ໃຊ້ຢາເບື່ອໜູຫວັງຄາດຕະກຳ 2 ຄອບຄົວ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ

0
1548

ທ້າວ ພວງ ອາຍຸ 58 ປີ ປະຊາຊົນຢູ່ບ້ານດົງຂວງ ເມືອງໜອງບົກ ແຂວງຄຳມ່ວນ ຫຼົບໜີຈາກຄະດີທຳຮ້າຍຮ່າງກາຍເມຍ ແລ້ວໄປອາໄສຢູ່ນຳພີ່ນ້ອງຢູ່ບ້ານກົກເດື່ອ ນະຄອນປາກເຊ ແຂວງຈຳປາສັກ ແລ້ວກໍ່ເຫດວາງຢາເບື່ອໜູໃສ່ເຄື່ອງດື່ມນໍ້າຫວານ ໄປໄວ້ໃນຕູ້ເຢັນຂອງສອງຄອບຄົວ ຫວັງຄາດຕະກຳ ຍ້ອນບໍ່ພໍໃຈ ເຮັດໃຫ້ມີເດັກນ້ອຍເສຍຊີວິດ 2 ຄົນ ອາຍຸ 6 ປີ ແລະ 2 ປີ.

ຫຼັງຈາກນັ້ນ, ຜູ້ກ່ຽວໄດ້ເອົາຕົວຫຼົບໜີໄປຢູ່ປະເທດໄທ ໄດ້ໄລຍະໜຶ່ງ ແລ້ວຜູ້ກ່ຽວໄດ້ກັບມາອາໄສຢູ່ແຂວງຄຳມ່ວນ ກ່ອນຖືກເຈົ້າໜ້າທີ່ຈັບໄດ້ໃນທ້າຍເດືອນມັງກອນ 2022.

ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ເຫດການຄົນຮ້າຍວາງຢາເບື່ອໜູໃສ່ເຄື່ອງດື່ມປະເພດນໍ້າຫວານ ແມ່ນເກີດຂຶ້ນໃນວັນທີ 14 ແລະ 15 ມີນາ 2021, ເຈົ້າໜ້າທີ່ໄດ້ຮັບ ແຈ້ງຈາກອົງການປົກຄອງບ້ານກົກເດື່ອ ນະຄອນປາກເຊ ວ່າ: ທ້າວ ປານ ອາຍ 21 ປີ ແລະ ນາງ ສຸກສະໝອນ ອາຍຸ 19 ທັງສອງເປັນຜົວເມຍກັນ ພ້ອມດ້ວຍລູກ ແລະ ຫຼານສາວ ໄດ້ດື່ມນໍ້າຫວານມິລິນດາ ແລ້ວເຮັດໃຫ້ລູກ ແລະ ຫຼານສາວເສຍຊີວິດ, ສ່ວນ ທ້າວ ປານ ແລະ ສຸກສະໝອນ ແມ່ນໄດ້ນຳສົ່ງໄປປິ່ນປົວຢູ່ໂຮງໝໍ ແລະ ປອດໄພແລ້ວ.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ ເກັບກຳຂໍ້ມູນຫຼັກຖານ ແລະ ຂຶ້ນບັນຊີເປົ້າໝາຍ ຈົນສືບຮູ້ວ່າ ຜູ້ກໍ່ເຫດຄື: ທ້າວ ພວງ ທີ່ມາອາໄສຢູ່ກັບພີ່ນ້ອງຢູ່ບ້ານກົກເດື່ອ, ພາຍຫຼັງກໍ່ເຫດຜູ້ກຽວໄດ້ເອົາຕົວຫຼົບໜີໄປຢູ່ປະເທດໄທ ແລະ ເວລາຕໍ່ມາ ຜູ້ກ່ຽວ ໄດ້ກັບມາລາວ ແລະ ໄດ້ລີ້ຊ້ອນຢູ່ແຂວງຄຳມ່ວນ.

ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ຈຶ່ງໄດ້ປະສານຫາ ປກສ ແຂວງຄຳມ່ວນ ເພື່ອຈັບຕົວຜູ້ກ່ຽວ ແລະ ສາມາດຈັບຕົວໄດ້ໃນວັນທີ 31 ມັງກອນ 2022, ປກສ ແຂວງຄຳມ່ວນ ຈຶ່ງໄດ້ນຳຕົວ ຜູ້ກ່ຽວສົ່ງໃຫ້ ປກສ ແຂວງຈຳປາສັກ ດຳເນີນຄະດີຕາມກົດໝາຍ.

LEAVE A REPLY

Please enter your comment!
Please enter your name here