ໄປບໍ່ລອດ! ສອງສະຫາຍຂີ່ລົດຈັກຫາເລາະລັກເງິນວັດ

0
1401

ຕາມການລາຍງານ ຂອງຄວາມສະຫງົບໃຫ້ຮູ້ວ່າ: ທ່ານ ພັຕ ພອນໄຊ ອ່າງມັດສາ ຫົວໜ້າໜ່ວຍງານຄະດີອາຍາ-ເສດຖະກິດ ພະແນກຕຳຫຼວດ ກອງບັນຊາ ການ ປກສ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 11 ກຸມພາ 2022 ເວລາ 11:30 ທາງເຈົ້າໜ້າທີ່ວິຊາສະເພາະ ສາມາດໄດ້ກັກຕົວເປົ້າໝາຍລັກຊັບ ໄດ້ຈຳນວນ 2 ຄົນ ຄື: ທ້າວ ຄວາຍຄໍ ອາຍຸ 35 ປີ ຢູ່ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ທ້າວ ກ໋ອກ ໄຊຍະວົງ ອາຍຸ 35 ປີ, ອາຊີບກຳມະກອນ ບ້ານ ດົງໂພນເລົາ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ເຄື່ອງຂອງກາງທີ່ເຈົ້າໜ້າທີ່ກວດພົລປະກອບມີ: ລົດຈັກ 02 ຄັນ ປ້າຍທະບຽນ ຍກ 0551 ກຳແພງນະຄອນ ແລະ ບໍ່ມີປ້າຍທະບຽນ, ເງິນກີບ 1,200,000 ກີບ, ແຫວນຄ້າຍຄືຄໍາ 01 ວົງ, ຕຸ້ມຫູຄ້າຍຄື 01 ຄູ່, ເສື້ອລາຍ ແລະ ໝວກກໍ່ສ້າງສີເຫຼືອງ.

ຜ່ານການສືບສວນ-ສອບສວນ ພວກກ່ຽວ ໃຫ້ການຮັບສາລະພາບວ່າ: ໄດ້ກໍ່ເຫດລັກຊັບຢູ່ວັດມາ ແລ້ວ 04 ຄັ້ງຄື:

ຄັ້ງທີ 01 ວັນທີ 31 ຕຸລາ 2021 ເວລາ ປະມານ 15 :00 ໂມງ ພວກກ່ຽວ ຂີ່ລົດຈັກເວບຈີນ ສີດຳ ປ້າຍທະບຽນ ຍກ 0551 ກຳແພງນະຄອນ ເຂົ້າໄປປະຕູດ້ານຫຼັງວັດບ້ານສົມສະນຸກ ແລະໄປງັດກຸດຕິວັດລັກເອົາຊັບສິນມີຄື: ເງິນກີບຈຳນວນ 9.300.000 ກີບ, ເງິນບາດຈໍານວນ 10.000 ບາດ, ເງິນໂດລາຈຳນວນ 100 ດອນ ພາຍຫຼັງໄດ້ຊັບສິນແລ້ວ ຈຶ່ງໄດ້ແບ່ງປັນກັນເງິນທີ່ໄດ້ມາ ຊື້ຢາບ້າ ແລະ ຫຼິ້ນເກມຈົນເງິນໝົດ.

ຄັ້ງທີ 2, ໃນໄລຍະເດືອນພະຈິກ ປີ 2021 ພວກກ່ຽວ ໄດ້ຂັບຈີ່ລົດເວບຈີນ ປ້າຍ ທະບຽນ ຍກ 0551 ກຳແພງນະຄອນ ເຂົ້າໄປລັກຊັບຢູ່ວັດບ້ານ ຊຽງດາ ( ວັດທຳກຽນ) ເມືອງໄຊເສດຖາ ໄດ້ຊັບສິນມີຄື: ເງິນບາດ 13.000 ບາດ, ເງິນໂດລາ 57 ໂດລາ, ເງີນກີບ 5.700.000 ກີບ ເມື່ອໄດ້ຊັບສິນແລ້ວ ພາກັນຂີ່ລົດ ເອົາຕົວຫຼົບໜີມາບ້ານ ດົງໂພນເລົ່າ ແລ້ວເອົາເງິນມາແບ່ງປັນກັນ.

ຄັ້ງທີ 03 ໃນເດືອນ ພະຈິກ ປີ 2021 ເວລາ 08:00 ໂມງ ພວກກ່ຽວ ໄດ້ພະຍາຍາມກໍ່ ເຂົ້າໄປລັກຊັບຢູ່ວັດບ້ານ ດົງຄຳຊ້າງ ແຕ່ໃນເວລາດຽວກັນ ໄດ້ມີຈົວນ້ອຍພົບເຫັນ ພວກກ່ຽວຈຶ່ງໄດ້ພາກັນເອົາຕົວຫຼົບໜີ ບໍ່ໄດ້ຊັບສິນຫຍັງ.

ຄັ້ງທີ 04 ໃນວັນທີ 09 ກຸມພາ 2022 ເວລາ ປະມານ 18:20 ພວກກ່ຽວ ໄດ້ເຂົ້າໄປງັດກຸດຕິວັດ ບ້ານດອນດູ່ ໄດ້ເງິນ 8.400.000 ກີບ, ເງິນບາດ 1.000 ບາດ ພ້ອມໂທລະສັບ 1 ໜ່ວຍ ແລະ ເງິນທີ່ໄດ້ຈາກການລັກແຕ່ລະຄັ້ງແມ່ນໄດ້ເອົາມາແບ່ງປັນກັນ ແລະ ຊື້ຢາບ້າມາເສບ ແລະ ຫຼິ້ນເກມຈົນໝົດ.

LEAVE A REPLY

Please enter your comment!
Please enter your name here