ຕີແມ່ ແລະ ນ້ອງສາວຕົນເອງ ຍ້ອນຂາດສະຕິຢາກໄດ້ເງິນໄປຊື້ຢາມາເສບ

0
3310

ເຈົ້າໜ້າທີ່ ປກສ ກຸ່ມ ສີວິໄລ ເມືອງໄຊທານີ ໄດ້ເຂົ້າກັກຕົວເປົ້າໝາຍທຳຮ້າຍຮ່າງກາຍ ໄດ້ 1 ຄົນ ຊື່ ທ້າວ ຄຳຮູ້ ອາຍຸ 29 ປີ ຫວ່າງງານ ຢູ່ບ້ານຕານມີໄຊ ເມືອງໄຊທານີ ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ຜູ້ກ່ຽວໄດ້ມີການອາລະວາດທຳຮ້າຍຮ່າງກາຍຄອບຄົວ ຜູ້ເປັນແມ່ ແລະ ນ້ອງສາວ ຢູ່ບ້ານຕານມີໄຊ ໜ່ວຍ 27.

ພັທ ແອັດດີ້ ວັນຄໍາ ທອງຄູນ ຫົວໜ້າ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ຕໍ່ກັບການສອບສວນເບື້ອງຕົ້ນ ຜູ້ກ່ຽວແມ່ນຫາກໍ່ໄດ້ພົ້ນໂທດໃນຂໍ້ຫາເສບຢາເສບຕິດ ແລະ ຖືກປ່ອຍຕົວອອກຈາກຄ້າຍຄຸມຂັງ-ດັດສ້າງ ໃນເມື່ອບໍດົນມານີ້ ພາຍໃນ 1 ອາທິດຜ່ານມາ ພໍຮອດວັນທີ 23 ທັນວາ 2021 ໃນເວລາ 14:00 ໂມງ ທ້າວ ຄໍາຮູ້ ໄດ້ບັງຄັບໃຫ້ແມ່ຂາຍຄໍາ ແລະ ຊື້ໂທລະສັບໃຫ້ ພາຍຫຼັງໄດ້ໂທລະສັບກໍໄດ້ນຳໄປຈຳແລກເອົາເງິນເພື່ອໄປຊື້ຢາມາເສບ ແລ້ວຂາດສະຕິ ຈາກນັ້ນຈິ່ງໄດ້ທຳຮ້າຍຮ່າງກາຍຜູ້ເປັນແມ່ ແລະ ນ້ອງສາວຂອງຜູ້ກ່ຽວ ດັ່ງນັ້ນ ຈຶ່ງຖືກເຈົ້າໜ້າທີ່ ກັກຕົວ ແລະສົ່ງມອບໃຫ້ກອງບັນຊາການ ປກສ ເມືອງໄຊທານີ ດຳເນີນຕາມຂັ້ນຕອນຂອງກົດໝາຍ.

ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຮຽກຮ້ອງມາຍັງພົນລະເມືອງລາວ ຈົ່ງມີສ່ວນຮ່ວມເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຖ້າພົບເຫັນສະພາບຫຍໍ້ທໍ້ເກີດຂຶ້ນ ພາຍໃນນະຄອນຫຼວງວຽງຈັນ ແຈ້ງມາໄດ້ທີ່ວັອດແອັບເບີ 02028899774 ຫລື ຂໍ້ຄວາມທາງ FACEBOOK ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here