ລາວໄດ້ຮັບວັກຊີນໂຄວິດ-19 ແລະ ວັດຖຸອຸປະກອນຕ້ານພະຍາດຈາກຈີນ ຢູ່ດ່ານບໍ່ໍຫານ

0
1359

ຕາມການລາຍງານຈາກສຳນັກຂ່າວ CRI ໃຫ້ຮູ້ວ່າ: ໃນວັນທີ 14 ກຸມພາ ຜ່ານມາ, ພິທີມອບ-ຮັບວັກຊິນໂຄວິດ-19 ແລະ ອຸປະກອນຕ້ານພະຍາດໃຫ້ລາວໄດ້ຈັດຂຶ້ນຢູ່ດ່ານບໍ່ໍຫານ ກິ່ງແຂວງສິບສອງພັ່ນນາແຂວງຢູນນານປະເທດຈີນ.

ຂ່າວແຈ້ງວ່າ, ເທື່ອນີ້ ຈີນໄດ້ມອບວັກຊິນໂຄວິດ-19 ເຊື້ອຕາຍໃຫ້ລາວ 177 ຫີບ ມີ 423.200 ຫຼອດ, ພ້ອມທັງສະແລັງສັກຢາ 133 ຫີບ ມີຈຳນວນທັງໝົດ 425,600 ອັນ, ເຄື່ອງດັ່ງກ່າວຈະຂົນສົ່ງອອກຈາກດ່ານພາສີບໍ່ຫານຂອງຈີນ ແລະ ຈະສົ່ງໄປຮອດ 3 ແຂວງພາກເໜືອຂອງລາວໃນໄວໆນີ້.

LEAVE A REPLY

Please enter your comment!
Please enter your name here