ພິທີປະກາດການແຕ່ງຕັ້ງ, ຍົກຍ້າຍ ແລະ ມອບ-ຮັບໜ້າທີ່ ການນຳຂັ້ນສູງກະຊວງປ້ອງກັນປະເທດ

0
4595

ພິທີປະກາດການແຕ່ງຕັ້ງ, ຍົກຍ້າຍ ແລະ ມອບ-ຮັບໜ້າທີ່ ການນຳຂັ້ນສູງກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 11 ກຸມພາ 2022, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນຳກະຊວງ ເຂົ້າຮ່ວມ.

ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈຳພັກກະຊວງ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ໄດ້ຜ່ານຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຍົກຍ້າຍ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ວ່າການຫົວໜ້າກົມໃຫຍ່ເສນາທິການກອງທັບ ໄປຮັບໜ້າທີ່ໃໝ່ ເປັນຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ; ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພົນຕີຄໍາລຽງ ອຸທະໄກສອນ ເປັນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ທັງເປັນຫົວໜ້າກົມໃຫຍ່ເສນາທິການກອງທັບ; ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ເປັນກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ແລະ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ໄປຮັບໜ້າທີ່ໃໝ່ ເປັນຮອງເລຂາພັກແຂວງ ໄຊສົມບູນ.

ໃນພິທີມອບ-ຮັບໜ້າທີ່ໃໝ່ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມ ຍ້ອງຍໍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາຂອງແຕ່ລະສະ ຫາຍ, ເຊິ່ງມີຜົນສຳເລັດຫລາຍດ້ານ ພ້ອມນັ້ນຍັງເນັ້ນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ນຳພາ-ຊີ້ນຳການເມືອງແນວຄິດໃຫ້ແກ່ພະນັກງານ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງ, ເອົາ ໃຈໃສ່ປັບປຸງແບບແຜນວີທີເຮັດວຽກ, ແບບແຜນວິທີນຳພາໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ກຳແໜ້ນ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງ ແລະ ເອົາໃຈໃສ່ປັບປຸງວຽກງານກໍ່ສ້າງພັກ-ກໍ່ສ້າງພະ ນັກງານໃຫ້ ມີຄວາມກ້າວໜ້າ ແລະ ບັນຫາອື່ນໆ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here