ກະຊວງການເງິນ ແນະນຳຂະແໜງກ່ຽວຂ້ອງ ຍົກສູງໃນການກວດກາຖານລາຍຮັບ ໃຫ້ຖືກຕ້ອງຕາມຕົວຈິງ

0
1710

ກະຊວງການເງິນ ໄດ້ອອກຄຳແນະນຳສະບັບເລກທີ 5880/ກງ, ລົງວັນທີ 22 ພະຈິກ 2021 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022 ເພື່ອສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ບົນພື້ນຖານຫລັກການ ລາຍຮັບພາຍໃນ ໃຫ້ກຸ້ມລາຍຈ່າຍພາຍໃນ ແລະ ໃຫ້ມີສ່ວນເຫຼືອເພື່ອຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ໃຫ້ຫລຸດລົງເທື່ອລະກ້າວ ຕາມໂຄງສ້າງແຜນງົບປະມານແຫ່ງລັດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ແລະ ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາທາງດ້ານເສດຖະກິດ-ການເງິນ ໂດຍສະເພາະ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ ໃຫ້ປະກົດຜົນເປັນຈິງ ເພື່ອສູ້ຊົນຈັດຕັ້ງປະຕິບັດລາຍຮັບງົບປະມານ ໃຫ້ບັນລຸຕາມແຜນການ ຫຼື ເກີນແຜນ.

ສຳລັບມາດຕະການຈັດຕັ້ງປະຕິບັດ ດ້ານການຄຸ້ມຄອງເກັບລາຍຮັບ ໃຫ້ແກ່ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍຍົກສູງຄວາມຮັບຜິດຊອບໃນການຊຸກຍູ້, ຕິດຕາມ, ກວດກາ ບັນດາຖານລາຍຮັບ ທີ່ນອນໃນຄວາມຮັບຜິດຊອບຂອງຕົນໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມຕົວຈິງ, ພ້ອມທັງ ສົມທົບກັບຂະແໜງການເງິນ ອອກມາດຕະການ ໃນການຂະຫຍາຍ ແລະ ສ້າງຖານລາຍຮັບໃໝ່ ໃຫ້ເປັນແຫລ່ງທີ່ໝັ້ນຄົງໃນຕໍ່ໜ້າ; ເລັ່ງທວງເກັບຄືນພັນທະຕ່າງໆ ທີ່ຄ້າມອບ ແລະ ເກັບກູ້ຄືນ ຈາກການກວດເຫັນເພີ່ມຕາມຜົນກວດສອບ-ກວດກາ ທີ່ຍັງຄ້າງນໍາຫົວໜ່ວຍງົບປະມານ ໃຫ້ຄົບຖ້ວນຕາມກົດໝາຍ ແລະ ລະບຽບການ; ໃຫ້ບັນດາຂະແໜງການທີ່ມີລາຍຮັບຄ່າບໍລິການ ທາງດ້ານວິຊາການ ແລະ ກອງທຶນຂອງລັດ ເອົາໃຈໃສ່ຈັດຕັ້ງປະຕິບັດຕາມຄໍາແນະນຳ ສະບັບເລກທີ 0016/ກງ ລົງວັນທີ 03 ມັງກອນ 2019.

ສໍາລັບຂະແໜງສາຍຕັ້ງ ໃຫ້ມອບລາຍຮັບຂອງຕົນເຂົ້າບັນຊີສູນກາງ ທີ່ເປີດໄວ້ຢູ່ຄັງເງິນແຫ່ງຊາດ ປະຈໍາທ້ອງຖິ່ນ ໂດຍບໍ່ອະນຸຍາດໃຫ້ມອບເຂົ້າເປັນລາຍຮັບຂອງທ້ອງຖິ່ນ.

ສຳລັບຂະແໜງການເງິນ ດ້ານສ່ວຍສາອາກອນ ແມ່ນໃຫ້ສຸມໃສ່ການເກັບກໍາຂໍ້ມູນ ແລະ ຂຸດຄົ້ນແຫຼງລາຍຮັບທີ່ຍັງບົ່ມຊ້ອນ ເພື່ອທົດແທນແຫລ່ງລາຍຮັບທີ່ສູນເສຍໄປ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ການລົງສໍາຫລວດຂະໜາດລາຍຮັບ ຂອງຫົວໜ່ວຍທຸລະກິດຄືນໃໝ່ ໃຫ້ມີຄວາມຊັດເຈນ ເຊັ່ນ:

