ລັດຖະມົນຕີຕ່າງປະເທດລາວ ຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ

0
1206

ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ, ໃນລະຫວ່າງວັນທີ 15-17 ກຸມພາ 2022, ເພື່ອຮັດແໜ້ນສາຍພົວ ພັນມິດຕະພາບ ອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ເພີ່ມທະວີການຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະ ຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ.

ກົມການຂ່າວ ກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ໃນວັນທີ 16 ກຸມພາ 2022, ທີ່ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອາ ນາຈັກ ກຳປູເຈຍ.

ໃນກອງປະຊຸມພົບປະ, ສອງຝ່າຍ ໄດ້ທົບທວນຄືນ ແລະ ຜັນຂະຫຍາຍການຢ້ຽມຢາມທາງການຂອງ ພະນະທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໃນເດືອນພະຈິກ 2021 ຜ່ານມາ, ພ້ອມນີ້ ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງແໜ້ນແຟ້ນ ພາຍຫລັງທີ່ໄດ້ຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ຜ່ານມາ; ຊຶ່ງໃນປີຜ່ານມາ, ສອງຝ່າຍ ກໍ່ໄດ້ຮ່ວມກັນຈັດພິທີສະຫຼອງສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການ ທູດຮ່ວມກັນຂອງສອງປະເທດ ຢ່າງມີຂະບວນຟົດຟື້ນ,ເຖິງວ່າຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ການພົວພັນຮ່ວມ ມືສອງປະເທດ ຍັງດຳເນີນໄປເປັນປົກກະຕິ, ການຮ່ວມມືດ້ານການເມືອງ ແມ່ນມີການຂະຫຍາຍຕົວເປັນກ້າວໆ, ການນຳຂັ້ນສຸງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ສົນທະນາທາງໂທລະສັບ ແລະ ທາງວິດີໂອ ຢ່າງເປັນປົກກະຕິ. ສິ່ງດັ່ງກ່າວໄດ້ເປັນພື້ນຖານສໍາຄັນ ແລະ ໜັກແໜ້ນໃຫ້ແກ່ການຮ່ວມມື ດ້ານອື່ນໆ, ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ,ວຽກງານຕ້ານຢາເສບຕິດ ໄດ້ຮັບການເອົາ ໃຈໃສ່ຈາກການນຳສອງປະເທດ, ດ້ານວັດທະນະທຳ-ສັງຄົມ, ການສຶກສາ-ກິລາ, ການຮ່ວມມືລະດັບທ້ອງຖິ່ນ ແມ່ນມີການຂະຫຍາຍຕົວເປັນກ້າວໆ, ມີການສ້າງຕັ້ງແຂວງແຮກສ່ຽວ ລະຫວ່າງ ນະ ຄອນຫຼວງວຽງຈັນ-ນະຄອນຫຼວງພະນົມເປັນ, ແຂວງຈຳປາສັກ ກັບ ແຂວງຊຽມຣຽບ ແລະ ອື່ນໆ; ອັນພົ້ນເດັ່ນແມ່ນ ການຮ່ວມມືດ້ານເສດຖະກິດ-ການຄ້າ ມີທ່ວງທ່າຂະຫຍາຍຕົວຂຶ້ນ ເປັນຕົ້ນ: ການຊື້-ຂາຍໄຟຟ້າ ໄດ້ເລີ່ມຈັດຕັ້ງປະຕິບັດແລ້ວ ເຮັດໃຫ້ມູນຄ່າການຄ້າສອງຝ່າຍ ກ້າວກະໂດດຂຶ້ນຢ່າງໄວວາ ຈາກສະເລ່ຍປີລະ 10-20 ລ້ານໂດລາສະຫະລັດ ໃນເມື່ອກ່ອນ ມາເປັນ ປີລະ 100 ກວ່າລ້ານ ໂດລາສະຫະລັດ ນັບແຕ່ປີ 2020 ເປັນຕົ້ນມາ, ການລົງທຶນສອງຝ່າຍ ສືບຕໍ່ເພີ່ມຂຶ້ນເລື້ອຍໆ, ຊຶ່ງມາຮອດປະຈຸບັນ ມີນັກລົງທຶນ ກຳປູເຈຍ ມາລົງທຶນຢູ່ລາວ ປະມານ 30 ບໍລິສັດ, ມູນຄ່າຈົດທະບຽນ 107 ລ້ານໂດລາສະ ຫະລັດ ແລະ ນັກລົງທຶນອັນດັບຕົ້ນຂອງລາວ ກໍ່ເຂົ້າໄປລົງທຶນໃນ ກຳປູເຈຍ ນັບມື້ຫຼາຍຂຶ້ນເຊັ່ນດຽວກັນ.

