ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ ປີນີ້

0
2282

ສະໜາມບິນສາກົນບໍ່ແກ້ວ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ ປີນີ້ ມາຮອດປັດຈຸບັນ ການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ໃກ້ຈະສໍາເລັດແລ້ວ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ 2022 ນີ້ ເຊີ່ງຈະກາຍເປັນທ່າແຮງສໍາຄັນໃນການດຶງດູກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວພາຍໃນ ແຂວງບໍ່ແກ້ວ ນັບມື້ເພີ່ມຂຶ້ນ.

ອີງຕາມ ທ່ານ ຄໍາພະຍາ ພົມປັນຍາ, ຮອງເຈົ້າແຂວງບໍ່ແກ້ວ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 31 ທັນວາ 2021 ຜ່ານມາ ວ່າ: ພາຍຫລັງລົງມືກໍ່ສ້າງມາໄດ້ 2 ປີ ມາຮອດປັດຈຸບັນ ການກໍ່ສ້າງສະໜາມບິນສາກົນດັ່ງກ່າວ ມີຄວາມຄືບໜ້າເກືອບຮ້ອຍສ່ວນ ໂດຍໄດ້ມີການທົດສອບໃຫ້ເຮືອ ບິນຂຶ້ນ-ລົງ, ລວມເຖີງທົດສອບລະບົບການສື່ສານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຢູ່ໃນສະໜາມບິນແລ້ວ. ສ່ວນວຽກທີ່ພວມສຸມໃສ່ຈັດຕັ້ງປະຕິບັດໃນປັດຈຸບັນແມ່ນການກໍ່ສ້າງອາຄານຜູ້ໂດຍສານ ຄາດວ່າຈະສໍາເລັດໃນໄວໆ ນີ້ ເພື່ອໃຫ້ທັນເປີດນໍາໃຊ້ຢ່າງເປັນທາງການໃນ ເດືອນມີນາ 2022 ນີ້.

ເມື່ອສະໜາມບິນແຫ່ງນີ້ກໍ່ສ້າງສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ ຈະເຮັດໃຫ້ການເດີນທາງໄປ ແຂວງບໍ່ແກ້ວ ມີຄວາມສະດວກສະບາຍກວ່າເກົ່າ ແລະ ຈະປະກອບສ່ວນສໍາຄັນໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ອງທ່ຽວພາຍໃນ ແຂວງບໍ່ແກ້ວ ນັບມື້ເພີ່ມຂຶ້ນໃນຕໍ່ໜ້າ.

ສໍາລັບສະໜາມບິນສາກົນ ບໍ່ແກ້ວ ຕັ້ງຢູ່ ບ້ານສີເມືອງງານ, ເມືອງ ຕົ້ນເຜີ້ງ ຫ່າງໄກຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ ປະມານ 5 ກິໂລ ແມັດ, ເຊີ່ງອ້ອມຮອບໄປດ້ວຍພູຜ່າປ່າໄມ້ ແລະ ແມ່ນ້ຳຂອງ, ມີທິວທັດທີ່ສວຍສົດງົດງາມ. ສໍາລັບພິທີສຸດຖອດທາງສາສະໜາ ແລະ ທົດລອງບິນຄັ້ງທຳອິດຈັດຂຶ້ນໃນວັນທີ 22 ທັນວາ 2021 ຜ່ານມານີ້.

ຂ່າວ: Lao National Radio, ພາບ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ

LEAVE A REPLY

Please enter your comment!
Please enter your name here