ຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມກອງພົນທະຫານຮາບທີ 1

0
1717

ໃນວັນທີ 24 ມັງກອນ ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ກອງພົນທະຫານຮາບທີ 1 ທີ່ ແຂວງວຽງຈັນ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ 20 ມັງກອນ ຄົບຮອບ 73 ປີ ໂດຍການຕ້ອນຮັບຂອງການນໍາແຂວງວຽງຈັນ, ຄະນະນໍາກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ, ນາຍ-ພົນທະຫານ ກອງພົນທະຫານຮາບທີ 1, ພະນັກງານປະຕິວັດອາວຸໂສເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ພັອ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ໄດ້ລາຍງາຍໂດຍຫຍໍ້ບັນດາສະພາບຈຸດພິເສດໃນແຕ່ໄລຍະຜ່ານມາ ຊຶ່ງກອງພົນທະຫານຮາບທີ 1 ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 12 ກຸມພາ 1985 ທີ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊຶ່ງເອີ້ນວ່າກອງພົນໃຫຍ່ທະຫານຮາບທີ 1.

ໃນໂອກາດນີ້, ສະຫາຍຮອງປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ກອງພົນທະຫານຮາບທີ 1 ໃນໄລຍະຜ່ານມາ. ອັນສຳຄັນ, ສະຫາຍໄດ້ມີຄໍາເຫັນຊີ້ນໍາຕໍ່ກອງພົນທະຫານຮາບທີ 1 ຕື່ມບາງດ້ານຄື:

1. ເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບປະຊາທິປະໄຕປະຊາຊົນ ໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບ ການສ້າງສາພັດທະນາເສດຖະກິດ-ສັງຄົມ. ກອງທັບ ກໍຄືກົມກອງຕ້ອງເປັນຫຼັກແຫຼ່ງ, ເປັນພາຫະນະອັນແຫຼມຄົມຂອງພັກ ໃນການນໍາພາທົ່ວປວງຊົນ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,

2. ກໍາລັງປະກອບອາວຸດຂອງພວກເຮົາແມ່ນກໍາລັງຂອງພັກ, ແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ສ້າງຂຶ້ນ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນຢູ່ໃນການອົບຮົມບົ່ມສອນຂອງພັກມາໂດຍຕະຫຼອດ. ດັ່ງນັ້ນ, ບໍ່ວ່າຈະຢູ່ໃນໄລຍະໃດ ກໍຕ້ອງຮັບປະກັນຄວາມຈົ່ງຮັກພັກດີຢ່າງສຸດຊຶ້ງຕໍ່ພາລະກິດຂອງພັກ ແລະ ປະເທດຊາດ,

3. ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ, ຕ້ອງຕັ້ງໜ້າປັບປຸງກໍາລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກໍາລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ. ໃນນັ້ນ, ຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ, ເອົາຄວາມສາມາດດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສໍາຄັນ; ຕ້ອງມີແຜນການ ແລະ ປະຕິບັດລະບອບຫັດແອບ ເພື່ອຍົກສູງຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂຶ້ນ ທັງຍົກສູງສະຕິການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບວິໄນໃຫ້ເຂັ້ມງວດ,

4. ຕ້ອງສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງຢ່າງຮອບດ້ານ,

5. ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບເພື່ອນມິດຍຸດທະສາດ (ສສ ຫວຽດນາມ ແລະ ສປ ຈີນ) ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍຄືເພື່ອນມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງການຊ່ວຍເຫຼືອຈາກສາກົນປັບປຸງກໍ່ສ້າງກອງທັບພວກເຮົາໃຫ້ກ້າວໜ້າສູ່ຄຸນນະພາບໃໝ່.

ການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ສະຫາຍຮອງປະທານປະເທດ ຍັງໄດ້ມອບເງິນ ແລະ ສະບຽງອາຫານຈຳນວນໜຶ່ງ ພ້ອມທັງອວຍພອນໄຊໃຫ້ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 1 ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສໍາເລັດທຸກໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ເພື່ອປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວບໍ່ຢຸດຢັ້ງ.

ຂ່າວ-ພາບ: ຫສປທ

LEAVE A REPLY

Please enter your comment!
Please enter your name here