ບໍລິສັດທາງລົດໄຟລາວ-ຈີນ ຈະເລັ່ງແກ້ໄຂຂໍ້ຫຍຸ້ງຍາກຫຼາຍດ້ານ

0
1587

ໃນວັນທີ 18 ກຸມພາ​ 2022​ ທີ່ສະຖານີລົດໄຟນະຄອນຫຼວງວຽງຈັນ,​ ທ່ານ ວຽງທອງ ສຸວັນທອງ ຮອງວິສະວະກໍາເອກ ທາງລົດໄຟລາວ-ຈີນ ໄດ້ໃຫ້ສຳພາດ​ຕໍ່​ສື່ມວນຊົນ​ ວ່າ: ບໍລິສັດທາງລົດໄຟ ຈະເປີດບ່ອນບໍລິການຂາຍປີ້ໃຫ້ຜູ້ໂດຍສານຢູ່ທີ່ສູນການຄ້າວຽງຈັນເຊັນເຕີໃນເດືອນມີນາ 2022 ນີ້.

ນອກຈາກນີ້, ທ່ານຍັງໄດ້ຕອບຄໍາຖາມນັກຂ່າວ ກ່ຽວກັບບັນຫາສຽງຂອງສັງຄົມວ່າ, ມີພໍ່ຄ້າຄົນກາງຊື້ປີ້ລົດໄຟກັບຕຸນແລ້ວປຂາຍຕໍ່ໃນລາຄາທີ່ແພງກ່ຽວກັບບັນຫານີ້, ທ່ານຢັ້ງຢືນວ່າເປັນຄວາມຈິງ ເຊິ່ງປັດຈຸບັນ, ທາງບໍລິສັດທາງລົດໄຟ​ ແມ່ນໄດ້ສົມທົບກັບກໍາລັງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ທາງກົມຕໍາຫຼວດທາງລົດໄຟ ທີ່ປະຈໍາຢູ່ແຕ່ລະສະຖານີຂອງລົດໄຟ ເພື່ອກວດກາ ແລະ​ ນໍາເອົາຜູ້ກ່ຽວທີ່ເຮັດຜິດ ຖ້າເປັນພະນັກງານພາຍແມ່ນຈະລົງໂທດຕາມລະບຽບຂອງທາງລົດໄຟ.

ທ່ານ ວຽງທອງກ່າວຕື່ມອີກວ່າ, ປັດຈຸບັນ, ບໍລິສັດທາງລົດໄຟກໍາລັງຢູ່ໃນຂັ້ນຕອນປຶກສາຫາລືຂັ້ນເບື້ອງຕົ້ນກັບຊ່ຽວຊານສະເພາະດ້ານ ເພື່ອຂາຍປີ້ທາງອອນລາຍໃຫ້ຜູ້ໂດຍສານ ແລະ ອະນາຄົດຈະມີແນ່ນອນ.

ແຕ່ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ທີ່ມາຊື້ປີ້ຍາກ ມາຊື້ປີ້ບໍ່ໄດ້ ທາງບໍລິສັດມີມາດຕະການເຊັ່ນ:

1. ວັນເສົາ-ວັນທິດ ແມ່ນຈະເພີ່ມຖ້ຽວລົດໄຟ.

2. ແມ່ນຈະເອົາລົດໄຟ EMU ສອງຂະບວນໃນປະຈຸບັນຕໍ່ໃສ່ກັນ ເພື່ອໃຫ້ຖ້ຽວໜຶ່ງຂົນໄດ້ປະມານ 1400 ເທື່ອຄົນ.

3. ລົດໄຟຂົນສົ່ງຄວາມໄວທໍາມະດາ ມື້ນີ້ແມ່ນຈະເດີນທາງອອກຈາກສະຖານີບໍ່ເຕັນແຂວງຫຼວງນໍ້າທາມາຮອດສະຖານີນະຄອນຫຼວງວຽງຈັນ ລົດໄຟຂະບວນດັ່ງກ່າວນຂົນສົ່ງຜູ້ໂດຍສານໄດ້ 1.​000 ກວ່າຄົນ ດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ແລະຈະເລີ່ມໃຫ້ບໍລິການໃນຕົ້ນເດືອນມີນາ 2022 ນີ້ ເພື່ອໃຫ້ທຸກຄົນທີ່ມີຈຸດປະສົງເດີນທາງໃນມື້ຊື້ປີນັ້ນ ສາມາດເດີນທາງພາຍໃນມື້ນັ້ນໄດ້.

ແຫຼ່ງຂ່າວ: CRI

LEAVE A REPLY

Please enter your comment!
Please enter your name here