ສຳລັບທິດທາງໃນຕໍ່ຫນ້າ, ສອງກະຊວງການຕ່າງປະເທດ ເຫັນດີສືບຕໍ່ຊຸກຍູ້ບັນດາຂະແໜງການກ່ຽວຂ້ອງຂອງສອງຝ່າຍ ໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ຂອງຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ- ລາວ (JC) ຄັ້ງທີ 13 ທີ່ລົງນາມໃນຕົ້ນປີ 2019 ຜ່ານມາ ໃຫ້ເປັນຮູບປະທຳ ແລະ ກະກຽມກອງປະຊຸມ JC ຄັ້ງທີ 14 ທີ່ຝ່າຍກໍາປູເຈຍ ຈະເປັນເຈົ້າພາບ, ສືບຕໍ່ຮ່າງແຜນປະຕິບັດງານຮ່ວມ (Action Plan) ໃຫ້ສໍາເລັດໂດຍໄວ, ສືບຕໍ່ຊຸກຍູ້ໃຫ້ສອງຝ່າຍ ປຶກສາຫາລື ກັນ ເພື່ອໃຫ້ສໍາເລັດວຽກງານປັກຫຼັກໝາຍຊາຍແດນ ລາວ-ກໍາປູເຈຍ ທີ່ຍັງຄົງຄ້າງ, ການຮັກສາຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນຮ່ວມກັນ, ເພີ່ມທະວີການຮ່ວມມືສອງຝ່າຍ ໃຫ້ຫຼາຍຂຶ້ນ ໃນຂົງເຂດ ການຄ້າ, ການລົງທຶນ, ການບໍລິການທ່ອງ ທ່ຽວ, ພະລັງງານໄຟຟ້າ ໂດຍສະ ເພາະ ແມ່ນເພີ່ມກຳລັງການຊື້ຂາຍໄຟຟ້າພະລັງນໍ້າ ແລະ ຖ່ານຫີນ ຈາກ ສປປ ລາວ ໄປສູ່ ກຳປູເຈຍ ໃນອະນາຄົດ, ສືບຕໍ່ໃຫ້ການຮ່ວມ ມື ແລະ ສະໜັບສະໜູນຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ໃນເວທີອານຸພາກພື້ນ, ພາກພື້ນ ແລະ ສາກົນ, ໃນຂອບສະຫະປະຊາ ຊາດ, ອາຊຽນ ແລະ ອານຸພາກພື້ນແມ່ນໍ້າຂອງ ແລະ ອື່ນໆ.

ນອກຈາກນີ້, ສອງຝ່າຍ ກໍໄດ້ແຈ້ງສະພາບການພັດທະນາພາຍໃນປະເທດ ໃນໄລຍະຜ່ານມາໃຫ້ກັນຊາບ, ໂດຍສະເພາະຜົນສໍາເລັດໃນການພັດທະນາເສດ ຖະກິດ-ສັງຄົມ ແລະ ການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງປະເທດຕົນ.

ໃນໂອກາດດັ່ງກ່າວ ທ່ານລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງຫຼາຍດ້ານ ທີ່ປະ ຊາຊົນກຳປູເຈຍ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ລວມທັງຄວາມສາມາດໃນການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ແລະ ສາມາດເປີດປະ ເທດໄດ້ແລ້ວ, ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງດີຂື້ນເປັນກ້າວໆ; ພ້ອມດຽວກັນນີ້, ຂໍສະ ແດງຄວາມຊົມເຊີຍຕໍ່ບົດບາດການເປັນປະທານອາຊຽນຂອງ ກຳປູເຈຍ ໃນປີ 2022 ນີ້ ແລະ ສປປ ລາວ ຂໍຢືນຢັນຄວາມພ້ອມ ທີ່ຈະໃຫ້ການຮ່ວມມື ແລະ ສະ ໜັບສະໜູນ ກໍາປູເຈຍ ໃຫ້ສຳ ເລັດໜ້າທີ່ອັນສຳຄັນດັ່ງກ່າວຢ່າງຈົບງາມ; ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກ-ລັດຖະ ບານ ແລະ ປະຊາຊົນ ກຳປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນ ການໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດ, ວັກແຊັງຕ້ານໂຄວິດ, ເງິນສົດ ແລະ ອື່ນໆ ໃນໄລຍະຜ່ານມາ, ຊຶ່ງເປັນການຊ່ວຍເຫຼືອທີ່ມີປະສິດທິພາບ, ປະສິດທິຜົນ ແລະ ແທດເຫມາະກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ສປປ ລາວ, ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະ ຫວ່າງ ລາວ ແລະ ກຳປູເຈຍ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ.

ໃນໂອກາດຢ້ຽມຢາມຄັ້ງນີ້, ພະນະທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ເຈົ້າຊີວິດ ໂນໂຣດົມ ສີຫາມຸນີ ແລະ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ໃນໂອກາດດັ່ງກ່າວ, ທ່ານລັດຖະ ມົນຕີ ກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແລະ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມາຍັງ ພະມະຫາ ກະສັດ ແລະ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ຕາມລໍາດັບ.

ການຢ້ຽມຢາມຄັ້ງນີ້ ແມ່ນດຳເນີນໄປດ້ວຍບັນຍາກາດ ອັນສະໜິດ ສະໜົມ, ອົບອຸ່ນ ແລະ ເຕັມໄປດ້ວຍເນື້ອໃນ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ, ສົມກັບ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ຫມັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ.

LEAVE A REPLY

Please enter your comment!
Please enter your name here