ຟູດແພນດ້າວາງແຜນກຽມເປີດໂຄງການຝຶກງານສໍາລັບນັກສຶກສາໃນກາງປີ 2022 ນີ້!

0
1588

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2022 ທີ່ ສະພາການຄ້າ ແຫ່ງຊາດລາວ, ນະຄອນຫຼວງວຽງຈັນ ໄດ້ຈັດໃນງານສຳມະນາ ກ່ຽວກັບ ການດຳເນີນທຸລະກິດການຄ້າ ອີເລັກໂຕຣນິກ (E-Commerce) ໃນໄລຍະໂຄວິດ-19 ຮ່ວມຈັດງານໂດຍ ສະພາການຄ້າ ແລະ ອຸດສາຫະກຳການຄ້າ ແຫ່ງຊາດລາວ (ສຄອຊ) ແລະ ອົງການມະຫາວິທະຍາໄລທີໃຊ້ພາສາຝຣັ່ງ (AUF). ການສຳມະນາໃນຄັ້ງນີ້ ລວມມີ 5 ບໍລິສັດ e-commerce ເຂົ້າຮ່ວມຫົວຂໍ້ບົດສົນທະນາ: “ການຄ້າໃນຮູບແບບ E-Commerce ໃນຊ່ວງວິກິດການແຜ່ລະບາດຂອງພະຍາດໂຄວິດ-19” 

ທ່ານນາງ ທັນຍາລັດ ຈະເລີນສຸກ ຜູ້ອຳນວຍການ ບໍລິສັດ ເດລີເວີຣີ ຮີໂຣ່ ລາວ ຈຳກັດຜູ້ດຽວ ກໍ່ໄດ້ເຂົ້າຮ່ວມເປັນຜູ້ບັນຍາຍສຳມະນາ ແລະ ໄດ້ກ່າວວ່າ:​ “ການເຮັດທຸລະກິດເຮົາ ກໍ່ຄືຟູດແພນດ້າ ໃນຊ່ວງວິກິດການແຜ່ລະບາດ ໂຄວິດ-19 ມີທັງຜົນກະທົບໃນດ້ານບວກ ແລະ ດ້ານລົບໃຫ້ແກ່ບໍລິສັດ

ຜົນກະທົບດ້ານບວກ, ມາຈາກການປ່ຽນແປງພຶດຕິກຳຂອງຜູ້ບໍລິໂພກ ທີ່ຕ້ອງໄດ້ປັບຕົວໃຫ້ເຂົ້າກັບການດຳລັງຊີວິດແບບ new normal ເຊິ່ງເປັນເຫດເຮັດໃຫ້ ບັນດາທຸລະກິດ ຕ້ອງໄດ້ປັບກົນລະຍຸດການຄ້າຂາຍ ຂອງຕົນຈາກແບບດັ້ງເດີມ ມາເປັນແບບອອນລາຍ. ບໍລິການຂອງ ຟູດແພນດ້າ ເລີຍເປັນສິ່ງຕອບໂຈດໃຫ້ກັບບັນດາທຸລະກິດ ທີ່ຕ້ອງການຂະຫຍາຍ ທຸລະກິດຂອງຕົນມາຂາຍອອນລາຍຫລາຍຂື້ນ.

ແຕ່ໃນດ້ານກົງກັນຂ້າມ,​ ການເພີ່ມທະວີຂອງມາດຕະການຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບໃຫ້ໄຣເດີ້ຂອງພວກເຮົາ ບໍ່ສາມາດເຂົ້າເຖິງ ບາງພື້ນທີ່ ແລະ ຍັງຕ້ອງໄດ້ຫລຸດເວລາໃຫ້ບໍລິການລົງ, ເຊິ່ງເປັນຜົນກະທົບໃນດ້ານລົບໃຫ້ແກ່ໄຣເດີ້,​ ຮ້ານຄ້າ, ຮ້ານອາຫານ ແລະ ລູກຄ້າຂອງພວກເຮົາ. ແຕ່ຫລັງຈາກມາດຕະການໄດ້ມີການຄີ່ຄາຍ, ບໍລິການຂອງພວກເຮົາກໍກັບມາສູ່ສະພາບປົກກະຕິ. ສິ່ງນີ້ກໍເປັນບົດຮຽນທີ່ລ້ຳຄ່າ ສອນໃຫ້ຟູດແພນດ້າ ຕ້ອງປັບຕົວເຂົ້າກັບສະຖານະການ, ເພື່ອຄວ້າເອົາໂອກາດ ຈາກອຸປະສັກທີ່ຈະປະເຊີນໃນອະນາຄົດ.

