ປກສ ກຸ່ມ ວັງຊາຍ ສໍາເລັດການລົງເຮັດບົດບັນທຶກສັນຍາປ້ອງກັນຄວາມສະຫງົບດີ

0
2325

ປກສ ກຸ່ມ ວັງຊາຍ ສໍາເລັດການລົງເຮັດບົດບັນທຶກສັນຍາ ປ້ອງກັນຄວາມສະຫງົບດີ ຢູ່ 10 ບ້ານທີ່ຂຶ້ນກັບກຸ່ມ

ຕາມການລາຍງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ປກສ ກຸ່ມ ວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ພະນັກງານລົງກໍ່ສ້າງຮາກຖານ, ອໍານາດການປົກຄອງບ້ານ 10 ບ້ານ ທີ່ຂຶ້ນກັບກຸ່ມ ລົງເຮັດບົດບັນທຶກສັນຍາປ້ອງກັນຄວາມສະຫງົບ ກັບບັນດາຮ້ານຂາຍເຄື່ອງທີ່ອາດຈະມີການຂາຍທາດທີ່ມີສຽງແຕກ, ຮ້ານກີນດື່ມ, ບໍລິສັດ, ຫ້ອງແຖວ, ຮ້ານເສີມສວຍ, ຮ້ານຮັບຊື້ເຫຼັກເສດ ເພື່ອຮັກສາຄວາມສະຫງົບໃນໄລຍະສົ່ງທ້າຍປີເກົ່າ 2021 ຕ້ອນຮັບປີໃໝ່ 2022.ພັທ ຊື່ວ່າງ ກ່າລໍ່ ຫົວໜ້າ ປກສ ກຸ່ມ ວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ແຕ່ວັນທີ 22-27 ທັນວາ 2021 ປກສ ກຸ່ມໄດ້ໄດ້ປະສານສົບທົບກັບ ອໍານາດການປົກຄອງບ້ານ 10 ບ້ານ ເພື່ອເຮັດບົດບັນທຶກສັນຍາປ້ອງກັນຄວາມສະຫງົບດີ ເຊິ່ງມີທັງໝົດ 238 ຮ້ານ ແລະ ໃນບົດບັນທືກໄດ້ກໍານົດຫ້າມບໍ່ໃຫ້ຊື້-ຂາຍວັດຖຸທີ່ເຮັດໃຫ້ມີສຽງແຕກເນືອງນັນ, ຫ້າມເຮັດໃຫ້ມີສຽງແຕກທຸກປະເພດ, ຫ້າມຈັດງານຂິດຂວາງການສັນຈອນ, ຫ້າມຫຼີ້ນການພະນັນ, ຫ້າມໃຊ້ສຽງດັງລົບກວນຄົນອື່ນ.

LEAVE A REPLY

Please enter your comment!
Please enter your name here