງ, ໃນມື້ວານ ວັນທີ 18 ທັນວາ 2011, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງຫມົດ 6,838 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງຫມົດ 1,067 ຄົນ (ຕິດເຊື້ອພາຍໃນ ມີ 1,066 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 98,572 ຄົນ, ເສຍຊີວິດສະສົມ 273 ຄົນ (ໃນນີ້ເສຍຊີວິດ ໃຫມ່ 05 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 687 ຄົນ, ກໍາລັງປິ່ນປົວ 12,714 ຄົນ(ແມ່ນ 12.89 % ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 86.82% ຂອງຈໍານວນຜູ້ຕິດເຊື້ອສະສົມທັງຫມົດ.)

ຂໍ້ມູນສໍາລັບຄົນທີ່ເສຍຊີວິດໃຫມ່ 05 ຄົນ:

1. ເພດຍິງ ອາຍຸ 65 ປີ, ອາຊີບ ປະຊາຊົນ, ບ້ານນາໄກ່, ເມືອງ ວຽງໄຊ, ແຂວງ ຫົວພັນປະຫວັດພະຍາດປະຈໍາຕົວ: ຄວາມດັນເລືອດສູງ

2. ເພດຊາຍ, ອາຍຸ 50 ປີ, ບ້ານ ສວນຫລວງ, ເມືອງ ຊຽງເງິນ, ແຂວງຫຼວງພະບາງ – ປະຫວັດພະຍາດປະຈໍາຕົວ: ຜ່ານມາບໍ່ໄດ້ກວດສຸຂະພາບ – ສັກວັກຊີນກັນໂຄວິດ-19 ຄົບ

3. ເພດຊາຍ, ອາຍຸ 3 ເດືອນ, ບ້ານ ທົ່ງນາມີ , ເມືອງປາກກະດິງ, ແຂວງບໍລິຄໍາໄຊ – ພະຍາດປະຈໍາຕົວ: ບໍ່ມີ – ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19

4. ເພດຍິງ, ອາຍຸ 29 ປີ, ບ້ານ ຂາມງອຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ (ຖືພາ 8 ເດືອນປາຍ)

– ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 5. ເພດຍິງ,ອາຍຸ 42 ປີ, ບ້ານຫນອງບົວທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ – ພະຍາດປະຈໍາຕົວ: ລະບົບປະສາດ – ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19.

LEAVE A REPLY

Please enter your comment!
Please enter your name here