ສຶກສາອົບຮົມເປົ້າໝາຍເສບຢາເສບຕິດ 26 ຄົນ ໃຫ້ຮູ້ຜົນຮ້າຍຈາກຢາເສບຕິດ

0
1175

ຕາມການລາຍງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເພື່ອຈັດຕັ້ງປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ວັນທີ 18 ກຸມພາ 2022 ປກສ ກຸ່ມ 2 ນໍ້າກ້ຽງ ໄດ້ສົມທົບກັບເສນາກໍ່ສ້າງຮາກຖານປະຈໍາກອງຮ້ອຍ 7 ແລະ ການປົກຄອງບ້ານນາຍາງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ໂດຍການເປັນປະທານຂອງ ພັທ ລິນສະໄໝ ແກ່ນບົວທອງ ຫົວໜ້າ ປກສ ກຸ່ມ 2 ນໍ້າກ້ຽງ, ມີ ພັທ ທອງຂັນ ສີຫາລາດ ຫົວໜ້າພະແນກການເມືອງ ປກສ ເມືອງນາຊາຍທອງ ແລະ ພະນັກງານກໍ່ສ້າງຮາກຖານ ເຂົ້າຮ່ວມ.

ພັຕ ໂຫງ່ນຄໍາ ບົວແກ້ວ ຮອງຫົວໜ້າ ປກສ ກຸ່ມ 2 ນໍ້າກ້ຽງ ໃຫ້ຮູ້ວ່າ: ເປົ້າໝາຍທີ່ນໍາສຶກສາອົບຮົມໃນຄັ້ງນີ້ ມີການພົວພັນຢາເສບຕິດ ເຄື່ອນໄຫວກະທໍາຜິດລະບຽບການດໍາລົງຊີວິດຂອງສັງຄົມ ພວກກ່ຽວບໍ່ມີວຽກເຮັດງານທໍາ, ໃນການສຶກສາອົບຮົມຄັ້ງນີ້ ເຈົ້າໜ້າທີ່ໄດ້ເຜີຍແຜ່ຜົນຮ້າຍຢາເສບຕິດ ທຸກປະເພດ ຕໍ່ກຸ່ມເປົ້າໝາຍດັ່ງກ່າວ ໃຫ້ຮັບຮູ້, ເຂົ້າໃຈ ເຖິງໄພອັນຕະລາຍ ແລະ ຜົນຮ້າຍຂອງຢາເສບຕິດ ເພື່ອເຮັດໃຫ້ຫ່າງໄກ, ບໍ່ຕົກເປັນທາດຂອງຢາເສບຕິດ ແລະ ກັບກາຍມາເປັນພົນລະເມືອງດີ.

ຫຼັງຈາກສຶກສາອົບຮົມແລ້ວ ໄດ້ບັນທຶກປະຫວັດຕິດຕາມພຶດຕິກໍາຂອງພວກກ່ຽວ ຖ້າຍັງບໍ່ມີການປ່ຽນແປງ ຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ.

LEAVE A REPLY

Please enter your comment!
Please enter your name here