ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຕົວຜູ້ຈໍາໜ່າຍ ພ້ອມຜັນຂະຫຍາຍວາລະແຫ່ງຊາດຕ້ານຢາເສບຕິດ

0
911

ຕາມການລາຍງານ ຈາກປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ:

ພັທ ຄໍາມະນີ ແກ້ວສີຫາ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊທາ ນີ ໃຫ້ສໍາພາດ ໃນວັນທີ 5 ມັງກອນ ນີ້ ວ່າ: ເພື່ອເປັນການກັນ-ສະກັດກັ້ນ ແລະ ຕ້ານກຸ່ມບໍ່ຫວັງດີທີ່ຫວັງມ້າງເພ່ທໍາລາຍຄວາມສະຫງົບສຸກຂອງປະ ເທດ ທັງເປັນການຈັດຕັ້ງປະຕິບັດວາລະແຫ່ງວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ; ປກສ ເມືອງໄຊທານີຈຶ່ງໄດ້ຫັນເອົາກໍາລັງວິຊາສະເພາະລົງຕິດ ຕາມ-ກວດກາ ເພື່ອຂຶ້ນບັນຊີເປົ້າໝາຍທີ່ພົວພັນຢາເສບຕິດຢູ່ບັນດາຈຸດຫຼໍ່ແຫຼມຂອບເຂດຄວາມຮັບຜິດຊອບຂອງຕົນດ້ວຍຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ເຮັດໃຫ້ສາມາດມ້າງ-ແກ້ໄຂຄະດີໄດ້ເປັນຈໍານວນຫຼາຍ; ຄະດີທີ່ພົ້ນເດັ່ນລ້າສຸດທີ່ເກີດຂຶ້ນຢູ່ບ້ານດອນໜູນໃນຄັ້ງວັນທີ 23 ທັນວາ 2021 ຜ່ານມາ ທີ່ເຈົ້າໜ້າທີ່ສາມາດຈັບຜູ້ຖືກຫາໄດ້ 3 ຄົນ ພ້ອມທັງຢຶດຂອງກາງຢາບ້າໄດ້ 31.210 ເມັດ ແລະ ຊັບສິນທີ່ກ່ຽວຂ້ອງໄປສອບສວນ.

ຄະດີດັ່ງກ່າວ, ພັທ ຄໍາມະນີ ແກ້ວສີຫາ ເປີດເຜີຍວ່າ: ໃນເວລາປະມານ 22:30 ໂມງຂອງວັນທີ 22 ທັນວາ 2021 ເຈົ້າໜ້າທີ່ ປກສ ກຸ່ມບ້ານໄຊ ແລະ ອໍານາດການປົກຄອງບ້ານດອນໜູນ ເມືອງໄຊທານີ ໄດ້ອອກກວດກາລາດຕາເວນຕາມຄວາມຮັບຜິດຊອບ ຢູ່ຕາມເສັ້ນທາງຮ່ອມນ້ອຍ ແລະ ຂະນະດຽວກັນໄດ້ເຫັນເປົ້າໝາຍມີທ່າທາງພິລຸດສົງໄສທີ່ກໍາລັງຄ້າຂາຍຢາເສບຕິດຢູ່ ຈຶ່ງໄດ້ນໍາຕົວໄປສອບສວນ ຈຶ່ງຮູ້ວ່າຜູ້ກ່ຽວ ຊື່ ທ້າວ ອາມີ ຫຼື ອັອດ ອາຍຸ 39 ປີ ຢູ່ບ້ານດອນໜູນ ນອກນີ້, ຍັງພົບເຫັນຂອງກາງ ປະເພດຢາບ້າ ຈໍານວນ 210 ເມັດ. ຜ່ານການສອບສວນຂະຫຍາຍຜົນ ຈຶ່ງຈັບຕົວເປົ້າໝາຍຊື້-ຂາຍຢາເສບຕິດ ຕາມການຊັດທອດຂອງທ້າວ ອາມີ ໄດ້ອີກ2 ຄົນຄື: ນາງ ໄຊພອນ ອາຍຸ 57 ປີ ມີຂອງກາງຢາບ້າ 1.000 ເມັດ ແລະ ທ້າວ ສາຍສະຫອນ ຫຼື ຄໍາຫຼ້າ ອາຍຸ 29 ປີ ຂໍ້ຫາເສບຢາເສບຕິດ ແລະ ປິດບັງການກະທໍາຜິດຂອງຄົນອື່ນ ເຊິ່ງທັງສອງແມ່ນເປັນແມ່-ລູກກັນ ຢູ່ບ້ານດອນໜູນ.

ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວນາງ ໄຊພອນ ໄປສອບສວນນໍາໄປສູ່ການຈັບຕົວ ທ້າວ ສຸບັນ ອາຍຸ 58 ປີ ບ້ານດອນໜູນ ໃນຂໍ້ຫາ ຄ້າຂາຍຢາເສບຕິດ ໃນນັ້ນ, ພົບເຫັນຂອງກາງປະເພດຢາບ້າ 30.000 ເມັດ, ເງິນກີບ 150.000.000 ກີບ, ເງິນບາດ 3.784.000 ບາດ, ເງິນໂດລາ 24.000 ໂດລາ, ລົດໃຫ່ຍ 3 ຄັນ, ວັດຖຸຄ້າຍຄືເງິນ ແລະ ຄໍາ ແລະ ໃບຕາດິນຈໍານວນໜຶ່ງ. ສໍາລັບ ທ້າວ ສຸບັນ ແມ່ນເປັນເປົ້າໝາຍຄ້າຂາຍຢາເສບຕິດທີ່ເຈົ້າໜ້າທີ່ຕິດຕາມການເຄື່ອນໄຫວມາໄດ້ 2 ປີ ແລ້ວ ຈົນມີຂໍ້ມູນຫຼັກຖານທີ່ໜາ ແໜ້ນ ຈຶ່ງນໍາໄປສູ່ການຈັບກຸມໃນຄັ້ງນີ້.

ໃນການແກ້ໄຂຄະດີແມ່ນໄດ້ເຮັດຢ່າງຖືກຕ້ອງຕາມຫຼັກການວິຊາສະ ເພາະ ເປັນຕົ້ນແມ່ນເວລາຈັບຕົວ ຕ້ອງໃຫ້ມີຫຼັກຖານ ຫຼືວ່າມີຂອງກາງ, ມີຄວາມເດັດຂາດ ນໍາໃຊ້ມາດຕະການຕ່າງໆທີ່ກົດໝາຍໄດ້ກໍານົດໄວ້, ໃນເວ ລາໄລ່ນໍາ ຕ້ອງໃຫ້ມີຄວາມວອ່ງໄວ, ມີການຕັດສິນໃຈສູງ ແລະ ມີຄວາມໂປ່ງໃສຕໍ່ໜ້າທີ່ ໂດຍສະເພາະແມ່ນເວລາຈັບຕົວ-ກວດຄົ້ນຕົນຕົວ, ກວດຄົ້ນເຄຫາສະຖານ, ພາຫະນະແລະອື່ນໆຕ້ອງມີການຈັດຕັ້ງບ້ານເຂົ້າຮ່ວມ ພ້ອມ ທັງເຮັດບົດບັນທຶກ ແລະ ຖ່າຍຮູບຢູ່ກັບທີ່ ໂດຍຊ້ອງໜ້າຜູ້ຖືກຈັບຕົວເຮັດຢ່າງລະອຽດ ເພື່ອຄວາມສະດວກໃນການປະກອບຂໍ້ມູນຫຼັກຖານໃສ່ສໍານວນຄະດີໃຫ້ເຮັດກຸມ ແລະ ແນໃສ່ໃຫ້ຜູ້ກະທໍາຜິດ ຖືກດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ທັງນີ້, ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດໂດຍຕິດພັນກັບການກໍ່ສ້າງຮາກຖານການເມືອງຈຶ່ງໄດ້ນໍາພາກໍາລັງວິຊາສະເພາະໂດຍປະສານສົມທົບກັບອໍານາດປົກຄອງບ້ານ, ປກສ ກຸ່ມ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງກົມກຽວ ຈັດຕັ້ງປະຕິບັດເຮັດວຽກງານໂຄສະນາ-ເຜີຍແຜ່ຜົນຮ້າຍ, ຄວາມເປັນອັນຕະລາຍ, ບັນດາກົດ ໝາຍ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບຢາເສບຕິດ ເພື່ອເຮັດໃຫ້ອໍານາດການປົກຄອງບ້ານ, ພໍ່-ແມ່ປະຊາຊົນ ແລະທຸກຊັ້ນຄົນຢູ່ໃນສັງຄົມໃຫ້ໄດ້ຮັບ ຮູ້ແລະເຂົ້າໃຈ ພ້ອມທັງປະກອບສ່ວນ, ເຂົ້າຮ່ວມແກ້ໄຂ ໂດຍການກວດກາ, ຂຶ້ນບັນຊີເປົ້າໝາຍຢາເສບຕິດແຕ່ລະປະເພດ ຢູ່ແຕ່ລະບ້ານຄືນໃໝ່ຕາມຫຼັກການວິຊາສະເພາະ ແລະໄດ້ແບ່ງຂັ້ນໃນການຄຸມຄອງເປົ້າໝາຍແຕ່ລະປະເພດຢ່າງຂາດຕົວ.