ຫົວໜ່ວຍທີ່ມີລາຍຮັບປະຈຳປີ 50 ລ້ານກີບລົງມາ, ລາຍຮັບ 50 ລ້ານ ຫາ 400 ລ້ານກີບ ແລະ ລາຍຮັບເກີນ 400 ລ້ານກີບຕໍ່ປີ ເພື່ອຈັດແບ່ງຂະໜາດຂອງຫົວໜ່ວຍທຸລະກິດຄືນໃໝ່ ໃຫ້ມີຄວາມຖືກຕ້ອງ ແລະ ຮັບປະກັນໃຫ້ຫົວໜ່ວຍທຸລະກິດ ເສຍພັນທະຖືກຕ້ອງຕາມຂະໜາດລາຍຮັບຕົວຈິງຂອງຕົນ ພ້ອມທັງປະເມີນຄືນວຽກງານ ການກໍານົດເງື່ອນໄຂຫົວໜ່ວຍທຸລະກິດ, ການຫັນຫົວໜ່ວຍທຸລະກິດເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ລວມທັງອາກອນມອບເໝົາ ແລະ ອາ ກອນຄ່າເຊົ່າ ໃຫ້ການແຈ້ງມອບຜ່ານທະນາຄານ ແລະ ຜ່ານລະບົບ (TaxRIS) ຢູ່ສ່ວຍສາອາກອນນະຄອນຫລວງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດໃຫ້ຫລາຍຂຶ້ນ ໂດຍໂຄສະນາຜ່ານສື່ຕ່າງໆ ເພື່ອສ້າງຄວາມສະດວກ, ຫລຸດຜ່ອນສິ່ງກີດຂວາງ ແລະ ຄ່າສິ້ນເປືອງຕ່າງໆ ໃນການດຳເນີນທຸລະກິດ ຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.

  • ນອກຈາກນີ້, ໃຫ້ປັບປຸງກົນໄກຄຸ້ມຄອງເກັບລາຍຮັບ ຈາກຂະແໜງຄຸ້ມຄອງຊັບສິນຂອງລັດ ແລະ ຄຸ້ມຄອງການເງິນວິສາຫະກິດຂອງລັດ ມາລວມສູນເຂົ້າໃນລະບົບຄຸ້ມຄອງລາຍຮັບອາກອນ (TaxRIS) ລວມທັງການຫັນເອົາບາງໜ້າວຽກຂອງກົງຈັກ ແລະ ບຸກຄະລາກອນ ມາຂຶ້ນກັບການຄຸ້ມຄອງຂອງຂະແໜງສ່ວຍສາອາກອນ;
  • ຄົ້ນຄວ້າຄັດເລືອກ ແລະ ໂອນຫົວໜ່ວຍທຸລະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງສູນກາງ ແຕ່ມີທີ່ຕັ້ງ ແລະ ເຄື່ອນໄຫວທຸລະກິດຢູ່ທ້ອງຖິ່ນ ໃຫ້ບັນດາແຂວງຄຸ້ມຄອງຈັດເກັບລາຍຮັບ ເພື່ອສ້າງຄວາມເຂັ້ມແຂງທາງດ້ານການເງິນ ໂດຍໃຫ້ສອດຄ່ອງກັບຄໍາແນະນໍາ ສະບັບເລກທີ 4488/ກງ, ລົງວັນທີ 07 ພະຈິກ 2019;
  • ສຸມໃສ່ການປັບປຸງແກ້ໄຂລະບົບການແຈ້ງ, ການມອບ ແລະ ການກວດກາພັນທະ ຈາກການນໍາເຂົ້າ-ຈໍາໜ່າຍ, ການເຄື່ອນຍ້າຍນໍ້າມັນເຊື້ອໄຟ-ນໍ້າມັນຫລໍ່ລື່ນ, ວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ສິນຄ້າອຸປະໂພກ-ບໍລິໂພກ ແລະ ຈາກທຸລະກິດຂະແໜງບໍ່ແຮ່ ແລະ ພະລັງງານໄຟຟ້າ; ສືບຕໍ່ວຽກງານຄຸ້ມຄອງເກັບອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ຈາກການສະໜອງບໍລິການຊົມໃຊ້ໄຟຟ້າ, ໂທລະສັບ ແລະ ອີນເຕີເນັດທີ່ມີການຊົມໃຊ້ເພີ່ມຂຶ້ນ, ຄຸ້ມຄອງຈັດເກັບລາຍຮັບອາກອນຈາກຖານໃໝ່ ແລະ ອາກອນຊົມໃຊ້ເພີ່ມຈາກຢາສູບ;
  • ຄົ້ນຄວ້າກົນໄກຄຸ້ມຄອງ ແລະ ຈັດເກັບລາຍຮັບຕ່າງໆ ຈາກທຸລະກິດດີຈີຕອນ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ;
  • ປັບປຸງກົນໄກການເກັບລາຍຮັບຄ່າທຳນຽມນຳໃຊ້ທີ່ດິນ ແລະ ອາກອນລາຍໄດ້ ຈາກການໂອນກໍາມະສິດທີ່ດິນຜ່ານລະບົບທະນາຄານ ໂດຍນໍາໃຊ້ລາຄາປະເມີນທີ່ດິນໃນແຕ່ລະເຂດ ເປັນພື້ນຖານຄິດໄລ່ໃນຂອບເຂດທົ່ວປະເທດ; ເກັບກໍາ ແລະ ກວດກາຂໍ້ມູນ, ສະຖິຕິ ປະຫວັດການເຄື່ອນໄຫວທຸລະກິດ, ການປະຕິບັດການແຈ້ງມອບລາຍຮັບອາກອນປະເພດຕ່າງໆ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ, ພ້ອມທັງສືບຕໍ່ການກວດກາບັນຊີວິສາຫະກິດ ຕາມການວິໄຈຄວາມສ່ຽງ (16 ຕົວຊີ້ວັດ) ເພື່ອໃຫ້ການກວດກາ ແລະ ຈັດເກັບລາຍຮັບຢ່າງມີປະສິດທິຜົນ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here