ສິ່ງທີ່ຄວນປະຕິບັດ ເມື່ອທ່ານກັກໂຕ ຢູ່ເຮືອນ!

0
3374

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນໃນວັນທີ 14 ມັງກອນ 2022 ໂດຍ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ໄດ້ແນະນຳກ່ຽວກັບສິ່ງທີ່ຄວນປະຕິບັດ ເມື່ອທ່ານກັກໂຕ ຢູ່ເຮືອນ ຫຼື ສະຖານທີ່ພັກເຊົາຂອງຕົນ (Home Isolation):

  • ກິນເຂົ້າຄົນດຽວ ແລະ ຄວນແຍກເຄື່ອງໃຊ້ສ່ວນຕົວ ກັບ ສະມາຊິກໃນຄອບຄົວ
  • ງົດການອອກຈາກບ້ານ ຕະຫຼອດເວລາ
  • ໃຊ້ຫ້ອງນ້ຳແຍກຈາກຄົນອື່ນ ກໍລະນີບໍ່ສາມາດແຍກໄດ້ ໃຫ້ໃຊ້ຫ້ອງນ້ຳເປັນຄົນສຸດທ້າຍ, ປິດຝາຊັກໂຄກກ່ອນກົດໄລນ້ຳທຸກຄັ້ງ ແລະ ເຮັດຄວາມສະອາດຈຸດທີ່ສຳຜັດ ເຊັ່ນ: ປຸ່ມກົດຊັກໂຄກ, ກ໋ອກນ້ຳ ແລະ ບໍລິເວນອື່ນໆ ດ້ວຍນ້ຳຢາຂ້າເຊື້ອທັນທີ
  • ຄວນໃສ່ຜ້າປິດປາກ-ດັງ ຕະຫຼອດເວລາ ທີ່ຕ້ອງພົບ ຫຼື ໂອ້ລົມກັບ ຍາດຕິພີ່ນ້ອງ ແລະ ຜູ້ດູແລ ພ້ອມດຽວກັນ ກໍ່ຕ້ອງຮັກສາໄລຍະຫ່າງ ຢ່າງໜ້ອຍໃຫ້ໄດ້ 1 ແມັດຂຶ້ນໄປ
  • ງົດການໃຫ້ບຸກຄົນອື່ນມາຢ້ຽມ ຢູ່ເຮືອນ ໃນໄລຍະທີ່ທ່ານກັກໂຕຢູ່
  • ລ້າງມືດ້ວຍສະບູ່ ແລະ ນ້ຳສະອາດ ຫຼື ເຈວທີ່ມີສ່ວນຜະສົມຂອງທາດເຫຼົ້າ ເປັນປະຈຳ
  • ແຍກເຄື່ອງຊັກຕາງຫາກ ຕາກແດດໃຫ້ແຫ້ງ ເພື່ອຂ້າເຊື້ອ
  • ແຍກຖ້ວຍ, ບ່ວງ, ຈອກ ແລະ ນ້ຳຢາລ້າງຖ້ວຍ ຕາງຫາກ
  • ຖິ້ມຜ້າປິດປາກ-ດັງ, ເຈ້ຍທິດຊູ່ ທີ່ໃຊ້ແລ້ວ ໃສ່ຖົງຂີ້ເຫຍື້ອຕາງຫາກ ແລະ ປິດປາກຖົງຂີ້ເຫຍື້ອໃຫ້ແໜ້ນ  
  • ສຳລັບ ຜູ້ດູແລ ຫາກມີຄວາມຈຳເປັນຕ້ອງໂອ້ລົມ ກັບ ຜູ້ທີ່ກັກໂຕ ໃຫ້ໃສ່ຜ້າປິດປາກ-ດັງ ຕະຫຼອດເວລາ​, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ໝັ່ນລ້າງມືດ້ວຍສະບູ່ ແລະ ນ້ຳສະອາດ ຫຼື ເຈວທີ່ມີສ່ວນຜະສົມຂອງທາດເຫຼົ້າເລື້ອຍໆ.
  • ສ່ວນການຈັດສົ່ງອາຫານ ແລະ ນ້ຳດື່ມ ອາດໃຊ້ວິທີ ແຂວນໄວ້ທີ່ລູກບິດປະຕູໜ້າຫ້ອງແທນ.  

ທາງທີມງານໂທລະໂຄ່ງຂໍໃຫ້ທຸກຄົນປອດໄພຈາກໂຄວິດ-19

LEAVE A REPLY

Please enter your comment!
Please enter your name here