ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫລວງນໍ້າທາ

0
1364

ໃນວັນທີ 7 ກຸມພາ 2022, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ໄດ້ເດີນທາງ ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫລວງນໍ້າທາ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນ້ຳທາ ພ້ອມຄະນະ, ໂອກາດດັ່ງກ່າວ ຍັງໄດ້ຢ້ຽມຊົມການພັດທະນາເຂດເສດຖະກິດພິເສດບໍ່ເຕັນແດນງາມ ແລະ ຮັບຟັງການລາຍງານ ສະພາບຈຸດພິເສດ ຂອງດ່ານບໍ່ເຕັນ; ການຈັດຕັ້ງປະຕິບັດວຽກງານ ຢູ່ດ່ານສາກົນ ບໍ່ເຕັນ.

ຈາກນັ້ນ ທາງຄະນະຍັງໄດ້ໄປຢ້ຽມຢາມການຜະລິດກະສິກຳປູກພືດເປັນສິນຄ້າຂອງບໍລິສັດ ເຖິງເຝີຍ ການຄ້າ ແລະ ສົ່ງເສີມກະສິກຳ ປູກຫມາກຖົ່ວເຫຼືອງເປັນສິນຄ້າ ໃນເນື້ອທີ່ 150 ເຮັກຕາ ຊຶ່ງສາມາດສ້າງວຽກເຮັດງານທໍາ ໃຫ້ປະຊາຊົນໃນ 5 ບ້ານ, 186 ຄອບຄົວ ແລະ ໃນນີ້ບໍລິສັດຍັງໄດ້ເຊົ່າດິນປະຊາຊົນ ທໍາການຜະລິດເຮັກຕາ ລະ5.000.000 ກີບຕໍ່ປີ ອີກຈຳນວນໜຶ່ງ. ມາຮອດປະຈຸບັນບໍລິສັດ ປູກຖົ່ວເຫຼືອງໄດ້ແລ້ວ 70%, ຄາດໝາຍວ່າຈະໃຫ້ສຳເລັດໃນເດືອນ ກຸມພານີ້.

ໃນເວລາຕໍ່ມາ, ຄະນະໄດ້ໄປຢ້ຽມຢາມການລ້ຽງສັດ ຂອງຄອບຄົວ ເຊີລິວົງ ທີ່ໄດ້ລ້ຽງຫມູ, ສ້າງເຕົາຂ້າສັດຍ່ອຍ ແລະ ລ້ຽງປາ ເປັນອາຊີບ ປະຈຸບັນ ຄອບຄົວດັ່ງກ່າວ ໄດ້ລ້ຽງປາ 28 ຫນອງ ໃນເນື້ອທີ່ 5,6 ເຮັກຕາ,ໃນແຕ່ລະປີໄດ້ມີການປ່ອຍປານ້ອຍຈຳນວນ 500.000 ໂຕ/ປີ ແລະ ສະໜອງປາຂາຍສູ່ທ້ອງຕະຫຼາດໄດ້ເຖິງ 120 ໂຕນ/ປີ ຕອບສະໜອງການບໍລິໂພກພາຍໃນເທດສະບານເມືອງ ແລະ ແຂວງໄດ້ຢ່າງພຽງພໍໂດຍພື້ນຖານ ແລະ ຍັງສະຫນອງໃຫ້ແຂວງອື່ນໆຕື່ມອີກຈຳນວນໜຶ່ງ.

ການໄປເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫລວງນໍ້າທາຂອງທ່ານເລຂາທິການໃຫຍ່ ປະທານປະເທດ ຄັ້ງນີ້ ໄດ້ອອກເດີນທາງດ້ວຍຂະບວນລົດໄຟ ລາວ-ຈີນ ຈາກສະຖານີ ນະຄອນຫຼວງ ວຽງຈັນ ຫາສະຖານີປາຍທາງບໍ່ເຕັນ. ລົດໄຟ ລາວ-ຈີນ ຖືກອອກແບບ ໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ສະເພາະໄລຍະເວລາ ການກວດກາເຕັກນິກເຄື່ອນທີ່ນັ້ນ, ລົດໄຟຈະເລີ່ມທົດລອງແລ່ນໃນຄວາມໄວ 80 ກິໂລ ແມັດຕໍ່ຊົ່ວໂມງ ແລະ ຄ່ອຍຍົກລະດັບຄວາມໄວຂຶ້ນຕາມການອອກແບບ ຈົນຮອດຄວາມໄວ ສູງສຸດ 176 ກິໂລແມັດຕໍ່ຊົ່ວໂມງ. ສະເພາະ ລົດໄຟຂະບວນລ້ານຊ້າງ, ມີທັງໝົດ 9 ຕູ້, ລວມມີ: ຕູ້ລົດ ໄຟທີ່ຂັບເຄືື່ອນໄດ້ເອງ 1 ຕູ້, ຕູ້ລົດໂດຍສານຊັ້ນ 1 ແລະ ຕູ້ຫ້ອງອາຫານ 1 ຕູ້, ຕູ້ລົດໂດຍສານຊັ້ນສອງ 6 ຕູ້ , ບັນຈຸໄດ້ 720 ຄົນ ແລະ ສາມາດ ເຊື່ອມຕໍ່ ສອງຂະບວນລົດໄຟໄດ້ ໃນເວລາທີ່ຕ້ອງການ; ພາຍໃນຕູ້ໂດຍສານ ມີຕັ້ງນັ່ງ 30 ແຖວໆລະ 05 ບ່ອນນັ່ງ, ມີຫ້ອງນໍ້າປົກກະຕິ ແລະ ຫ້ອງນໍ້າສຳລັບຄົນພິການ ແລະ ສີ່ງອຳນວຍຄວາມສະ ດວກຕ່າງໆ ພ້ອມທັງຕົວໜັງສືຊີ້ບອກເປັນພາສາລາວ-ອັງກິດ ແລະ ຈີນ.ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີສະຖານີລົດໄຟທັງໝົດ 33 ສະຖານີ. ໃນນີ້, ມີສະຖານີໂດຍສານ ແລະ ສິນຄ້າລວມຢູ່ນຳກັນ 11 ຈຸດ, ມີຈຸດສະຫລັບລາງ ແລະ ຈຸດຫລີກ ທັງໝົດ 284 ແຫ່ງ. ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ມີຄວາມຍາວ ປະມານ 422,4 ກິໂລແມັດ ໃຊ້ເວລາເດີນທາງ ປະມານ 3 ຊົ່ວໂມງປາຍ ຈາກສະຖານີນະຄອນຫລວງວຽງຈັນຫາບໍ່ເຕັນ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here