ລາວເຮົາ ຂາດດຸນການຄ້າ 131 ລ້ານໂດລາ ໃນເດືອນພະຈິກ

0
1980

ຕາມການລາຍງານ ຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນພະຈິກ ປີ 2021 ບັນລຸໄດ້ປະມານ 912 ລ້ານໂດລາສະຫະລັດ.

ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 390 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 521 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 131 ລ້ານໂດລາສະຫາລັດ.

ສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ຄຳປະສົມ (ຄຳແທ່ງ), ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ນ້ຳຕານ, ຢາງພາລາ ແລະ ເຂົ້າ.

ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ນ້ຳມັນແອັດຊັງ, ແອັດຊັງພິເສດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ແລະ ເຍື່ອໄມ້ ແລະ ເສດເຈ້ຍ.

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກຄື: ສປ ຈີນ ມູນຄ່າ 134 ລ້ານໂດລາສະຫະລັດ, ຫວຽດນາມ 99 ລ້ານໂດລາສະຫະລັດ, ໄທ 65 ລ້ານໂດລາສະຫະລັດ, ອິນເດຍ 14 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 7 ລ້ານໂດລາສະຫະລັດ.

5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກຄື: ໄທ ມູນຄ່າ 253 ລ້ານໂດລາສະຫະລັດ, ສປ ຈີນ 138 ລ້ານໂດລາສະຫະລັດ, ຫວຽດນາມ 50 ລ້ານໂດລາສະຫະລັດ, ຢີ່ປຸ່ນ 5 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 17 ລ້ານໂດລາສະຫະລັດ.ແຕ່ຢ່າງໃດກໍ່ຕາມ, ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນພະຈິກ ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

LEAVE A REPLY

Please enter your comment!
Please enter your name here