ຈະໃຫ້ສຳເລັດໃນເດຶືອນກຸມພານີ້! ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນໃນກຸ່ມເປົ້າໝາຍ 9 ຕົວເມືອງ

0
1186

ນະຄອນຫລbfdbfdfວງວຽງຈັນ ກຽມເຄື່ອນໄຫວສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນໃນກຸ່ມເປົ້າໝາຍແບບຕະລຸມບອນ ຫລື ແບບໜ້າກະດານ ດ້ວຍການສົ່ງທີມແພດເຄື່ອນໄຫວສັກວັກຊີນຢູ່ທຸກບ້ານພາຍໃນ 9 ຕົວເມືອງ ໃຫ້ສໍາເລັດພາຍໃນ ເດືອນກຸມພາ ປີ 2022 ເພື່ອແນໃສ່ເຮັດໃຫ້ອັດຕາການຕິດເຊື້ອໂຄວິດ ຢູ່ນະຄອນຫລວງວຽງຈັນ ນັບມື້ຫລຸດລົງຢ່າງຕໍ່ເນື່ອງ.

ດຣ ບຸນທະວີ ເດດບັນດິດ, ຮອງຫົວໜ້າພະແນກສາທາລະນະສຸກນະຄອນຫລວງວຽຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 4 ກຸມພາ 2022 ວ່າ: ການເຄື່ອນ ໄຫວສັກວັກຊີນໃນຄັ້ງນີ້ ຈະແບ່ງອອກເປັນ 3 ຊຸດ, ຊຸດລະ 3 ເມືອງ ຄື: ຊຸດທີ 1 ແຕ່ວັນທີ 7-13 ກຸມພາ, ປະກອບມີ: ເມືອງຈັນທະບູລີ, ເມືອງສີສັດຕະນາກ ແລະ ເມືອງໄຊທານີ. ຊຸດທີ 2 ແຕ່ວັນທີ 14-20 ກຸມພາ, ປະກອບມີ: ເມືອງປາກງື່ມ, ເມືອງຫາດຊາຍຟອງ ແລະ ເມືອງໄຊເສດຖາ, ແລະ ຊຸດທີ 3 ແຕ່ວັນທີ 21-26 ກຸມພາ, ປະກອບມີ: ເມືອງນາຊາຍທອງ, ເມືອງຈັນທະບູລີ ແລະ ເມືອງສີໂຄດຕະບອງ. ເປົ້າໝາຍໃນການສັກວັກຊີນ ແມ່ນຜູ້ທີ່ມີອາຍຸແຕ່ 12 ປີ ຂຶ້ນໄປ ໂດຍຈະສັກທັງເຂັມທີ 1, 2 ແລະ ເຂັມທີ 3 ຫລື ເຂັມກະຕຸ້ນ ໂດຍໂດຍຈະເຄື່ອນໄຫວສັກໃຫ້ກຸ່ມເປົ້າໝາຍຈົນຄົບທຸກບ້ານພາຍໃນ 9 ຕົວເມືອງ ໂດຍນໍາໃຊ້ວັກຊີນທີ່ລັດຖະບານໄດ້ຮັບການຊ່ວຍເຫລືອຈາກຕ່າງປະເທດ ເຊີ່ງມີຫລາຍຊະນິດ ແລະ ມີພຽງພໍກັບຄວາມຕ້ອງການ. ສ່ວນທີມແພດທີ່ຈະເຄື່ອນໄຫວສັກວັກຊີນ, ນອກຈາກນໍາໃຊ້ແພດໝໍທີ່ມີຢູ່ໃນແຕ່ລະເມືອງ ຍັງຈະມີນັກສຶກສາມາຊ່ວຍຫລາຍກວ່າ 300 ຄົນ.

ອີງຕາມຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ມາຮອດວັນທີ 31 ມັງກອນ 2022. ສະເພາະຢູ່ນະຄອນຫລວງວຽງຈັນ ມີຜູ້ໄດ້ສັກວັກຊີນເຂັມທີ 1 ຈໍານວນ 645.437 ຄົນ, ເທົ່າກັບ 85,6% ແລະ ສັກຄົບໂດສ 598.409 ຄົນ, ເທົ່າກັບ 85,8% ຂອງປະຊາກອນທັງໝົດ.

LEAVE A REPLY

Please enter your comment!
Please enter your name here