ນອກນັ້ນ, ຍັງໄດ້ຕິດຕາມ-ກວດກາປະຫວັດການເຄື່ອນໄຫວໄປ-ມາຂອງບຸກຄົນ,ການປະກອບອາຊີບແລະອື່ນໆຕາມລະບຽບການຄຸ້ມຄອງສໍາມະໂນຄົວ ພາຍຫຼັງທີ່ພົບເຫັນບຸກຄົນໃດ ຫຼື ກຸ່ມຄົນໃດທີ່ມີການມົ້ວສຸມ, ຊື້-ຂາຍສິ່ງຜິດກົດໝາຍ ກໍຈະນໍາຕົວໄປສຶກສາອົບຮົມ ພ້ອມທັງດໍາເນີນຄະດີ; ກວດກາ ແລະເຮັດບົດບັນທຶກກ່າວເຕືອນບັນດາຫ້າງຮ້ານແລະທຸລະກິດທີ່ມີຄວາມສ່ຽງກ່ຽວກັບຢາເສບຕິດ, ສ້າງເປັນລາຍຄະດີສະເພາະຕິດຕາມ, ອອກກວດກາລາດຕາເວນຕະຫຼອດ 24 ຊົ່ວໂມງເປັນປະຈໍາ ແລະ ເມື່ອພົບເຫັນກໍວາງແຜນແກ້ໄຂທັນທີ.

ຢ່າງໃດກໍຕາມ, ເພື່ອເປັນການສະກັດກັ້ນບຸກຄົນບໍ່ດີເຫຼົ່ານັ້ນເຄື່ອນໄຫວກະທໍາຜິດ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ໂດຍສະເພາະພໍ່-ແມ່ປະຊາຊົນ ແລະ ຄົນອ້ອມຂ້າງ ຈົ່ງເປັນຫູ-ເປັນຕາຊ່ວຍເຈົ້າໜ້າທີ່, ຕ້ອງກວດກາຄົນໃນຄອບຄົວຂອງຕົນຢ່າງເປັນປະຈໍາ ເມື່ອພົບກໍລະນີສົງໄສຕ້ອງຮີບຮ້ອນໃຫ້ລາຍງານຕໍ່ເຈົ້າໜ້າທີ່-ທີ່ກ່ຽວຂ້ອງ ເພື່ອແກ້ໄຂໃຫ້ທັນເວລາ ແລະ ນໍາຕົວພວກກ່ຽວໄປປິ່ນປົວ-ບໍາບັດຕາມຂັ້ນຕອນຢ່າງຖືກຕ້ອງ.

LEAVE A REPLY

Please enter your comment!
Please enter your name here