ໃນຕອນທີ່ມີນັກສຶກສາຖາມເຖິງ ການເລີ່ມທຸລະກິດ e-commerce, ທ່ານນາງ ທັນຍາລັດ ຈະເລີນສຸກ ໄດ້ກ່າວຕອບວ່າ: “ສຳລັບໃຜທີ່ສົນໃຈທີ່ຈະເຮັດທຸລະກິດ e-commerce, ຕ້ອງເລີ່ມຈາກການເປັນນັກສັງເກດການ, ຊອກວິທີແກ້ໄຂບັນຫາຕ່າງໆໂດຍໃຊ້ ເທັກໂນໂລຢີເຂົ້າຊ່ວຍ ພ້ອມທັງຕ້ອງຄຳນຶງເຖິງເວລາ ແລະ ເງິນທຶນທີ່ເຮົາຈະຕ້ອງໃຊ້ເພື່ອໃຫ້ເຮົາໄປຮອດສູ່ເປົ້າໝາຍທີ່ວາງໄວ້, ແລະ ຕ້ອງເບິ່ງດີໆວ່າຕະຫລາດເຮົາພ້ອມແລ້ວບໍ່ ກັບການແກ້ໄຂບັນຫາທີ່ເຮົາຈະສະເໜີໃຫ້ກັບລູກຄ້າໃນບ້ານເຮົາ.”

ຜູ້ອຳນວຍການຟູດແພນດ້າຍັງໄດ້ກ່າວປິດທ້າຍໃຫ້ບັນດານັກຮຽນ, ນັກສຶກສາ ທີ່ເຂົ້າຮ່ວມຟັງສຳມະນາ, ເພື່ອໃຫ້ເຂົາເຈົ້າເປັນຄົນທີ່ມີການຮຽນຮູ້ຢ່າງຕໍ່ເນື່ອງ, ເຮົາຕ້ອງເປີດໃຈເພື່ອຮັບເອົາຄວາມຄິດແບບໃໝ່, ບຸກບືນອີກກ້າວເພື່ອຫາປະສົບການໃໝ່ໆ ເພື່ອຈະນຳໄປສູ່ທັກສະໃໝ່ໆ. ເຊິ່ງເປັນທັກສະທີ່ຈະມາຈາກປະສົບການສ່ວນຕົວ ແລະ ຈະເປັນເຄື່ອງມືທີ່ຈະຢູ່ຕິດຕົວເຮົາຕະຫລອດໄປ.

ຟູດແພນດ້າລາວ ວາງແຜນຈະເປີດໂຄງການນັກສຶກສາຝຶກງານໃນຊ່ວງກາງປີ 2022 ນີ້, ເພື່ອເປັນອີກຊ່ອງທາງໜຶ່ງສຳລັບນັກສຶກສາທີ່ກຳລັງຈະຈົບ ແລະ ພ້ອມທີ່ຈະຮຽນຮູ້ ກ່ຽວກັບການເຮັດວຽກໃນບໍລິສັດ e-commerce ເພື່ອໄດ້ມີໂອກາດທີ່ຈະຮຽນຮູ້ ແລະ ຫາປະສົບການໃໝ່ໆ ຈາກຟູດແພນດ້າ.

LEAVE A REPLY

Please enter your comment!
Please enter your name here