ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ໃໝ່

0
6143

ແຂວງໄຊສົມບູນ ມອບ-ຮັບໜ້າທີ່ ເລຂາພັກແຂວງ-ເຈົ້າແຂວງ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ເກົ່າ ແລະ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ຮອງເລຂາພັກແຂວງ ຂຶ້ນເປັນເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ໃໝ່ ໄດ້ຈັດຂຶ້ນ ໃນວັນທີ 31 ມັງກອນ 2022 ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາສະຫາຍ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າກົມ-ຮອງກົມ ຈາກສູນກາງ ພ້ອມດ້ວຍຄະນະພັກ-ຄະນະນຳ ແຂວງ, ການນຳທັງ 5 ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີ ສະຫາຍ ດວງຕາ ຈູມພາວັນ, ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງ, ດຳລັດຍົກຍ້າຍ ແລະ ການແຕ່ງຕັ້ງການນຳຂັ້ນສູງ ຂອງແຂວງໄຊສົມບູນ ໂດຍຍົກຍ້າຍ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ ແລະ ແຕ່ງຕັ້ງສະຫາຍ ພອຍຄຳ ຮຸ່ງບຸນຍວງ ຮອງເລຂາພັກແຂວງ ຂຶ້ນເປັນເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ໃໝ່, ພ້ອມທັງຍົກຍ້າຍ ສະຫາຍ ພົຕ ວົງສອນ ອິນປານພິມ ຈາກກະຊວງປ້ອງກັນປະເທດ ມາຮັບໜ້າທີ່ໃໝ່ ເປັນຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ຢູ່ແຂວງໄຊສົມບູນ ຕື່ມອີກ.

ໃນພິທີ, ສະຫາຍ ພົຕ ຄໍາລຽງ ອຸທະໄກສອນ ໄດ້ລາຍງານການນໍາພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 3 ປີຜ່ານມາ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ ໄປພ້ອມກັບການເຕົ້າໂຮມຄວາມສາມັກຄີ ຢ່າງເປັນປຶກແຜ່ນ, ເຮັດໃຫ້ແຂວງໄຊສົມບູນ ມີຄວາມສະຫງົບຢ່າງໜັກແໜ້ນ, ເສດຖະກິດມີບາດກ້າວຂະຫຍາຍຕົວ ດ້ວຍຈັງຫວະໄວ ແລະ ຕໍ່ເນື່ອງ ໂດຍເຕີບໂຕໃນລະດັບ 7,6%, ລວມຍອດຜະລິດຕະພັນພາຍໃນ ຫລື GDP ບັນລຸໄດ້ 1.336,54 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນ 13,59 ລ້ານກີບ ຕໍ່ຄົນຕໍ່ປີ, ເທົ່າກັບ 103,69% ຂອງແຜນປີ ແລະ ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງປົວແປງດີຂຶ້ນຢ່າງຕໍ່ເນື່ອງ.

ໃນໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ກໍໄດ້ເນັ້ນໜັກໃຫ້ສະຫາຍ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ຜູ້ໃໝ່ ຈົ່ງສືບຕໍ່ນຳພາ-ຊີ້ນຳໝູ່ຄະນະ ແລະ ເປັນຫົວຈັກຫລັກແຫລ່ງ ໃນການສ້າງສາພັດທະນາ ແຂວງໄຊສົມບູນ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ໂດຍເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ, ທະຫານ-ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ເປັນວຽກງານແຖວໜ້າ ພ້ອມທັງເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນພັກໃຫ້ແໜ້ນແຟ້ນ ໂດຍສອດຫ້ອຍກັບການເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນໃຫ້ແຂວງໄຊສົມບູນ ມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບປອດໄພ ຢ່າງໜັກແໜ້ນ ໄປພ້ອມກັບການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມທິດ 3 ສ້າງ ຢູ່ຮາກຖານປະຊາຊົນ ເພື່ອນຳເອົາແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ລົງເຜີຍແຜ່ໃຫ້ປະຊາຊົນ ໄດ້ກຳແໜ້ນຢ່າງເລິກເຊິ່ງ ໂດຍເອົາໃຈໃສ່ປັບປຸງຊີວິດການເປັນຢູ່ ຂອງເຂົາເຈົ້າ ໃຫ້ໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ ລວມໄປເຖິງການເອົາໃຈໃສ່ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ບັນລຸຕາມເປົ້າໝາຍ ແລະ ສືບຕໍ່ນຳພາ-ຊີ້ນຳພັດທະນາ ແຂວງໄຊສົມບູນ ໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

ພ້ອມນີ້ ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ນຳເອົາອຸປະກອນປ້ອງກັນໂຄວິດ-19 ຈຳນວນໜຶ່ງ ມາມອບໃຫ້ແຂວງໄຊສົມບູນ ຕື່ມອີກ.

.

LEAVE A REPLY

Please enter your comment!
Please enter your name here