ແຈ້ງການ ຈາກແຂວງອັດຕະປື

0
1579

ຄະນະສະເພາະກິດເພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນແຂວງ ຂໍຖືເປັນກຽດແຈ້ງການມາຍັງບັນດາທ່ານ ຊາບວ່າ: ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດ ມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດໄດ້ວາງອອກຜ່ານມາ ເຫັນວ່າ ໄດ້ຮັບຜົນສໍາເລັດເປັນກ້າວໆ ໂດຍສະເພາະ ການສັກຢາວັກຊິນໃນທົ່ວແຂວງໃຫ້ບໍລິການໄປແລ້ວຈໍານວນ 207,990 ຄົນ, ອັດຕາການປົກຄູມເທົ່າກັບ 77%, ປິ່ນປົວ ຫາຍດີ 442 ຄົນ ເທົ່າກັບ 53% ຂອງຈໍານວນຜູ້ຕິດເຊື້ອທັງຫມົດ 599 ຄົນ, ພະນັກງານແພດຫມໍ ແລະ ເຈົ້າຫນ້າທີ່ທີ່ ກ່ຽວຂ້ອງທຸກພາກສ່ວນປະຕິບັດຫນ້າທີ່ທີ່ການຈັດຕັ້ງມອບຫມາຍໃຫ້ ດ້ວຍຄວາມອົດທົນ ຜ່ານຜ່າ ແລະ ຫ້າວຫັນ, ທຸກຊັ້ນ ຄົນໃນສັງຄົມໃຫ້ການສະຫນັບສະຫນູນ ແລະ ປະກອບເຂົ້າໃນວຽກງານຄວບຄຸມພະຍາດໂຄວິດ 19 ທັງທາງດ້ານວັດຖຸ ແລະ ຈິດໃຈຢ່າງເປັນຂະບວນການຟົດຟື້ນ ດີສົມຄົນ; ແຕ່ເຖິງຢ່າງໃດກໍ່ຕາມສະພາບການຕິດເຊື້ອໃນຊຸມຊົນແມ່ນສືບຕໍ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ແລະ ຂະຫຍາຍເປັນວົງກວ້າງ, ຊຶ່ງການຕິດເຊື້ອດັ່ງກ່າວສ່ວນຫຼາຍແມ່ນເກີດຢູ່ຕາມສະຖານທີ່ທີ່ມີຊຸມຊົນແອ ອັດຕ່າງໆລວມທັງ ຢູ່ໃນສັງຄົມ, ສໍານັກງານ-ອົງການ, ຫົວຫນ່ວຍທຸລະກິດ ແລະ ລາມໄປຮອດ ການຕິດເຊື້ອໃນຄອບຄົວ ນັບມື້ນັບຫຼາຍຂຶ້ນ. ສາເຫດຕົ້ນຕໍຂອງການແຜ່ລະບາດດັ່ງກ່າວ ແມ່ນຍ້ອນສັງຄົມຈໍານວນຫນຶ່ງ ຍັງບໍ່ທັນປະຕິບັດມາດ ຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ, ຍ້ອນແນວນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ຈັດຕັ້ງ ປະຕິບັດບາງມາດຕະການເຂັ້ມງວດ ແລະ ມາດຕະການຜ່ອນຜັນຈໍານວນຫນຶ່ງຄຶ ດັ່ງນີ້:

.

.

.

LEAVE A REPLY

Please enter your comment!
Please enter your name here