ຮອງປະທານປະເທດ ພົບປະຢ້ຽມຢາມ ຄະນະພັກຄະນະບັນຊາ ກອງພົນທະຫານ ຮາບທີ 5, ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ພັນເອກ ສີປະເສີດ ເຜີຍຄໍາສິງ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5 ພ້ອມລາຍງານໂດຍຫຍໍ້ສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ຕະຫລອດໄລຍະຜ່ານມາ.
ກອງພົນທີ 5 ມີພາລະບົດບາດເປັນກຳລັງຫລວງເຄື່ອນທີ່, ພາຍໃຕ້ການຊີ້ນໍາ-ບັນຊາໂດຍກົງຮອບດ້ານຂອງກະຊວງປ້ອງກັນປະເທດ, ເປັນກຳລັງຫລັກແຫລ່ງ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຊ່ວຍໜູນ ໃຫ້ຂອບເຂດ 4 ແຂວງພາກໃຕ້, ຊີ້ນໍາອົງການ, ກົມກອງຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມຂອບເຂດກົມກອງຕັ້ງທັບ, ແບບທາງກວ້າງ ແລະ ທາງເລິກ, ປະສານສົມທົບກັບກອງບັນຊາການທະຫານ 4 ແຂວງ ພາກໃຕ້ ປົກປັກຮັກສາຊາຍແດນ ໃນພື້ນທີ່ 4 ແຂວງພາກໃຕ້ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ.
![](https://tholakhong.com/wp-content/uploads/2022/01/ຶດກັຶ.jpeg)
ຈາກນັ້ນ, ສະຫາຍ ຮອງປະທານປະເທດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະພັກ, ຄະນະບັນຊາກອງພົນດັ່ງກ່າວ, ຈົ່ງເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍ ບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການສ້າງ ສາພັດທະນາເສດຖະກິດ-ສັງຄົມ, ກອງທັບ ກໍຄື ກົມກອງ ຕ້ອງເປັນຫລັກແຫລ່ງ, ເປັນພາຫານະອັນແຫລມຄົມຂອງພັກ ໃນການນໍາພາທົ່ວປວງຊົນ, ຍົກສູງຄວາມເປັນເຈົ້າການໃນວຽກງານປົກປ້ອງອະທິປະໄຕເຂດນໍ້າແດນດິນໃຫ້ໝັ້ນຄົງ, ຊອກວິທີການສະກັດກັ້ນ ບັນດາການເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ແລະຄວາມບໍ່ເປັນລະບຽບຮຽບຮ້ອຍບໍລິເວນຊາຍແດນທີ່ມີປະສິດທິຜົນກວ່າເກົ່າ, ສໍາລັບວຽກງານປົກປັກຮັກສາຊາຍແດນ, ໃຫ້ເອົາໃຈໃສ່ດ້ານຕາເວັນຕົກ ແລະ ທິດໃຕ້ ໂດຍສະເພາະບັນດາຈຸດໃດທີ່ຍັງຄົງຄ້າງ ໂດຍໃຫ້ມີຄວາມອົດທົນອົດກັ້ນນໍາກັນຫລາຍທີ່ສຸດ, ແຕ່ກໍຄ່ອງແຄ້ວນິ້ມນວນໃນການແກ້ໄຂບັນຫາ, ໃຫ້ມີການປະສານສົມທົບກັນແໜ້ນລະຫວ່າງສູນກາງ ແລະ ທ້ອງຖິ່ນ, ກໍາລັງອາວຸດຂອງພວກເຮົາ ແມ່ນກໍາລັງຂອງພັກ, ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຂຶ້ນ ແລະ ກໍ່ເຕີບໃຫຍ່ເຂັ້ມແຂງຂຶ້ນ ຢູ່ໃນການອົບຮົມບົ່ມສອນຂອງພັກມາໂດຍຕະຫລອດ.
![](https://tholakhong.com/wp-content/uploads/2022/01/ຶກເຶືກືຶ.jpeg)
ດັ່ງນັ້ນ, ບໍ່ວ່າຈະຢູ່ໃນໄລຍະໃດ ກໍ່ຕ້ອງຮັບປະກັນຄວາມຈົ່ງຮັກພັກດີຕໍ່ພາລະກິດຂອງພັກ ແລະ ປະເທດຊາດ, ທົ່ວກອງທັບ ກໍຄື ກົມກອງ ຕ້ອງຢູ່ໃຕ້ການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕ້ອງຕັ້ງໜ້າປັບປຸງກໍາລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກໍາລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ ໃນນັ້ນຖືເອົາຄຸນນະພາບທາງດ້ານການເມືອງແນວຄິດເປັນກົກ, ເອົາຄວາມສາມາດດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດ ຕັ້ງບັນຊາ ເປັນສິ່ງສໍາຄັນ, ຕ້ອງສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງ ຢ່າງ ຮອບດ້ານ.
ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູກອງທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ ເພື່ອແກ້ໄຂຄວາມຫຍຸ້ງຍາກຝືດເຄືອງ ດ້ານຊີວິດການເປັນຢູ່ໂດຍສຸມໃສ່ດ້ານກະສິກໍາທີ່ເປັນທ່າແຮງ, ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ (ສສ ຫວຽດ ນາມ ແລະ ສປ ຈີນ) ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍ່ຄື ເພື່ອນມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງການຊ່ວຍເຫລືອຈາກສາກົນ ປັບປຸງກໍ່ສ້າງກອງທັບພວກເຮົາໃຫ້ກ້າວໜ້າທັນສະໄໝສູ່ຄຸນນະພາບໃຫມ່, ເອົາໃຈໃສ່ວຽກງານການປ້ອງກັນ, ສະກັດກັ້ນ ແລະ ການຄວບຄຸມພະຍາດໂກ ວິດ-19 ພາຍໃນກົມກອງໃຫ້ມີປະສິດທິຜົນ.
ໃນນັ້ນ, ໃຫ້ສືບຕໍ່ຍົກສູງສະຕິໃນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມພະຍາດໂກວິດ-19 ຢ່າງເຂັ້ມງວດ, ໂດຍໃຫ້ປຸກລະດົມນາຍ ແລະ ພົນທະຫານທຸກກົມກອງເຂົ້າຮ່ວມຢ່າງຕັ້ງໜ້າ, ໂດຍຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງໄດ້ປັບປຸງແບບແຜນວິທີເຮັດວຽກ ໃນສະພາບປັດຈຸບັນ ກໍ່ຄື ການໃຊ້ຊີວິດປົກກະຕິແບບໃໝ່ (New Normal) ເຂົ້າໃນທຸກການເຄື່ອນໄຫວວຽກງານ ໂດຍສະເພາະການຝຶກແອບ, ການປະຊຸມ ຫລື ການຈັດງານຕ່າງໆ ຕ້ອງໃຫ້ກະທັດຮັດ ແລະ ປະຢັດມັດທະຍັດທີ່ສຸດ.
ແຫຼ່ງຂ່າວ: ຂປລ