ເຫດໄຟໄໝ້ ເຂດບ້ານວຽງຈະເລີນ ເມືອງໄຊເສດຖາ

0
2239

ໄຟໄໝ້ເຮືອນປະຊາຊົນ ເຂດບ້ານວຽງຈະເລີນ ເສຍຫາຍ 2 ຫຼັງ

ຕາມການລາຍງານ ຂອງຄວາມສະຫງົບ ໃຫ້ຮູ້ວ່າ: ໃນວັນທີ 18 ທັນວາ 2021 ມີເຫດການໄຟໄຫມ້ເຮືອນ ເສຍຫາຍ 2 ຫລັງ ໃນນີ້, ໄຟກ້ຽງ 1 ຫລັງ ແລະ ອີກຫນຶ່ງຫລັງ ໄຫມ້ 2 ເສຍຫາຍ 2 ຫ້ອງ.

ເຈົ້າຫນ້າກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງ ປກສ ໃຫ້ຮູ້ວ່າ: ໃນເວລາ 12:00 ໂມງ ຂອງວັນເກີດເຫດ ໄດ້ມີເຫດໄຟໄຫມ້ເຮືອນຂອງ ນາງ ຂັນທະລີ ອາຍຸ 60 ປີ, ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ; ເປັນເຮືອນ 2 ຊັ້ນ ເຄິ່ງກໍ່-ເຄິ່ງໄມ້, ຈາກນັ້ນ ໄດ້ໄຫມ້ລາມໄປໃສ່ເຮືອນໃກ້ຄຽງ (ໄຫມ້ 2 ຫ້ອງ).

ຜ່ານການກວດກາ, ຈຸດເກີດເຫດແມ່ນໄຟເກີດຢູ່ເທິງເພດານ ຊັ້ນ 2 ຂອງເຮືອນ ນາງ ຂັນທະລີ ເສຍຫາຍຫມົດຫລັງ, ຈາກນັ້ນ ໄຟໄດ້ລາມໄປໃສ່ເຮືອນໃກ້ຄຽງ ເສຍຫາຍ 2 ຫ້ອງ; ເຊິ່ງລວມ ມູນຄ່າເສຍຫາຍເບື້ອງຕົ້ນປະມານ 350.000.000 ກີບ.

ສຳລັບສາເຫດຢູ່ໃນຂັ້ນຕອນສືບສວນ-ສອບສວນ.

LEAVE A REPLY

Please enter your comment!
Please enter your name here