LaoSafe! ສິ່ງດີໆບອກຕໍ່ ສໍາລັບທຸລະກິດທ່ອງທ່ຽວຕ້ອງຮູ້

0
2356

ໂຄງການ LaoSafe ໄດ້ເລີ່ມສະໜອງການຝຶກອົບຮົມໃຫ້ກັບບັນດາທຸລະກິດຮ້ານອາຫານ, ພະນັກງານນໍາທ່ຽວ ແລະ ພະນັກງານຂັບລົດ  ເພື່ອຍົກລະດັບມາດຕະຖານທາງດ້ານຄວາມປອດໄພ ແລະ ຄວາມສະອາດ ໃຫ້ແກ່ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ສຳລັບການຝຶກອົບຮົມໃຫ້ແກ່ບັນດາທຸລະກິດໂຮງແຮມ ແມ່ນຈະເລີ່ມຕົ້ນໃນໄວໆນີ້.

ໂຄງການ LaoSafe ຈັດຕັ້ງປະຕິບັດໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບັນດາສະມາຄົມທຸລະກິດການທ່ອງທ່ຽວຕ່າງໆໃນລາວ ຜ່ານການຮັບຮອງມາດຕະຖານໂດຍ ກະຊວງສາທາລະນະສຸກແຫ່ງ ສປປ ລາວ.

ໂຄງການ LaoSafe ໄດ້ຮັບການສະໜັບສະໜູນຈາກໂຄງການທັກສະສຳລັບວຽກງານການທ່ອງທ່ຽວ ລາວ/029, ເຊິ່ງໄດ້ເລີ່ມສະໜອງການຝຶກອົບຮົມໃຫ້ກັບບັນດາທຸລະກິດທ່ອງທ່ຽວ ທີ່ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງແລ້ວ ແລະ ມີແຜນຈະຂະຫຍາຍໄປຍັງແຂວງອື່ນໆໃນໄວໆນີ້

ວິທີສະໝັກເຂົ້າຮ່ວມ ໂຄງການ LaoSafe ມີດັ່ງຕໍ່ໄປນີ້:

  1. ເຂົ້າໄປທີ່ລິ້ງນີ້ https://www.tourismlaos.org/join-laosafe/
  2. ເລື່ອນໄປຂ້າງລຸ່ມແລ້ວຢຸດຢູ່ທີ່ “How do I apply”
  3. ຄລິກ Download in English ຫຼື Download in Lao ຕາມພາສາທີ່ທ່ານສະດວກ
  4. ຫຼັງຈາກຕື່ມຂໍ້ມູນລົງໃນໃບສະໝັກແລ້ວ ໃຫ້ທ່ານສົ່ງໃບສະໝັກໄປທີ່ ອີເມວ [email protected]
  5. ຫຼັງຈາກສົ່ງໃບສະໝັກເປັນທີ່ຮຽບຮ້ອຍແລ້ວ ໃຫ້ລໍຖ້າທີມງານ LaoSafe ຕິດຕໍ່ກັບມາ.

ທຸລະກິດທ່ອງທ່ຽວບໍ່ຄວນພາດເດີ້! ມາຍົກລະດັບຄວາມປອດໄພໄປນຳກັນ.

LEAVE A REPLY

Please enter your comment!
Please enter your name here