ມູນຄ່າການຄ້າລາວ-ຈີນເພີ່ມຂຶ້ນ ໃນປີ 2021 ແລະ ຈີນຍັງຄອງອັນດັບໜຶ່ງຂອງການລົງທຶນໃນລາວ

0
1277

ປີ 2021 ມູນຄ່າການຄ້າລາວ-ຈີນ ບັນລຸ 4,35 ຕື້ໂດລາ ຫຼື ເພີ່ມຂຶ້ນ 21,4% ແລະ ຍັງຖືວ່າ ຈີນຍັງຄອງອັນດັບໜຶ່ງຂອງການລົງທຶນໃນ ສປປ ລາວ ມີທັງໝົດ 821 ໂຄງການ.

ຄະນະກໍາມະການຮ່ວມມືລາວ-ຈີນລາຍງານໃນກອງປະຊຸມທາງໄກ ກ່ຽວກັບການສະຫຼຸບຕີລາຄາ ໝາກຜົນການຮ່ວມມື ດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ລາວ-ຈີນ ປະຈໍາປີ 2021 ເຊິ່ງຈັດຂຶ້ນໃນວັນ 10 ກຸມພາ 2022 ນີ້ ເຊິ່ງມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການຮ່ວມມືລາວ-ຈີນເປັນປະທານ.

ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ ໄດ້ລາຍງານຕໍ່ກອງປະຊຸມດັ່ງກ່າວວ່າ: ປີ 2021, ໄດ້ປະຕິບັດໂຄງການຊ່ວຍເຫຼືອຈາກ ສປ ຈີນສໍາເລັດທັງໝົດ 3 ໂຄງການ ຄືໂຄງການແສງສະຫວ່າງໃນເຂດເທດສະບານໃຈກາງຕົວເມືອງນະຄອນຫຼວງວຽງຈັນຊຸດທີ 1, ໂຄງການຮ່ວມມືສ້າງບ້ານຕົວແບບແກ້ໄຂຄວາມທຸກຍາກລາວ-ຈີນ (ຢູ່ບ້ານຊໍ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ບ້ານຊຽງລ້ອມ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ), ໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີ 1.

ນອກນັ້ນ, ໂຄງການຊ່ວຍເຫຼືອທີ່ພວມຈັດຕັ້ງປະຕິບັດທັງໝົດ 18 ໂຄງການ ເຊັ່ນ: ໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ຊົນນະບົດລາວຊຸດທີ 1, ໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີ 2, ໂຄງການກໍ່ສ້າງສູນກິດຈະກໍາຊາວໜຸ່ມປະຊາຊົນ ປະຕິວັດລາວ, ໂຄງການສ້າງລະບົບການຄ້າຜ່ານເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາຂອງລາວ, ແລະໂຄງການອື່ນໆ. ພິເສດ, ນັບແຕ່ໂຄວິດ-19 ລະບາດເປັນຕົ້ນມາ, ລັດຖະບານຈີນ ໄດ້ສົ່ງຊ່ຽວຊານການແພດສະເພາະດ້ານ ມາຊ່ວຍທີມແພດລາວຕ້ານໂຄວິດ, ສະໜອງວັກຊິນໃຫ້ແກ່ລາວ ລວມທັງໝົດ 8 ຄັ້ງ ຈໍານວນ 8,9 ລ້ານກວ່າໂດສ ສະຫຼຸບແລ້ວຈີນໄດ້ກາຍເປັນປະເທດທີ່ໃຫ້ການຊ່ວຍເຫຼືອວັກຊິນແກ່ ສປປ ລາວ ຫຼາຍທີ່ສຸດ.

ສ່ວນການຮ່ວມມືທາງດ້ານການຄ້າ, ທ່ານ ໄຊຊະນະ ຍັງໃຫ້ຮູ້ຕື່ມວ່າ: ສປ ຈີນ ຍັງສືບຕໍ່ເປັນຄູ່ຄ້າສໍາຄັນອັນດັບ 2 ຂອງລາວ, ສະເພາະ ປີ 2021 ມູນຄ່າການຄ້າຂອງສອງຝ່າຍສາມາດບັນລຸໄດ້ 4,35 ຕື້ໂດລາ, ເພີ່ມຂຶ້ນ 21,4%, ໃນນີ້ ລາວນໍາເຂົ້າ 1,67 ຕື້ໂດລາ, ເພີ່ມຂຶ້ນ 11,9%, ແຕ່ຈີນໄດ້ກາຍເປັນປະເທດເປົ້າໝາຍທີ່ລາວສົ່ງອອກຫຼາຍທີ່ສຸດ ລວມມູນຄ່າ 2,68 ຕື້ໂດລາ, ເພີ່ມຂຶ້ນ 28,2%. ພາຍຫຼັງເປີດການນໍາໃຊ້ທາງລົດໄຟລາວ-ຈີນ ຢ່າງເປັນທາງການ ການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ສາມາດປະຕິບັດໄດ້ 90 ຖ້ຽວ, ມີິປະລິມານຂົນສົ່ງ 80 ພັນກວ່າໂຕນ, ໃນນັ້ນສິນຄ້າເຂົ້າ-ອອກຫຼາຍກວ່າ 40 ພັນໂຕນ ກາຍເປັນບາດກ້າວໃໝ່ໃນການຊຸກຍູ້ວຽກງານການຄ້າລະຫວ່າງສອງຝ່າຍລາວ-ຈີນ ໃຫ້ມີຄວາມສະດວກວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນຢ່າງປະຈັກຕາ. ສ່ວນການຮ່ວມມືດ້ານການລົງທຶນ ສປ ຈີນ ຍັງຄອງອັນດັບໜຶ່ງຂອງການລົງທຶນ ຢູ່ ສປປ ລາວ. ປີ 1989 ຮອດ 2021, ການລົງທຶນຂອງວິສາຫະກິດຈີນຢູ່ລາວມີທັງໝົດ 821 ໂຄງການ. ສະເພາະປີ 2021 ມີ 20 ໂຄງການ, ມີມູນຄ່າ 1 ຕື້ກວ່າໂດລາ ເຊິ່ງໄດ້ປະກອບສ່ວນກະຕຸ້ນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນລາວເປັນຈໍານວນຫຼາຍ.

ທ່ານ ສອນໄຊ ສີພັນດອນໄດ້ປຸກລະດົມ,ຊຸກຍູ້ການສົ່ງອອກພືດກະສິກໍາຂອງລາວທີ່ມີທ່າແຮງໄປຈີນໃຫ້ຫຼາຍຂຶ້ນຕື່ມ, ລວມເຖິງໃຫ້ເອົາໃຈໃສ່ ຊຸກຍູ້ບັນດາໂຄງການຮ່ວມມື, ໂຄງການຊ່ວຍເຫຼືອ ແລະໂຄງການອື່ນໆ ລະຫວ່າງ ລາວ-ຈີນ ໃຫ້ມີປະສິດຜົນ ແລະ ລົງເລິກກວ່າເກົ່າໂດຍສະເພາະການປ້ອງກັນໂຄວິດ-19.

ແຫຼ່ງຂໍ້ມູນ: ໜັງສືພິມປະຊາຊົນ

LEAVE A REPLY

Please enter your comment!
Please enter your name here