ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງ ສປປ ໃນເດືອນມັງກອນ 2022

0
987

ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນມັງກອນ 2022, ບັນລຸໄດ້ປະ ມານ 1.156 ລ້ານໂດລາສະຫະລັດ, ໃນນັ້ນ, ມູນຄ່າການສົ່ງອອກມີ ປະມານ 598 ລ້ານໂດລາ, ມູນຄ່າການນໍາເຂົ້າມີປະມານ 557 ລ້ານໂດລາ, ຊຶ່ງເກີນດຸນການຄ້າປະມານ 40 ລ້ານໂດລາ (ໃນນີ້ຍັງບໍ່ລວມການສົ່ງອອກໄຟຟ້າ).

ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫຼັກປະກອບມີ ຄໍາປະສົມ, ຄໍາແທ່ງ, ເຈ້ຍ ແລະເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື້ອໄມ້ ແລະເສດເຈ້ຍ, ຢາງພາລາ, ມັນຕົ້ນ, ຫມາກກ້ວຍ, ເຄື່ອງນຸ່ງຫົ່ມ, ແກ້ວ ແລະ ເຄື່ອງທີ່ເຮັດດ້ວຍແກ້ວ ແລະ ແປ້ງມັນຕົ້ນ.

ເຊິ່ງໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ນ້ໍາມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ສາຍໄຟຟ້າ, ເຄເບີລ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ, ນ້ໍາມັນແອັດຊັງ, ແອັດຊັງພິເສດ, ກາສ ແລະ ສິ່ງເສດເຫຼືອຈາກ ອຸດສາຫະກໍາຜະລິດອາຫານ, ຜະລິດຕະພັນທາງເຄມີ ແລະ ຜະລິດຕະພັນການຢາ (ເພສັດຊະກໍາ).

ສ່ວນບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກໄດ້ແກ່:ສປ. ຈີນ ມີມູນຄ່າ 217 ລ້ານໂດລາ, ຫວຽດນາມ 110 ລ້ານໂດລາ, ໄທ 141 ລ້ານໂດລາ, ອົດສະຕຣາລີ 42 ລ້ານໂດລາ ແລະ ຍີ່ປຸ່ນ 12 ລ້ານໂດລາ ແລະ ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກໄກ້ແກ່ ໄທ ມູນຄ່າ 254 ລ້ານໂດລາ, ຈີນ 108 ລ້ານໂດລາ, ຫວຽດນາມ 27 ລ້ານໂດລາ, ສະວິດເຊີຣ໌ແລນດ໌ 59 ລ້ານໂດລາ ແລະ ອະເມຣິກາ 41 ລ້ານໂດລາ.

LEAVE A REPLY

Please enter your comment!
Please enter your name here