ແຫຼ່ງທ່ອງທ່ຽວຍ່າງປ່າພູເລີຍ-ປຸ່ງນ້ຽດ ໄດ້ເປີດໃຫ້ບໍລິການ ຄືນແລ້ວ!

0
1363

ໃນຄັ້ງວັນທີ່ 09 ຫາ 12 ກຸມພາ 2022 ທີ່ຜ່ານມານີ້, ໜ່ວຍງານທ່ອງທ່ຽວ ຂອງ ກອງຄຸ້ມຄອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ໄດ້ຈັດກອງປະຊຸມ ແລະ ການຝຶກອົບຮົມ ຢູ່ ບ້ານນາແວນ ເມືອງວຽງຄໍາ ແຂວງຫຼວງພະບາງ ແລະ ບ້ານສາກົກ, ບ້ານນໍ້າປຸ່ງ ເມືອງຮ້ຽມ ແຂວງຫົວພັນ ເພື່ອກຽມພ້ອມໃນການເປີດແຫຼ່ງທ່ອງທ່ຽວຍ່າງປ່າ, ເບີ່ງສັດປ່າ ແລະ ເບີ່ງນົກ ຢູ່ ພູເລີຍ-ປຸ່ງນ້ຽດ ຄືນ(ການທ່ອງທ່ຽວລາວທ່ຽວລາວ).

ໃນການຝຶກອົບຮົມກຸ່ມບໍລິການນັກທ່ອງທ່ຽວຄັ້ງນີ້ໄດ້ຮັບການສະໜັບສະໜູນໂດຍອົງການອະນຸລັກສັດປ່າ ປະຈໍາຢູ່ ສປປ ລາວ,  ຫ້ອງການ ຖວທ ເມືອງວຽງຄໍາ ແຂວງຫຼວງພະບາງ ແລະ ຫ້ອງການ ຖວທ ເມືອງຮ້ຽມ ແຂວງຫົວພັນ.  ໃນນັ້ນ, ໄດ້ມີຜູ່ບໍລິການນັກທ່ອງທ່ຽວເຂົ້າຮ່ວມໃນການຝຶກອົບຮົບ ແລະ ໄດ້ເຊັນສັນຍາປະຈໍາປີ ພາຍໃຕ້ລະບຽບການບໍລິການນັກທ່ອງທ່ຽວແບບອະນຸລັກຂອງອຸທິຍານ ປະຈໍາປີ 2022 ທັງໝົດ 119 ທ່ານ (ຍິງ 27 ທ່ານ/ ຊາຍ 92 ທ່ານ) ດັ່ງລາຍລະອຽດລຸ່ມນີ້:

– ບ້ານນາແວນ  49 ທ່ານ (ຍິງ 13 ທ່ານ, ຊາຍ 36 ທ່ານ)  ໃນນັ້ນມີ:  ກຸ່ມໄກ້ນໍາທ່ຽວ 10 ທ່ານ, ກຸ່ມແຕ່ງກິນ 13 ທ່ານ, ກຸ່ມເປ້ເຄື່ອງ 19 ທ່ານ, ກຸ່ມເຮືອນຮັບແຂກ 6 ທ່ານ ແລະ ກຸ່ມຫັດຖະກໍາ 01 ທ່ານ.

– ບ້ານນາສາກົກ  42 ທ່ານ (ຍິງ 10 ທ່ານ, ຊາຍ 32 ທ່ານ)  ໃນນັ້ນມີ:  ກຸ່ມໄກ້ນໍາທ່ຽວ 07 ທ່ານ, ກຸ່ມແຕ່ງກິນ 08 ທ່ານ, ກຸ່ມເປ້ເຄື່ອງ 22 ທ່ານ, ກຸ່ມຊັກເຄື່ອງ 01 ທ່ານ, ກຸ່ມຫັດຖະກໍາ 02 ທ່ານ ແລະ ລົດຮັບ-ສົ່ງ 02 ທ່ານ.

– ບ້ານນໍ້າປຸ່ງ  28 ທ່ານ (ຍິງ 04 ທ່ານ, ຊາຍ 24 ທ່ານ)  ໃນນັ້ນມີ:  ກຸ່ມໄກ້ນໍາທ່ຽວ 04 ທ່ານ, ກຸ່ມແຕ່ງກິນ 06 ທ່ານ, ກຸ່ມເປ້ເຄື່ອງ 12 ທ່ານ, ກຸ່ມຊັກເຄື່ອງ 02 ທ່ານ, ກຸ່ມຫັດຖະກໍາ 02 ທ່ານ ແລະ ລົດຮັບ-ສົ່ງ 02 ທ່ານ.

ທາງແຫຼ່ງທ່ອງທ່ຽວປະກາດວ່າ ແຫຼ່ງທ່ອງທ່ຽວຍ່າງປ່າ, ເບີ່ງສັດປ່າ ແລະ ເບີ່ງນົກ ຢູ່ ພູເລີຍ-ປຸ່ງນ້ຽດ ແມ່ນໄດ້ເປີດໃຫ້ບໍລິການຄືນເປັນທີ່ຮຽບຮ້ອຍແລ້ວ.

ຂໍ້ມູນຈາກ: ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ Nam Et-Phou Louey National Park

LEAVE A REPLY

Please enter your comment!
Please enter your name here