ບຸນມະໂຫລານ ກາເຟ – ຊາ ພູພຽງບໍລະເວນ ພິທີປະກາດອຸທິຍານແຫ່ງຊາດ!

0
1803

ງານບຸນມະໂຫລານ ກາເຟ – ຊາ ພູພຽງບໍລະເວນ ປະຈໍາປີ 2022​ ແລະ​ ພິທີປະກາດອຸທິຍານແຫ່ງຊາດ​ ດົງຫົວສາວ ແລະ​ ອຸທິຍານແຫ່ງຊາດ ເຊປຽນ​ ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ​ ສົມກຽດ.

ວັນທີ 17 ກຸມພາ 2022,​ ແຂວງຈໍາປາສັກ​ ຮ່ວມກັບ​ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ,​ ກະຊວງກະສິກໍາ​ ແລະ​ ປ່າໄມ້,​ ສະມາຄົມ​ກາເຟ​ລາວ,​ ໂຮງງານກາເຟດາວ​ ແລະ​ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງສູນກາງ ແລະ​ ທ້ອງຖິ່ນ ໄດ້ຈັດງານບຸນມະໂຫລານ ກາເຟ – ຊາ ພູພຽງບໍລະເວນ ປະຈໍາປີ 2022​ ແລະ​ ຈັດພິທີປະກາດອຸທິຍານແຫ່ງຊາດ​ ດົງຫົວສາວ ແລະ​ ອຸທິຍານແຫ່ງຊາດ ເຊປຽນ​ ຂຶ້ນ ຢູ່ໂຮງແຮມ ເອຣາວັນ ຣີເວີຊາຍ ນະຄອນປາກເຊ ໂດຍການໃຫ້ກຽດເຂົ້າຮ່ວມຂອງ​ ທ່ານ​ ພົນເອກ ຈັນສະໝອນ​ ຈັນຍາລາດ​ ກໍາມະການກົມການເມືອງສູງກາງພັກ ຮອງນາຍົກລັດຖະມົນຕີ​ ລັດຖະມົນຕີກະຊວງປ້ອງກັນປະເທດ,​ ທ່ານ​ ນາງ​ ນາລີ ສີສຸລິດ​ ພັນລະຍາ​ ເລຂາທິການໃຫຍ່​ ປະທານປະເທດ​ແຫ່ງ​ ສປປ​ ລາວ,​ ທ່ານ ປອ.​ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ ປະທານຈັດງານບຸນມະໂຫລານ ກາເຟ – ຊາ ພູພຽງບໍລະເວນ ປີ 2022,​ ທ່ານ ປອ.​ເພັດ ພົມພິທັກ ກໍາມະການສູນກາງພັກ​ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ບຸນເຖີງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ,​ ທ່ານ​ ບົວສອນ​ ບຸບຜາວັນ ອະດີດ​ນາຍົກລັດຖະມົນຕີ​ ແຫ່ງ​ ສປປ​ ລາວ.

ມີ​ການນໍາ​ແຂວງສາລະວັນ,​ ອັດຕະປື,​ ເຊກອງ, ຄະນະປະຈໍາພັກນະຄອນຫຼວງວຽງຈັນ, ຫົວໜ້າກົມ,​ ຮອງຫົວໜ້າ​ກົມ​ ກະຊວງທີ່ກ່ຽວຂ້ອງ,​ ທຸຕານຸທູດ, ບັນດາທ່ານການນໍາແຂວງ, ເມືອງ ແລະ ພະແນກການອ້ອມຂ້າງແຂວງ,​ ອົງການຈັດຕັ້ງສາກົນ, ປະທານ ແລະ ສະມາຊິກສະມາຄົມກາເຟລາວ, ປະທານສະພາການຄ້າ ແລະ ອຸດສາຫະກໍາ,​ ຜູ້ປະກອບການ,​ ຫ້າງຮ້ານ,​ ຫົວໜ່ວຍວິສາຫະກິດ​ ພາຍໃນແຂວງ ແລະ​ ຕ່າງແຂວງ​ ເຂົ້າຮ່ວມ.

ແຫຼ່ງຂ່າວ: ໜັງສືພິມຈຳປາໃໝ່ 𝐂𝐡𝐚𝐦𝐩𝐚𝐦𝐚𝐢 𝐍𝐞𝐰𝐬𝐩𝐚𝐩𝐞𝐫

LEAVE A REPLY

Please enter your comment!
Please enter your name here